ລາວ ຮັບສມັກຄົນງານໄປ ເກົາຫຼີໃຕ້
2016.10.20
ກະຊວງແຮງງານ ແລະ ສວັດດິການ ສັງຄົມລາວ ໄດ້ມອບໝາຍ ໃຫ້ສູນ ບໍຣິການ ຈັດຫາງານ ເປີດຮັບສມັກ ຄົນງານ ໄປເຮັດວຽກ ຢູ່ ປະເທສ ເກົາຫຼີໃຕ້ ພາຍຫລັງ ກະຊວງ ດັ່ງກ່າວ ໄດ້ລົງນາມ ໃນຂໍ້ຕົກລົງ ກັບອົງການ ພັທນາ ຊັພຍາກອນ ມະນຸດ ປະເທສ ເກົາຫລີໃຕ້ ເມື່ອວັນທີ 17 ຕຸລາ 2016, ໂດຍມີ ເງື່ອນໄຂ ຢູ່ວ່າ ຜູ້ທີ່ຈະໄປ ເຮັດວຽກນັ້ນ ຕ້ອງຮູ້ ພາສາເກົາຫລີ ໃນຣະດັບ ພື້ນຖານ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ສູນ ບໍຣິການ ຈັດຫາງານ ຕໍ່ RFA ໃນວັນທີ 20 ຕຸລາ:
"ເປີດ ເປີດແລ້ວເຈົ້າ ກ່ອນທີ່ເຮັດ ຫລັງຈາກ ທີ່ເຮົາມາ ລົງທະບຽນ ອີ່ຫຍັງໄວ້ ແລ້ວນະ ລະເຮົາ ຈະຕ້ອງໄປຮຽນ ພາສາ ເກົາຫລີ ແລ້ວເພິ່ນ ຈະມີການເສັງ ນະ ເສັງພາສາ ເກົາຫລີ ແມ່ນແລ້ວ ຖ້າຜ່ານເສັງ ກໍຄືເພິ່ນ ບອກວ່າ ຖ້າຜ່ານ ກໍສິໄດ້ໄປ ກໍແມ່ນ ທ້າຍປີ 2017".
ທ່ານເວົ້າວ່າ ທາງສູນນີ້ ບໍ່ໄດ້ສອນ ພາສາ ເກົາຫລີ ໃຫ້, ຜູ້ຕ້ອງການ ໄປເຮັດວຽກ ຕ້ອງໄປຫາ ຮຽນເອົາເອງ ແລ້ວຈຶ່ງ ເອົາຜົລ ຂອງ ການສອບເສັງ ພາສາ ນັ້ນມາ ຍື່ນທີ່ສູນ ຈັດຫາງານ.
ຄວາມຕ້ອງການ ຄົນງານລາວ ທີ່ຈະສົ່ງໄປ ເຮັດວຽກຢູ່ ເກົາຫລີໃຕ້ ໃນປີ 2017 ນັ້ນຈະມີຢູ່ ປະມານ 500 ຄົນ. ຄົນງານ ທີ່ວ່ານັ້ນ ຈະເປັນຄົນງານ ທີ່ບໍ່ມີ ສີມື ທາງ ດ້ານກະສິກັມ, ບໍ່ຈຳເປັນມີ ໃບປະກາດ ສະນິຍະບັດ ວິຊາ ສະເພາະ ແລະ ຜູ້ທີ່ຮຽນຈົບ ຊັ້ນມັທຍົມ 6 ຂຶ້ນໄປ.
ທ່ານກ່າວຕື່ມວ່າ ຄົນງານ ທີ່ຈະໄປ ເຮັດວຽກ ຢູ່ເກົາຫລີໃຕ້ ນີ້ ຈະໄດ້ ເຮັດວຽກ ໃນດ້ານ ກະສິກັມ ເປັນເວລາ 5 ປີ ຕາມສັນຍາ. ຜູ້ທີ່ສົນໃຈ ແລະ ຕ້ອງການ ໄປເຮັດວຽກ ນີ້ ກໍໄປສອບຖາມ ຣາຍລະອຽດ ແລະ ລົງທະບຽນ ຢູ່ສູນ ບໍຣິການ ຈັດຫາງານ ທີ່ ບ້ານນາຄຳ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ນັ້ນໄດ້.
ປັດຈຸບັນ ຢູ່ ສປປລາວ ມີຄົນງານ ທັງໝົດ ປະມານ 3 ລ້ານຄົນ, ໃນນັ້ນມີ ຄົນງານ ໄປລົງທະບຽນ ແຕ່ຍັງບໍ່ມີ ວຽກງານ ເຮັດຈຳນວນ 58,600 ຄົນ. ແຂວງ ທີ່ ມີຄົນງານ ບໍ່ມີວຽກເຮັດ ຫຼາຍທີ່ສຸດ ແມ່ນ ແຂວງຊຽງຂວາງ, ຮອງລົງມາ ກໍແມ່ນ ແຂວງວຽງຈັນ ແລະ ແຂວງ ບໍຣິຄຳໄຊ.