ເຂື່ອນເປັນອັນຕະຣາຍ ຕໍ່ ລາວ: ນັກຊ່ຽວຊານ

ນັກຊ່ຽວຊານ ດ້ານແມ່ນ້ຳຂອງ ກ່າວວ່າ ເຂື່ອນ ຕາມແມ່ນ້ຳຂອງ ແລະ ໃນສາຍນ້ຳ ສາຂາ ແມ່ນ້ຳຂອງ ເປັນອັນຕະຣາຍ ຕໍ່ ປະເທສລາວ.

ທ່ານ ໄບຣ່ ອັ້ນ ໄອ່ເລີ້, Brian Eyler, ຜູ້ອຳນວຍການໂຄງການເອເຊັຽອາຄະເນ ຈາກສະຖາບັນສະຕິມສັນ ໃນນະຄອນຫຼວງວໍຊິງຕັນ ດີຊີ, ສະຫະຣັຖ ອະເມຣິກາ RFA

ທ່ານ ໄບຣ່ ອັ້ນ ໄອ່ເລີ້, Brian Eyler, ຜູ້ອຳນວຍການໂຄງການເອເຊັຽອາຄະເນ ຈາກສະຖາບັນສະຕິມສັນ ໃນນະຄອນຫຼວງວໍຊິງຕັນ ດີຊີ, ສະຫະຣັຖອະເມຣິກາ ໄດ້ໃຫ້ສຳພາດຕໍ່ວິທຍຸເອເຊັຽເສຣີ ເມື່ອສັປດາທີ່ຜ່ານມານີ້ວ່າ ການກໍ່ສ້າງເຂື່ອນຕາມລຳ ແມ່ນ້ຳຂອງ ແລະ ສາຍນ້ຳ ຕ່າງໆ ທີ່ເປັນສາຂາແມ່ນ້ຳຂອງ ຢ່າງໜ້ອຍ 300 ເຂື່ອນ ຕາມແຜນການ ຂອງຣັຖບານລາວນັ້ນ ຈະເປັນອັນຕະຣາຍ ຕໍ່ຣະບົບນິເວດໃນ ແມ່ນ້ຳຂອງ ແລະ ເປັນຄວາມສ່ຽງຕໍ່ການພັທນາເສຖກິຈ ຂອງລາວເອງ ໃນອະນາຄົດ. ດັ່ງທ່ານໄດ້ກ່າວຕອນນຶ່ງວ່າ:

“It is very dangerous not just for the Mekong ecosystem because we do not know what the end result will be. We do not know how many people will be resettled. We do not know how many fishes are going to be impacted that feed people diet as well. How much sediment will be held back that feed into farming communities that need for agricultural and economic development? We just do not know. But it is also dangerous and risky for Laos itself because this is out of control process.”

"ທ່ານວ່າ ມັນບໍ່ພຽງແຕ່ເປັນສິ່ງທີ່ອັນຕະຣາຍ ຕໍ່ຣະບົບນິເວດໃນແມ່ນ້ຳຂອງ ຫຼາຍເທົ່ານັ້ນ ເພາວ່າພວກເຮົາບໍ່ຮູ້ວ່າ ຜົລສຸດທ້າຍມັນຈະເປັນ ແນວໃດ? ພວກເຮົາບໍ່ຮູ້ວ່າຈະມີຄົນຈຳນວນເທົ່າໃດ ຕ້ອງຖືກໂຍກຍ້າຍອອກຈາກ ເຮືອນຊານບ້ານເກີດຕົນ. ພວກເຮົາບໍ່ຮູ້ວ່າຝຸງປາຈະຖືກ ຜົລກະທົບຫຼາຍປານໃດ, ເຊິ່ງຖືເປັນແຫຼ່ງອາຫານ ຈຳເປັນສຳລັບຜູ້ຄົນ. ດິນຕົມທີອຸດົມສົມບູນຈຳນວນຫຼາຍປານໃດ ທີ່ຈະຖືກຕັນ ບໍ່ໃຫ້ໄຫຼ ລົງໄປສູ່ ເຂດການກະເສຕ ທີີ່ຕ້ອງການດິນຕົມເຫຼົ່ານັ້ນມາ ສູ່ການກະເສຕ ແລະ ການພັທນາເສຖກິຈ? ພວກເຮົາບໍ່ຮູ້ແທ້ໆ. ແຕ່ວ່າ, ມັນຍັງ ອັນຕະຣາຍ ແລະ ມີຄວາມສ່ຽງຕໍ່ປະເທສລາວເອງ ເພາະວ່າມັນເປັນສິ່ງທີ່ຄວບຄຸມບໍ່ໄດ້."

ທ່ານກ່າວຕື່ມວ່າ ການສ້າງເຂື່ອນໄຟຟ້າພລັງງານນ້ຳຕົກ ໃສ່ແມ່ນ້ຳຂອງ ແລະ ສາຍນ້ຳຕ່າງໆ ທີ່ເປັນສາຂາແມ່ນ້ຳຂອງ ທີ່ມີປະເທສໄທ ເປັນຜູ້ຊື້ຫຼັກໃນໄລຍະຜ່ານມານັ້ນ, ດຽວນີ້ປະເທສໄທ ກໍບໍ່ໄດ້ເປັນຜູ້ຊື້ຫຼັກ ອີກຕໍ່ໄປແລ້ວ.

“You know Thailand, which in the past, was the largest off taker or purchaser of power from Laos. It builds Xayaboury dam and other dams in Laos. It is no longer as a needy for this hydropower being built outside its border.”

"ທ່ານວ່າ ປະເທສໄທໃນໄລຍະຜ່ານມານັ້ນ ເຄີຍເປັນຜູ້ຊື້ພລັງງານຣາຍໃຫຍ່ຈາກລາວ. ໄທສ້າງເຂື່ອນໄຊຍະບູຣີ ແລະ ເຂື່ອນອື່ນໆໃນລາວ. ປະຈຸບັນ, ໄທບໍ່ໄດ້ຕ້ອງການພລັງງານ ຫຼາຍອີກຕໍ່ໄປແລ້ວ ຈາກເຂື່ອນໄຟຟ້າພລັງງານນ້ຳ ທີ່ກຳລັງຖືກສ້າງ ຢູ່ນອກປະເທສຂອງຕົນ."

ໃນຂນະດຽວກັນ, ທ່ານ ວິທູນ ເພີ້ມພົງສັກຈເຣີນ, ຜູ້ອຳນວຍການເຄືອຂ່າຍພລັງງານ ເພື່ອນິເວດວິທຍາ ແມ່ນ້ຳຂອງ ປະຈຳປະເທສໄທ ກໍໄດ້ກ່າວຕໍ່ກອງປະຊຸມ ໃນນະຄອນຫຼວງບາງກອກ ເມື່ອເດືອນສິງຫາ ປີກາຍນີ້ວ່າຄວາມຕ້ອງການໄຟຟ້າ ໃນປະເທສໄທ ບໍ່ແມ່ນເຫຕຜົລ ກໍ່ໃຫ້ເກີດ ມີການສ້າງເຂື່ອນໃນລາວ ອີກຕໍ່ໄປ.

“ເພາະສະນັ້ນນີ້, ກໍຄື ຂ້າພະເຈົ້າສລຸບເລີຍວ່າ ເຫຕຜົລເຣື້ອງຄວາມຕ້ອງການໄຟຟ້າ ໃນປະເທສໄທ ບໍ່ແມ່ນເຫຕຜົລທີ່ສົ່ງເສີມ ໃຫ້ເກີດ ເຂື່ອນໃນລາວ ອີກຕໍ່ໄປແລ້ວ. ແຕ່ເຫຕຜົລທີ່ສົ່ງເສີມນັ້ນ ມັນຄືຜົລປໂຍດອື່ນໆ.”

ທ່ານວ່າ ເພາະສະນັ້ນນີ້, ກໍຄື ຂ້າພະເຈົ້າສລຸບເລີຍວ່າ ເຫຕຜົລເຣື້ອງຄວາມຕ້ອງການໄຟຟ້າ ໃນປະເທສໄທ ບໍ່ແມ່ນເຫຕຜົລ ທີ່ສົ່ງເສີມໃຫ້ ເກີດເຂື່ອນໃນລາວ ອີກຕໍ່ໄປແລ້ວ. ແຕ່ເຫຕຜົລທີ່ສົ່ງເສີມນັ້ນ ມັນຄືຜົລປໂຍດອື່ນໆ.

ອີງຕາມຂໍ້ມູນຈາກທາງການລາວ ປະຈຸບັນ, ຣັຖບານລາວມີແຜນຈະສ້າງເຂື່ອນພລັງງານນ້ຳຕົກ ໃສ່ແມ່ນ້ຳຂອງປະມານ 9 ເຂື່ອນ ແລະ ເຂື່ອນຕາມສາຍນ້ຳຕ່າງໆ ທີ່ເປັນສາຂາແມ່ນ້ຳຂອງ ໃນລາວ ທັງຖືກສ້າງແລ້ວ, ກຳລັງກໍ່ສ້າງ ແລະ ມີແຜນຈະສ້າງ ອີກຢ່າງໜ້ອຍ 400 ເຂື່ອນ, ເຊິ່ງນັກຊ່ຽວຊານ ແລະ ນັກກິຈກັມດ້ານສິ່ງແວດລ້ອມ ຕ່າງກໍເປັນຫ່ວງເຖິງອະນາຄົດ ແມ່ນ້ຳຂອງ ແລະ ຢ້ານວ່າຣະບົບນິເວດ ຕາມລຳແມ່ນ້ຳຂອງ ຈະຖືກທຳຣາຍ ຈົນສົ່ງຜົລກະທົບ ຕໍ່ວິຖີຊີວິຕຂອງປະຊາຊົນ ລຸ່ມແມ່ນ້ຳຂອງ ຫຼາຍ 10 ລ້ານຄົນ ຍ້ອນການສ້າງເຂື່ອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org