ຊຸມຊົນລໍາບາກຍ້ອນໂຄງການ ພັທນາ

ຈໍາປາທອງ
2015.05.28
F-LP ຕົວຢ່າງ ໂຄງການພັທນາ ໃນແຂວງ ຫລວງພຣະບາງ
RFA

ເຈົ້າໜ້າທີ່ ຫ້ອງການ ມໍຣະດົກ ໂລກ ແຂວງ ຫລວງ ພຣະບາງ, ທີ່ ຂໍສງວນ ຊື່ ທ່ານນຶ່ງ ຣາຍງານ ໃຫ້ ເອເຊັຽ ເສຣີ ຮູ້ວ່າ, ຣະຍະ ຜ່ານມາ ການພັທນາ ຕົວເມືອງ ຫລວງ ພຣະບາງ ຫຼາຍ ໂຄງການ ບໍ່ ໂປ່ງໄສ, ແລະ ບາງ ໂຄງການ ສ້າງ ຄວາມ ເດືອດຮ້ອນ ໃຫ້ ປະຊາຊົນ, ເປັນຕົ້ນ ການ ສ້າງ ສວນ ສາທາຣະນະ ລ້ານຊ້າງ ພູດອກໄມ້ ຢູ່ ບ້ານ ພັນຫລວງ, ທີ່ ຕັ້ງຢູ່ ບໍ່ໄກ ຈາກ ສນາມ ບິນ ຊຶ່ງ ໄດ້ສ້າງ ຜົລ ກະທົບ ໃຫ້ ປະຊາຊົນ 10 ຄອບຄົວ, ຕ້ອງໄດ້ ໂຍກຍ້າຍ ໂດຍ ໄດ້ຮັບ ຄ່າ ຊົດເຊີຍ ແຕ່ 5 ລ້ານ ກີບ ຕໍ່ ຄົວເຮືອນ:

"ການ ສ້າງສວນ ສາທາຣະນະ ຢູ່ ຫາງ ເດີ່ນຍົນ ກໍ ມັນຖືກ ຜົລ ກະທົບ ເຮືອນ ປະຊາຊົນ 10 ຫລັງ, ແຕ່ວ່າ ຜົລກະທົບ ນີ້ ຄ່າຊົດເຊີ ຍຄອບຄົວ ລະ 5 ລ້ານ ກີບ, 5 ລ້ານກີບ ນີ້ ມັນບໍ່ ເໝາະສົມ ຢ່າງຍິ່ງ ຂ້າພະເຈົ້າ ຄິດ ເຮືອນ ບາງຄົນ ມັນ ກະດີ ເຮືອນ ກໍ່ ກະມີ ເນາະ".

ສ່ວນວ່າ ທີ່ດິນ ທາງການ ແຂວງ ບໍ່ໃຫ້ ຄ່າ ຊົດເຊີຍ ໂດຍ ໃຫ້ ເຫດຜົລ ວ່າ ແມ່ນດິນ ຣັຖ, ຂນະທີ່ ປະຊາຊົນ ຢູ່ ທີ່ນັ້ນ ມາໄດ້ ຫລາຍ ສິບປີ ແລ້ວ, ແລະ ທັງມີ ໃບ ນຳໃຊ້ ທີ່ດິນ, ໄດ້ ເສັຽຄ່າ ດິນ ທຸກ ປີ. ບໍຣິສັດ ທີ່ ຮັບເໝົາ ກໍ່ສ້າງ ຄື ບໍຣິສັດ ຮຸ່ງວິໄລ ກໍ່ສ້າງ, ເປັນ ບໍຣິສັດ ທີ່ ມີເສັ້ນສາຍ ກັບ ຜູ້ມີ ອຳນາດ, ໄດ້ຮັບ ອະນຸມັດ ໃຫັ ປັບປຸງ ກໍ່ສ້າງ ໂຮງແຊກ ຫລື ບ່ອນຫລິ້ນ ກິລາ, ປັບປຸງ ຜາມໄຊ ບ່ອນ ຊ່ວງເຮືອ ເປັນ ຮ້ານ ອາຫານ, ແລະ ເປັນ ກັມມະສິດ ຂອງ ບໍຣິສັດ ນີ້ ໃນ ກຳນົດ 30 ປີ, ຂນະທີ່ ມູນຄ່າ ການ ປັບປຸງ ກໍ່ສ້າງ ແລະ ງົບປະມານ ໃຊ້ຈ່າຍຍ ນັ້ນ ຍັງ ບໍ່ຮູ້ວ່າ ເປັນ ແນວໃດ:

"ບໍ່ຮູ້ ທີ່ມາ ທີ່ໄປ ຂອງ ໂຄງການ ກໍ່ສ້າງ ເງິນ ກໍ່ສ້າງ ນໍ ຮອດມື້ ແລ້ວ ມາໄລ່ທີ່ ນໍ, ເພາະ ສະນັ້ນ ກໍຢາກ ຝາກ ຖາມ ເຖິງ ປະຊາຊົນ ຫລື ວ່າ ຣັຖບານ ລາວ ວ່າ ມັນ ເໝາະສົມ ແລ້ວບໍ່, ທີ່ ເຮັດແບບ ນີ້ ກັບ ປະຊາຊົນ ລາວ ນໍ, ສ້າງ ສ້າງໄດ້ ແຕ່ຢ່າໄປ ສົ່ງ ຜົລກະທົບ ກັບ ຄອບຄົວ ອື່ນ ຫລື ບ້ານ ເຮືອນ ປະຊາຊົນ".

ເພື່ອ ຄວາມ ກະ ຈ່າງແຈ້ງ ກ່ຽວກັບ ເຣຶ່ອງ ດັ່ງກາວ ນັກຂ່າວ ເອເຊັຽ ເສຣີ ໄດ້ ຕິດຕໍ່ ໄປຍັງ ຫ້ອງ ວ່າການ ແຂວງ ຫລວງ ພຣະບາງ ໃນ ວັນທີ 27 ພຶສພາ ນີ້ ໃນ ໂມງຣັຖການ ແຕ່ ບໍ່ມີ ຜູ້ໃດ ຮັບສາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.