FAO ຊ່ອຍເຫຼືອການກະເສດ ຂອງລາວ
2014.07.29

ອົງການ ອາຫານ ແລະ ການກະເສດ FAO ໃຫ້ການ ຊ່ອຍເຫລືອ ການກະເສດ ຂອງລາວ ໃນ ໂຄງການ ມູລຄ່າ ເກືອບ 23 ລ້ານ ໂດລາ ສະຫະຣັດ ເພື່ອສົ່ງເສີມ ການຕິດຕາມ ການວິຈັຍ ການ ຕິດຕໍ່ ສື່ສານ ແລະ ການໃຊ້ ຂໍ້ມູລ ທາງດ້ານ ການກະເສດ ອຸຕຸນິຍົມ ວິທຍາ ແລະ ຂໍ້ມູນ ຂ່າວສານ ສໍາລັບ ການ ຕັດສິນໃຈ ເຣື່ອງ ກະສິກັມ ແລະ ການ ຮັບປະກັນ ດ້ານ ອາຫານ ໃນຣະດັບ ປະເທດ ແລະຣະດັບ ແຂວງ.
ພ້ອມດຽວກັນ ກໍເພື່ອ ປັບປຸງ ເຣື່ອງ ການຕິດຕາມ ແລະ ການ ວິຈັຍ ຣະບົບ ການຜລິດ ກະສິກັມ ໂດຍເສີມ ຂຍາຍ ຣະບົບ ຂໍ້ມູລ ຂ່າວ ສານ ແລະ ຣະບົບ ການຄຸ້ມຄອງ ແຫລ່ງ ຊັພຍາກອນ ທີ່ດິນ ແລະເຂດ ກະສິກັມ ນິເວດ ວິທຍາ ເພື່ອ ສນັບສນູນ ນະໂຍບາຍ ດ້ານ ການກະເສດ ແລະ ການປັບປ່ຽນ ໃຫ້ເໝາະ ກັບ ສະພາບການ ປ່ຽນແປງ ຂອງ ດິນຟ້າ ອາກາດ ສໍາລັບ ເຮັດ ການກະເສດ.
FAO ໃຫ້ການ ຊ່ອຍເຫລືອ ລ້າ ທີ່ຈະໃຊ້ ເຂົ້າໃນ ໂຄງການນັ້ນ ມີຈໍານວນ ເກືອບ ເຄິ່ງນຶ່ງ ຂອງ ມູລຄ່າ ທັງໝົດ ຂອງ ໂຄງການ. ສ່ວນທີ່ເຫລືອ ກໍຈະເປັນ ການຮ່ວມທຶນ ກັນ ທີ່ ມີຈໍານວນ ປະມານ 10 ກວ່າ ລ້ານ ໂດລາ.
ໂຄງການນີ້ ຈະແມ່ນ ກະຊວງ ແຫລ່ງ ຊັພຍາກອນ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ວິທຍາ ແລະ ອຸທົກກະສາຕ ກະຊວງ ກະສິກັມ ແລະ ປ່າໄມ້ ກົມແຜນການ ແລະ ການຮ່ວມມື ເປັນຜູ້ ດໍາເນີນການ ແລະ ຈະ ສໍາເຣັດ ໃນວັນທີ 31 ມົກກະຣາ 2018.