ຊາວບ້ານຊຽງດາຈະໂຍກຍ້າຍໃຫ້ ສະຖາບັນການແພດ


2013.08.14
F-health ກະຊວງສາທາຣະນະສຸຂ ສປປ ລາວ
LPDR

 

ຊາວບ້ານບ້ານຊຽງດາ ແຂວງວຽງຈັນ 100 ຄອບຄົວ ຈະຖືກໂຍກ ຍ້າຍອອກຈາກດິນຣັຖເພື່ອທີ່ຈະສ້າງສະຖາບັນການແພດ.

ເຈົ້າຫນ້າທີ່ກະຊວງສາທາຣະນະສຸຂທ່ານນື່ງເວົ້າວ່າຊາວບ້ານຈຳນວນ 100 ຄອບຄົວຈາກບ້ານຊຽງດາເມືອງຫາດຊາຍຟອງນະຄອນຫລວງ ວຽງຈັນ ຈະຖືກໂຍກຍ້າຍ ອອກຈາກພື້ນທີ່ ໄປຢູ່ບ່ອນໃຫມ່ຫລັງຈາກ ບຸນອອກພັນສາປີນີ້ ເນື່ອງຈາກວ່າ ປັດຈຸບັນຊາວບ້ານ ໄດ້ປຸກເຮືອນ ໃສ່ດີນຂອງຣັຖ ບ່ອນທີ່ທາງຣັຖບານ ຈະໃຊ້ສ້າງໂຮງຮຽນການແພດ ໃນອະນາຄົດ. ດັ່ງທ່ານ ກ່າວວ່າ:

"ປີນີ້ແຫລະຊີ່ໃຫ້ຍ້າຍອອກແລ້ວ ດຽວນີ້ຍັງຄາເຂົ້າພັນສາອອກພັນສາ ນີ້ແຫລະ ຕ້ອງໄປຢູ່ ບອ່ນໃຫມ່".

ທ່ານກ່າວຕື່ມວ່າ ດຽວນີ້ທາງການ ໄດ້ຈັດສັນທີ່ດີນ ບ່ອນໃຫມ່ ໃຫ້ ຊາວບ້ານໄປ ປຸກບ້ານຢູ່ແລ້ວ ບໍ່ໄກຈາກບ່ອນເກົ່າ ຫລາຍປານໃດ ແລະ ພວກຂະເຈົ້າ ກໍພໍໃຈ. ນອກຈາກນັ້ນ ທາງການກໍມີແຜນການ ຈະ ໃຫ້ການຊ່ອຍເຫລືອແກ່ຊາວບ້ານທີ່ໂຍກຍ້າຍ ຕື່ມອີກ ເພື່ອບໍ່ໃຫ້ລຳບາກໃນການເລີ້ມຕົ້ນຊີວີດໃຫມ່ ແຕ່ຍັງບໍ່ສາມາດ ໃຫ້ຄວາມ ກະຈ່າງແຈ້ງ ໄດ້ເທື່ອ ໃນເວລານີ້.

ກ່ອນຫນ້ານີ້ ມີຫາງສຽງ ຈາກຊາວບ້ານ ເມືອງ ຫາດຊາຍຟອງ ເວົ້າວ່າ ເຈົ້າຫນ້າທີ່ ສາທາຣະນະສຸຂ ພຍາຍາມບີບບັງຄັບ ໃຫ້ຊາວບ້ານ ຍ້າຍອອກຈາກ ພື້ນທີ່ ວ່າຈະສ້າງ ໂຮງຮຽນແພດໃສ່ ຖ້າຫາກຊາວບ້ານ ບໍ່ຍອມຍ້າຍ ກໍຈະມີການນຳ ກຳລັງ ເຈົ້າຫນ້າທີ່ ຕຳຣວດ ມາຍ້າຍ ຊາວບ້ານ ອອກໄປ ແຕ່ທາງກະຊວງ ສາທາຣະນະສຸຂ ກໍໄດ້ປະຕິເສດ ກ່ຽວກັບ ເຣື້ອງນີ້.

ຕາມແຜນການ ກະຊວງ ສາທາຣະນະສຸຂ ຈະເລີ້ມສ້າງໂຮງຮຽນແພດສາດ ໃສ່ ພື້ນທີ່ດັ່ງກ່າວ ທີ່ບ້ານຊຽງດາ ໃນທ້າຍປີ 2013 ຫລື ຕົ້ນປີ 2014 ຖ້າສ້າງສຳເຣັດ ກໍຈະເປັນ ໂຮງຮຽນການແພດ ຂນາດໃຫຍ່ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.