13 ຄອບຄົວ ບ.ນາແຄຄໍາ ຍັງບໍ່ໄດ້ ໃບຕາດິນ

ໄຊຍາ
2019.08.29
f-bannakhaiekham ພື້ນທີ່ດິນ ຢູ່ ບ້ານນາແຄຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ໜ້າເຫັນໃຈປະຊາຊົນ 13 ຄອບຄົວ ທີ່ຊື້ດິນຢູ່ບ້ານນາແຄຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຍັງບໍ່ໄດ້ຮັບໃບຕາດິນຖາວອນ ຈາກ ຜູ້ຂາຍເຖິງແມ່ນວ່າ ຜູ້ຊື້ໄດ້ສຳຣະເງິນຄົບຕາມສັນຍາ ແຕ່ ເຈົ້າຂອງດິນ ກໍຫຼີກລ້ຽງມາຕລອດ.

ຜ່ານມາຜູ້ເດືອດຮ້ອນ ໄດ້ເຮັດໜັງສືຮ້ອງຮຽນ ຂໍຄວາມເປັນທຳຈາກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນໃຫ້ນາຍບ້ານນາແຄຄຳໄກ່ເກັ່ຽ, ຫ້ອງການ ເມືອງໄຊທານີ, ສານໄອຍະການ ແລະ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ. ແຕ່ມາເຖິງປັດຈຸບັນ ຍັງບໍ່ມີຄວາມຄືບໜ້າ.

ຕອນດິນທີ່ວ່ານີ້ແມ່ນຕອນດິນຈັດສັນແບ່ງຂາຍ, ອີງຕາມເງິນຂອງຜູ້ຊື້ ເວົ້າງ່າຍຈະຊື້ເປັນເງິນສົດຫຼືເງີນຜ່ອນກໍ່ໄດ້. ຜ່ານມາຜູ້ທີ່ຊື້ໄປແລ້ວ ກໍ່ໄດ້ໃບຕາດິນໄປແລ້ວກໍ່ມີ, ໃນຂນະທີ່ຍັງອີກ 13 ຄອບຄົວ ທີ່ຍັງເປັນບັນຫາກັນຢູ່.

ຕໍ່ບັນຫາດັ່ງກ່າວ ຜູ້ທີ່ໄດ້ຮັບຄວາມເດືອດຮ້ອນ ກໍເລົ່າສາເຫດທີ່ມາຂອງການຊື້ດິນ ຕອນນີ້ວ່າ ດ້ວຍເຫດໃດຜູ້ຂາຍດິນ ຍັງບໍ່ອອກໃບຕາດິນ ໃຫ້ກັບຜູ້ຊື້ທັງທີ່ວ່າເງິນ ກໍສຳຣະຕາມເງື່ອນໄຂສັນຍາ ຂອງຜູ້ຂາຍກຳນົດໄວ້ແລ້ວ ສິ່ງສຳຄັນທັງ 13 ຄອບຄົວ ໄດ້ສຳຣະເງິນຄົບຕາມກຳນົດ ພ້ອມທັງໄດ້ ປຸກເຮືອນໃສ່ດິນຕອນດັ່ງກ່າວແລ້ວ ຈຶ່ງໄດ້ບອກຜູ້ຂາຍແຍກ ໃບຕາດິນອອກຈາກເດີມ ເພື່ອຂຶ້ນໃບຕາດິນໃຫ້ຜູ້ຊື້.

ແຕ່ຄວາມຈິງມັນບໍ່ເປັນແນວນນັ້ນ ຜ່ານມາ ຜູ້ຂາຍໄດ້ເລື່ອນເວລາ ບອກວ່າຈະອອກໃຫ້ມື້ນັ້ນມື້ນີ້ ແຕ່ກໍຍັງມິດງຽງໄປ ຜູ້ເດຶອດຮ້ອນກໍ ພຍາຍາມ ຂໍໃຫ້ນາຍບ້ານນາແຄຄຳ ໄກ່ເກັ່ຽແຕ່ກໍມີຫຍັງດີຂຶ້ນ. ພ້ອມນີ້ຜູ້ເດືອດຮ້ອນກໍໄດ້ ຂໍຄວາມເປັນທັມ ໄປຍັງ ພາກສ່ວນທີ່ອອກ ໃບຕາດິນ ໂດຍກົງແຕ່ກໍ່ຍັງບໍ່ໄດ້ຮັບຄຳຕອບ ຊັດເຈັນ.

"ເຣີ້ມແລກດິນຕອນນີ້ມັນເປັນດິນ ຂອງທ້າວພູມໄພລັດ ລະເຂົາເຈົ້າມາຈັດການດິນ ຂາຍແບ່ງເປັນຕອນລອກ ແທກເອົາຕາມເງິນ ຄືຈຸຂ້ອຍ ເປັນປະຊາຊົນລະກາ ມາຊື້ເວົ້ານັດກັນ ລະແມ່ນຈ່າຍເປັນງວດຈ່າຍສາມໄລຍະເນາະ ແຕ່ວ່າຫຼັງຈາກທີ່ພວກເຮົາ ຈ່າຍມາໄດ້ໄລຍະທີນຶ່ງ ໄລຍະທີສອງ ໄລຍະທີສາມ ໄທເຮົາຢາກໄດ້ໃບຕາດິນ ກະຊິຖອກເງິນ ແຕ່ວ່າຜູ້ກ່ຽວຫັ້ນລະ ບໍ່ມີໃບຕາດິນມາໃຫ້ ສືບໄປສືບມາລະຜູ້ກ່ຽວ ບໍ່ຢາກບອກດອກ ລາວກະມານັດ ວ່າເດືອນນັ້ນຊິໄດ້ເດືອນນີ້ຊິໄດ້ ນັດກັນແກ່ຍາວເວລາ ມາຈົນຮອດ 8 ເດືອນ ກາຍັງບໍ່ຫຍັງຄືບໜ້າ."

ຜູ້ຊື້ກ່າວຕື່ມວ່າ ລາວກາຍັງເວົ້າຄວາມເກົ່າຂອງລາວ ບາດນີ້ໄທຂ້ອຍລະຖາມ ສືບໄປສືບມາຄົ້ນຄວ້າໄປຄົ້ນຄ້ວາມາ ລະແມ່ນໃບຕາດິນ ຜູ້ກ່ຽວເອົາໄປຈຳ ກັບ ພະນັກງານ ຢູ່ໃນກະຊວງຊັບຫັ້ນ ຊື່ວ່າ ທ້າວ ພອນວິໄລ ເມື່ອຂ້ອຍຮູ້ແນວນັ້ນ ແລ້ວຂ້ອຍກາເລີຍຂຶ້ນຫ້ອງການບ້ານ ຊ້ອງໜ້າກັນ ຕໍ່ຫ້ອງການບ້ານ ຫັ້ນ 4 ເທື່ອຜ່ານມາຫັ້ນນ່າ ກາມີນາຍບ້ານຮັບຮູ້ນຳ 4  ເທື່ອ ຫັ້ນນ່າ ເຮັດບົດບັນທຶກ ກັນຄັກແນ່ໃນແຕ່ລະ ຄັ້ງຫັ້ນນ່າ ມີເທື່ອນຶ່ງນາຍບ້ານຖືກ ຄ້ຳປະກັນນຳຢືນຢັນວ່າ ທ່ານ ພູນໄທລັດ ຊິເຮັດຕາມສັນຍາແທ້ ເດືອນນຶ່ງຊິໃຫ້ໄດ້ ແຕ່ໃນຕອນນັ້ນ ເຮັດມາ ນາຍບ້ານກາວ່າຖ້າເປັນໄປບໍ່ໄດ້ ຄືລາວເວົ້ານາຍບ້ານ ກາຊິພາແລ່ນເອົາໃບຕາດິນ ໃໝ່ໃຫ້ເລີຍ ແຕ່ສຸດທ້າຍ ມາຮອດມືນື້ ກ່າຍັງ ບໍ່ມີຫຍັງຄືບໜ້າ.

ສ່ວນປະຊາຊົນທີ່ໄດ້ຮັບຄວາມເດືອດຮ້ອນ ອີກທ່ານນຶ່ງ ທີ່ໄດ້ຊື້ຕອນດິນ ດັ່ງກ່າວນັ້ນກໍ່ໄດ້ ກ່າວຕໍ່ RFA ໃນທຳນອງດຽວກັນວ່າ ຜູ້ຂາຍນັດ ວ່າຈະອອກໃບຕາດິນໃຫ້ ລໍຈົນເຖິງດຽວນີ້ ກາຍັງມິດງຽບຢູ່.

“ລາວກະໃຫ້ສັນຍາມາຕລອດຫັ້ນແຫຼະ, ແຕ່ວ່າວັນທີນັ້ນວັນທີນີ້ ມື້ນັ້ນມື້ນີ້ ຊິໄດ້ຊີ້ນ່າ. ແຕ່ວ່າຜ່ານມາກະບໍ່ເຄີຍໄດ້ດອກ ລາວກະຍັງມາໃຫ້ ສັນຍາວ່າ ລາວຊິເຮັດໄດ້ວັນທີນັ້ນວັນທີນີ້. ບໍ່ໄດ້ລະໄທເຮົາ ກະຂຶ້ນໄປ ຍື່ນໜ່ວຍງານຂອງຣັຖ ຍື່ນຮອດກຳແພງ.”

ຕໍ່ບັນຫານີ້ ກ່ອນໜ້ານັ້ນ RFA ໄດ້ຣາຍງານຂ່າວນີ້ມາແລ້ວສອງເທື່ອ ໃນເດືອນ ສິງຫາ ຜ່ານມາ ຫຼ້າສຸດ ຜູ້ທີ່ໄດ້ຮັບຄວາມເດືອດຮ້ອນ ກໍໄດ້ ແຈ້ງໃຫ້ພວກເຮົາຊາບວ່າ ປັດຈຸບັນ ໄດ້ມີເຈົ້າໜ້າທີ່ ບໍ່ວ່າຈະເປັນ ປກສ ເມືອງໄຊທານີ, ຫ້ອງການບ້ານ ນາແຄຄຳກໍ່ໄດ້ໃຫ້ການ ຮ່ວມມື ເພື່ອໃຫ້ປະຊາຊົນ ໄດ້ຮັບຄວາມເປັນທັມ.

"ຍັງເທື່ອມື້ວານໄທເຮົາ ໄດ້ໂຮມກັນຍື່ນໃບຮ້ອງຟ້ອງ ໄປຍັງ ປກສ ເມືອງ ມັນຍັງບໍ່ທັນມີຄວາມຄືບໜ້າຫຍັງ ມື້ວານນີ້ ພວກເຮົາກາໄດ້ ໂຮມໂຕກັນ ໄປນຳໄປຖາມເບິ່ງ ກາເຈົ້າກາຊິວ່າອັນນ່າເອີ້ນມາໃຫ້ປາກຄຳ ເທື່ອລະຄົນເພິ່ນ ຄະດີຂອງໄທເຮົາມັນ ຫຼາຍຄົນມັນຍາກ ຕ້ອງໄດ້ຄ່ອຍເຮັດໄປ ເພິ່ນວ່າຊີ້ ເພິ່ນກາເອີ້ນມາຖາມ ເທື່ອລະຄົນຕອນນີ້ ເພິ່ນກາເຣີ້ມລະມື້ນີ້ ເອີ້ນເອົາໄປເທື່ອລະຄົນປະມານ 10 ປາຍ ຄົນ ກາຖືກຢູ່ປະມານສອງອາທິດ ເພີ່ນວ່າຊັ້ນ."

ຜູ້ເດືອດຮ້ອນໄດ້ກ່າວຕື່ມວ່າ ເພາະວ່າທາງໄທເຮົາໂທຖາມໄອຍະການ ເພິ່ນກາວ່າຖ້າ ແຕ່ຂໍ້ມູນຈາກຕຳຣວດ ຊິສົ່ງມາໃຫ້ຕຳຣວດບໍ່ທັນ ໄດ້ສົ່ງຂໍ້ມູນ ມາໃຫ້ມາເທື່ອ. ສ່ວນກະຊວງຊັບ ແມ່ນເຮົາຍື່ນໄປຫັ້ນ ເປັນໃບຮ້ອງທຸກຊື່ໆ ບໍ່ແມ່ນຮ້ອງຟ້ອງ ເຮົາຮ້ອງທຸກ ຂໍຄວາມເປັນທັມ ເພາະວ່າ ເອກກະສານຂອງໄທເຮົາ ໃບຕາດິນ ທີ່ໄທເຮົາພໍຮູ້ມາແດ່ ມັນຍັງຢູ່ກັບພະນັກງານກະຊວງຊັບຫັ້ນ ໄທເຮົາເລີຍຂຽນໃບຮ້ອງທຸກ ໄປໂຕນັ້ນນ່າ. ບໍ່ແມ່ນຮ້ອງຟ້ອງແຕ່ໃບຮ້ອງຟ້ອງ ແມ່ນ ຢູ່ ປກສ ເມືອງໄຊທານີ ເພີ່ນກຳລັງດຳເນີນຂະດີຢູ່.

ນອກຈາກນີ້ ເຈົ້າໜ້າທີ່ກະຊວງຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ ຢືນຢັນ ຕໍ່ບັນຫານີ້ວ່າ ຈະໃຫ້ຄວມເປັນທຳຕໍ່ກັບ 13 ຄອບຄົວ ເພື່ອໃຫ້ໄດ້ ໃບຕາດິນ ເພາະຊື້ມາຖືກຕ້ອງ ຕາມກົດໝາຍ .

“ໂອ ອັນນັ້ນແມ່ນດິນຕອນດັ່ງກ່າວຫັ້ນ ເປັນຈັ່ງໃດເຮົາກະລົງໄປ ຖາມຂໍ້ມູນໄປສຳຣວດ ລະກະເອົາຂໍ້ມູນລະກະອຳນາດການປົກຄອງບ້ານ ລາວກະ ເຮົາກະໄດ້ລົງໄປເຮັດ ບົດບັນທຶກ ກະແມ່ນຂໍທິດຊີ້ນຳຈາກຂັ້ນເທິງຢູ່.”

ການຮ້ອງຂໍຄວາມເປັນທັມ ເພື່ອຂໍສິດຕາມຂະບວນການ ທີ່ຖືກຕ້ອງຕາມກົດໝາຍ ຂອງ ປະຊາຊົນ 13 ຄອບຄົວ ຢູ່ບ້ານນາແຄຄຳ ທັງທີ່ວ່າ ເຫັນຊັດເຈັນວ່າ ຜູ້ຂາຍຈົງໃຈຫຼີກລ້ຽງ ການອອກໃບຕາດິນ ແຕ່ຂະບວນການດຳເນີນຄະດີ ຍັງຊັກຊ້າ ແກ່ດຶງເວລາ ມາເປັນປີແລ້ວ ຍັງບໍ່ມີ ຄວາມຄືບໜ້າ.

ແຕ່ກໍ່ຍັງດີ ມາເຖິງປັດຈຸບັນ ທັງ ປກສ ເມືອງໄຊທານີ, ຫ້ອງການບ້ານນາແຄຄຳ ແລະ ເຈົ້າໜ້າທີ່ກະຊວງ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງມີໜ້າທີ່ ຮັບຜິດຊອບ ໂດຍກົງນັ້ນຢືນຢັນວ່າ ຈະໃຫ້ຄວາມເປັນທັມ ເພາະດິນຕອນດັ່ງກ່າວ ປະຊາຊົນຊື້ມາຖືກຕ້ອງ ຕາມກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.