ສ້າງທາງຣົດໄຟດິນເຈື່ອນ ຖົມນາ ເສັຽຫາຍ
2018.10.11
ປະຊາຊົນ 6 ຄອບຄົວຢູ່ບ້ານນໍ້າລິນ ເມືອງໂພນໂຮງແຂວງວຽງຈັນ ທີ່ໄດ້ຮັບຄວາມເດືອດຮ້ອນ ຍ້ອນໂຄງການສ້າງທາງຣົົດໄຟ ລາວ-ຈີນ ເຮັດດິນເຈື່ອນໃສ່ນາ ແລະ ພື້ນທີ່ລ້ຽງສັດ, ພາກັນຮຽກຮ້ອງ ໄປຫາຫ້ອງການປົກຄອງ ເມືອງໂພນໂຮງ ໃຫ້ຕິດຕາມ ສັ່ງໃຫ້ ບໍຣິສັດກໍ່ສ້າງ ທາງຣົດໄຟ ຊົດເຊີຍໃຫ້ພວກຂະເຈົ້າ ຢ່າງຮີບດ່ວນ ເພາະຂາດເຂົ້າກິນ ຍ້ອນປູກເຂົ້າບໍ່ໄດ້ ຕັ້ງແຕ່ເລີ້ມໂຄງການມາ, ດັ່ງປະຊາຊົນ ທ່ານນຶ່ງ ເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 11 ຕຸຸລາ ນີ້ວ່າ:
“ຍັງບໍ່ມີຄ່າຊົດເຊີຍນະ ມັນມີແຕ່ຖືກຜົນກະທົບ ຕາມພາຍຫຼັງຫັ້ນເນາະ ຄືມີດິນເຂົາເຈື່ອນ ໄປຖົມນາປະຊາຊົນ ແລ້ວກະເຈົ້າກໍຟ້ອງ ຂໍໃຫ້ ໃຊ້ແທນ ຫັ້ນແຫຼະ ຜູ້ຖືກນາຫັ້ນເນາະ ກະບໍ່ໄດ້ກິນເຂົ້າ ເປັນປີສອງປີແລ້ວ.”
ທ່ານກ່າວຕື່ມວ່າ ຮອດປັດຈຸບັນ ດິນທີ່ເຈື່ອນໃສ່ນາຂອງປະຊາຊົນ ກໍຍັງມີຢູ່ຄືເກົ່າ ທາງຜູ້ຮັບເໝົາກໍ່ສ້າງ ຍັງບໍ່ມາຈົກດິນ ນັ້ນອອກໃຫ້ເທື່ອ ຈຶ່ງເຮັດໃຫ້ປະຊາຊົນ ບໍ່ສາມາດປູກເຂົ້າໄດ້.
ທີ່ຜ່ານມາປະຊາຊົນ ທີ່ໄດ້ຮັບຜົນກະທົບ ໄດ້ຍື່ນໜັງສືໄປຫາ ຫ້ອງການປົກຄອງເມືອງໂພນໂຮງ ເພື່ອໃຫ້ຊ່ອຍຕິດຕາມ ເຣື້ອງຄ່າຊົດເຊີຍ ຈາກຜູ້ຮັບເໝົາກໍ່ສ້າງ ທາງຣົດໄຟ ແຕ່ຍັງບໍ່ເຫັນວ່າ ທາງບໍຣິສັດ ຈະມາແກ້ໄຂແຕ່ຢ່າງໃດເທື່ອ.
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ຫ້ອງການປົກຄອງເມືອງໂພນໂຮງ ເພື່ອສອບຖາມຂໍ້ມູນເພີ້ມຕື່ມ ເຈົ້າໜ້າທີ່ທ່ານນຶ່ງ ໃຫ້ຂໍ້ມູນວ່າ ປັດຈຸບັນ ທາງເມືອງກຳລັງ ຕິດຕາມຄ່າຊົດເຊີຍໃຫ້ຢູ່ ແຕ່ການຊົດເຊີຍດິນນາ ແລະພື້ນທີ່ລ້ຽງສັດນັ້ນ ຈະຕ້ອງໃຊ້ເວລາດົນສົ ມຄວນ ເພາະດຽວນີ້ ທາງການ ກຳລັງເລັ່ງຊົດເຊີຍ ໃຫ້ປະຊາຊົນ ທີ່ສູນເສັຍບ່ອນຢູ່ອາສັຍກ່ອນ. ດັ່ງທີ່ທ່ານກ່າວວ່າ:
“ບຸລິມາສິດທີ່ນຶ່ງ ກະໄດ້ຮັບກ່ອນຫັ້ນແຫຼະ ຈຳພວກເຮືອນຖືກສິ່ງປຸກສ້າງ ແລ້ວບຸລິມະສິດທີ່ສອງພວກນາ ສ່ວນບຸລິມະສິດທີ່ສາມ ແມ່ນເປັນ ຄັງ ແລ້ວກະ ສວນກັບປ່າໄມ້.”
ຢ່າງໃດກໍຕາມ ຍັງມີປະຊາຊົນອີກ 13 ຄອບຄົວ ໃນບ້ານນໍ້າລິນ ທີ່ຈະໄດ້ຮັບຜົນກະທົບ ຈາກໂຄງການສ້າງ ທາງຣົດໄຟລາວ-ຈີນ ຊຶ່ງດິນ ຂອງພວກຂະເຈົ້າ ຈະຖືກເຂດສ້າງເປັນ ສະຖານນີຣົດໄຟ, ປັດຈຸບັນ ປະຊາຊົນດັ່ງກ່າວ ຍັງຄອງຖ້າການຊົດເຊີຍຈາກໂຄງການ, ແຕ່ຍັງ ບໍ່ມີຄຳຕອບວ່າຈະໄດ້ເມື່ອໃດ.
ໃນເດືອນນີ້ ປະຊາຊົນ 6 ບ້ານ ຢູ່ເມືອງໂພນໂຮງ ຈະໄດ້ຮັບຄ່າຊົດເຊີຍ ຈາກໂຄງການສ້າງທາງຣົດໄຟລາວ-ຈີນ ປະກອບມີບ້ານໂພນສູງ, ບ້ານໜອງຂອນ, ບ້ານໃໝ່, ບ້ານສີວິໄລ, ບ້ານໜອງປົ່ງ ແລະ ບ້ານໂພນຄ້ອງ, ຊຶ່ງທົ່ວເມືອງໂພນໂຮງ ມີປະຊາຊົນ ໄດ້ຮັບຜົນກະທົບ ຈາກໂຄງການນີ້ທັງໝົດ 305 ຄອບຄົວ.
ປັດຈຸບັນ ການສ້າງທາງຣົດໄຟລາວ-ຈີນ ຣະຍະນະຄອນຫຼວງວຽງຈັນ ຫາເມືອງໂພນໂຮງ ແຂວງວຽງຈັນ ມີຄວາມຄືບໜ້າປະມານ 60%.