ຂ່າວຄືບໜ້າຣັຖມົນຕຣີ ການເງິນ
ຂ່າວຄືບໜ້າ ໃນກໍຣະນີ ການກັກ ບໍຣິເວນ ທ່ານ ພູເພັດ ຄໍາພູນວົງ ອະດີດ ຣັຖມົນຕຣີ ກະຊວງ ການເງິນ.
-
ສົມເນ
2016-01-14 -
-
-
Your browser doesn’t support HTML5 audio
ໃນ ກໍຣະນີ ທ່ານ ພູເພັດ ຄໍາພູນວົງ ແລະ ພະນັກງານ ກະຊວງ ການເງິນ ອີກ 4 ຄົນ ກໍາລັງຖືກ ກວດສອບ ກ່ຽວກັບ ການສໍ້ຣາສ ບັງຫຼວງ ເຣື້ອງອອກ ພັນທະບັດ ແລະໂຄງການ ບໍ່ມີຕົວຕົນ ຢູ່ແຂວງ ອຸດົມໄຊ ນັ້ນ, ຫລ້າສຸດ ຄືວ່າ: ທ່ານ ພູເພັດ ຄໍາພູນວົງ ກໍາລັງ ຖືກກັກຕົວ ຫລື ກັກ ບໍຣິເວນ ຢູ່ຫ້ອງການ ກວດກາ ຂອງຄນະ ກໍາມະການ ກົມການເມືອງ ສູນກາງ ພັກ ທີ່ຕັ້ງຢູ່ ຫລັກ 6 ທາງຫລັງ ພິພິດຕະພັນ ໄກສອນ ພົມວິຫານ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ກະຊວງ ການເງິນ ທ່ານນຶ່ງ ທີ່ ບໍ່ ປະສົງ ອອກຊື່ ໃນວັນທີ 9 ມົກກະຣາ ຜ່ານມາ. ເຈົ້າໜ້າທີ່ ເວົ້າວ່າ ທ່ານ ພູເພັດ ຖືກ ສັ່ງຫ້າມ ບໍ່ໃຫ້ ເດີນທາງອອກ ນອກປະເທດ ໃນຣະຫວ່າງ ທີ່ມືການ ສອບສວນ.
ທ່ານ ພູເພັດ ຄໍາພູນວົງ ເຄີຍມີຕໍາແໜ່ງ ເປັນ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ແລະ ຖືກຍ້າຍໄປ ຮັບ ຕໍາແໜ່ງ ຣັຖມົນຕຣີ ກະຊວງ ການເງິນ ໄດ້ ປະມານ 2 ປີ ຫລັງຈາກ ນັ້ນ ກໍຖືກປົດ ຕໍາແໜ່ງ ໃນ ເດືອນ ມິນາ ປີ 2014 ແລະ ຖືກຍ້າຍໄປ ຮັບໜ້າທີ່ ຢູ່ ຫ້ອງວ່າການ ຣັຖບານ.
ໃນຊ້ວງ ທີ່ ທ່ານ ພູເພັດ ຖືກປົດ ຕໍ່າແໜ່ງ ຈາກ ຣັຖມົນຕຼີ ກະຊວງ ການເງິນ ນັ້ນ ກໍມີຂ່າວ ວ່າ ທ່ານ ຖືກປົດ ຕໍາແໜ່ງ ແບບ ບໍ່ເປັນທັມ ຍ້ອນວ່າ ໄປຂັດຜົນ ປະໂຫຍດ ຜູ້ທີ່ມີ ຕໍາແໜ່ງ ສູງກວ່າ ແຕ່ວ່າ ແຫລ່ງຂ່າວ ທີ່ໃກ້ຊິດ ຄອບຄົວ ຂອງ ທ່ານ ພູເພັດ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ, ໃນສະໄໝ ທີ່ ທ່ານ ພູເພັດ ເປັນ ຣັຖມົນຕຣີ ກະຊວງ ການເງິນ ໄດ້ມີການ ອະນຸມັດ ງົບປະມານ ນອກແຜນ ຫຼາຍໂຄງການ ຈົນເຮັດໃຫ້ ບໍ່ມີເງິນ ເຫລືອ ຢູ່ໃນຄັງເງິນ ແຫ່ງຊາດ ແລະ ບໍ່ມີເງິນ ຢູ່ໃນ ທະນາຄານ ກາງ.
ສ່ວນ ພະນັກງານ 4 ຄົນ ຮວມທັງ ເລຂາ ຂອງ ທ່ານ ພູເພັດ ທີ່ ເປັນຄົນໃກ້ຊິດ ກັບ ທ່ານ ພູເພັດ ປັດຈຸບັນ ແມ່ນ ຖືກກັກຂັງ ຢູ່ ຄຸກ ໂພນທັນ ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ, ແລະ ຍັງມີ ເຈົ້າແຂວງ ອຸດົມໄຊ ອີກຄົນນຶ່ງ ທີ່ ກໍາລັງຖືກ ສືບສວນ ຢູ່.