ໜ່ວຍອາສາການເງິນ ບໍ່ມີໂຄຕ້າ ເປັນຣັຖກອນ

ຈໍາປາທອງ
2019.10.02
F-Laos ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ
RFA

ກະຊວງການເງິນ ສປປລາວ ແນະນໍາໃຫ້ອາສາສມັກ ໃນຂແນງການຂອງຕົນ ທັງຢູ່ສູນກາງແລະທ້ອງຖິ່ນທົ່ວປະເທດ ໄປຊອກວຽກໃໝ່ເຮັດ ຫຼືໄປຍົກຣະດັບການສຶກສາຂຶ້ນຕື່ມ, ບໍ່ໃຫ້ລໍຖ້າເຂົ້າເປັນຣັຖກອນ ຍ້ອນໂຄຕ້າບັນຈຸເຂົ້າເປັນຣັຖກອນຂອງ ຂແນງການເງິນໃນແຕ່ລະປີຫຼຸດລົງ ຄືປີ 2018 ຮັບເອົາ 50 ຄົນ, ມາປີ 2019 ນີ້ຮັບເອົາ 25 ຄົນເທົ່ານັ້ນ.

ເຈົ້າໜ້າທີ່ກະຊວງການເງິນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ຕຸລາ ໂດຍອີງໃສ່ແຈ້ງການແນະນໍາ ຂອງກະຊວງການເງິນສະບັບເລກທີ 3954/ກງ ລົງວັນທີ 27 ກັນຍາ 2019 ນີ້ວ່າ:

"ລະໃນໄລຍະຕໍ່ໄປ ໂຄຕ້ານັບມື້ມັນຍິ່ງໜ້ອຍລົງ 2018 ໄດ້ 50 ແຕ່ 2019 ໄດ້ 25 ເພາະວ່າມັນຂຶ້ນກັບຣັຖບານເພິ່ນເດ໊ ວ່າຢາກແຈ້ງ ແນະນໍາເພິ່ມຕື່ມ ໃຫ້ນັກອາສາສມັກໄປຊອກເຮັດວຽກງານໃໝ່ ຫລືວ່າ ໄປຍົກຣະດັບ ບາງຄົນກໍເຮັດຮຽນຕໍ່ຂັ້ນສູງເນາະ."

ອາສາສມັກຂແນງການເງິນ ທົ່ວປະເທດ ຊຶ່ງສ່ວນໃຫຍ່ເຮັດວຽກມາຫລາຍປີ 3 ປີ, 5 ປີ, ແລະ 10 ປີ ກໍມີນັ້ນຈໍານວນນຶ່ງອາຍຸກໍກາຍ 35 ປີ ສເນີຂໍເຂົ້າເປັນ ຣັຖກອນໃໝ່ ຍ້ອນເປັນອາສາສມັກ ມາຫລາຍປີແລ້ວ ແຕ່ກະຊວງການເງິນ ບໍ່ຮັບພິຈາຣະນາ ຍ້ອນອາຍຸເກີນ ເງື່ອນໄຂ ທີ່ຣັຖບານກໍານົດໄວ້.

ກະຊວງການເງິນ ແນະນໍາໃຫ້ພວກເຂົາເຈົ້າໄປຊອກເຮັດວຽກໃໝ່ ຫລື ໄປຍົກຣະດັບການສຶກສາແລະຖ້າຫາກຢາກເຂົ້າເປັນຣັຖກອນ ກໍຕ້ອງໄດ້ຜ່ານການສອບເສັງຕາມຣະບຽບການ, ບໍ່ໃຫ້ຖືເອົາເວລາການເປັນອາສາສມັກ ມາຫລາຍປີເປັນເງື່ອນໄຂ ເຂົ້າເປັນຣັຖກອນ, ດັ່ງທີ່ທ່ານກ່າວວ່າ:

"ແລ້ວກໍມີຜົນດີຕໍ່ເຂົາ ລະໄດ້ຍົກຣະດັບ ລະກະບໍ່ໃຫ້ມີການລໍຄອຍ ເພາະວ່ານັບແຕ່ນີ້ຕໍ່ໄປ ມັນຕ້ອງມີຄົນທີ່ເຂົາຖືກ ບັນຈຸເປັນຣັຖກອນ ຕ້ອງໄດ້ຜ່ານການສອບເສັງ ຕາມກົດໝາຍເຂົ້າເປັນຣັຖກອນ ບໍ່ແມ່ນເຂົາເປັນອາສາສມັກມາຫຼາຍປີແລ້ວ ຈະໄດ້ເຂົ້າ ເປັນຣັຖກອນໂລດ ບໍ່ແມ່ນເດີ໋."

ທ່ານກ່າວຕື່ມວ່າໃນປີ 2019 ທົ່ວປະເທດ ມີໂຄຕ້າສອບເສັງເຂົ້າເປັນຣັຖກອນ ຂອງຂແນງການເງິນ ສະເພາະສາຂາ ໄອທີ ແລະ ບັນຊີ ຈໍານວນ 25 ຄົນເທົ່ານັ້ນ. ແລະຍັງບໍ່ຮູ້ວ່າສໍາລັບປີ 2020 ກະຊວງການເງິນ ຈະໄດ້ຮັບໂຄຕ້າຈໍານວນເທົ່າໃດ.  ອີງຕາມແຈ້ງການ ຂອງ ກະຊວງການເງິນທີ່ວ່ານັ້ນ, ປັດຈຸບັນຂແນງການເງິນຂັ້ນສູນກາງ ແລະ ທ້ອງຖິ່ນມີພະນັກງານ ແລະຣັຖກອນຕາມສັນຍາ ແລະອາສາສມັກ ຈໍານວນ 1, 547 ຄົນ ທີ່ໄດ້ປະຕິບັດງານ ມາຢ່າງຕໍ່ເນື່ອງ ແລະຫລາຍປີທີ່ລໍຖ້າ ໂຄຕ້າ ເຂົ້າເປັນຣັຖກອນ ໃນແຕ່ລະປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.