ຄົນງານໂຄລາວ ໄດ້ຮັບ ເງິນຕົກງານ
2020.07.15

ອະດີດ ພະນັກງານ ຂອງກຸ່ມບໍຣິສັດ ໂຄລາວຈໍາກັດ ຢູ່ນະຄອນຫຼວງວຽງຈັນ ທີ່ຖືກຍົກເລີກສັນຍາຈ້າງງານ ແບບກະທັນຫັນນັ້ນ ໄດ້ຮັບເງິນ ຄ່າຊົດເຊີຍ ຈາກກຸ່ມບໍຣິສັດແລ້ວ ນັບຕັ້ງ ແຕ່ຕົ້ນເດືອນ ກໍຣະກະດາ ນີ້ເປັນຕົ້ນໄປ ແຕ່ພວກເຂົາເຈົ້າຫຼາຍຄົນບໍ່ດີໃຈ ຍ້ອນໄດ້ເປັນເງິນຣາຍ ເດືອນ, ແທນທີ່ຈະໄດ້ຮັບເງິນເປັນກ້ອນບາດດຽວ. ການໄດ້ຮັບເງິນແບບນີ້ມີຜົລກະທົບ ຕໍ່ການວາງແຜນຊີວິດຂອງພວກເຂົາເຈົ້າ, ດັ່ງອະດີດ ພະນັກງານ ຂອງກຸ່ມບໍຣິສັດໂຄລາວ ນາງນຶ່ງເວົ້າຕໍ່ RFA ໃນມື້ວັນທີ 15 ກໍຣະກະດາ ນີ້ວ່າ:
“ໄດ້ເດືອນນຶ່ງແລ້ວ ເພິ່ນຊົດເຊີຍໃຫ້ເປັນເດືອນນະ. ປົກຕິຂະເຈົ້າຈະໃຫ້ເປັນກ້ອນເນາະ ແຕ່ວ່າເພິ່ນບໍ່ໃຫ້ ເພິ່ນໃຫ້ເປັນເດືອນ ໂອ໊ 36 ເດືອນ ພຸ້ນນະ 3 ປີ. ຖາມວ່າດີໃຈບໍ່ ເຮົາກະຢາກ ໄດ້ເປັນກ້ອນບາດດຽວເນາະ ເຮັດຫຍັງມັນກໍເຮັດຊີ້ຫັ້ນນະ. ອັນນີ້ໃຫ້ທະຍອຍໃຫ້ ເຮັດຫຍັງເຮົາ ກະເຮັດບໍ່ໄດ້ ເອົາໄປລົງທຶນ ສິໄປຕັ້ງຕົນຕັ້ງໂຕອິຫຍັງ ເຮົາກະບໍ່ໄດ້.”
ນາງເວົ້າຕື່ມວ່າ ພາຍຫລັງໄດ້ອອກຈາກບໍຣິສັດນັ້ນແລ້ວ ມາຮອດປັດຈຸບັນ ຕົນກໍຍັງບໍ່ທັນມີວຽກງານເຮັດເທື່ອ, ໄປຊອກວຽກອື່ນກໍຍັງບໍ່ໄດ້ ຍ້ອນໄລຍະນີ້ ຫຼາຍບໍຣິສັດຮັບພະນັກງານ ແບບຈໍາກັດ. ແຕ່ເຖິງຢ່າງໃດກໍຕາມ ຕົນກໍຍັງບໍ່ໝັ້ນໃຈ 100% ວ່າຈະໄດ້ຮັບຄ່າຊົດເຊີຍຈາກ ບໍຣິສັດດັ່ງກ່າວຄົບທັງ 36 ເດືອນ ຕາມທີ່ອະດີດນາຍຈ້າງ ໄດ້ຮັບປາກໄວ້ ຫລືບໍ່, ຍ້ອນ ອະນາຄົດ ບໍ່ມີຄວາມແນ່ນອນ.
ແລະອະດີດພະນັກງານບໍຣິສັດ ອີກຄົນນຶ່ງກໍເວົ້າວ່າ ຕົນກໍບໍ່ແນ່ໃຈວ່າ ຈະໄດ້ຮັບເງິນຄ່າຊົດເຊີຍ ແບບຣາຍເດືອນນັ້ນ ໄປຈົນຄົບຕາມຈໍານວນ ທີ່ກໍານົດໄວ້ ຫລືບໍ່ ຊຶ່ງຕົນ ມີກໍານົດໄດ້ເງິນ ເດືອນທັງໝົດ 24 ເດືອນ ແຕ່ກໍຮູ້ສຶກອຸ່ນໃຈຂຶ້ນແດ່ ທີ່ໄດ້ຮັບໄປແລ້ວ 1 ເດືອນ ຊຶ່ງກໍພໍສໍາລັບ ຊື້ເຂົ້າກິນ ໃນຣະຫວ່າງທີ່ກໍາລັງ ຊອກຫາວຽກໃໝ່ເຮັດ:
“ໄປເຊັກເບິ່ງບັນຊີ ເພິ່ນໂອນເຂົ້າໃຫ້ແລ້ວ ໄດ້ປະມານລ້ານນຶ່ງຕໍ່ເດືອນ ເພິ່ນກໍານົດໃຫ້ 2 ປີ ໄດ້ໝົ້ງປະມານນີ້ແຫຼະ ແຕ່ວ່າບໍ່ຮູ້ວ່າສິໄດ້ຄົບ ທຸກເດືອນບໍ່ ກະລໍຖ້າເບິ່ງໂຕຈິງຫັ້ນແຫຼະ. ເອີ໋ ຄັນໃຫ້ສໍ່ານີ້ກະພໍໃຈຢູ່ດອກ ມັນກະບໍ່ມີບັນຫາຫຍັງ ເຮົາກະພໍມີນັ້ນໄປຊອກວຽກໃໝ່.”
ໃນຂນະດຽວກັນ ອະດີດພະນັກງານ ບໍຣິສັດອີກຄົນນຶ່ງ ກໍເວົ້າວ່າ ສໍາລັບຕົນຈະໄດ້ຄ່າຊົດເຊີຍພຽງ 1 ປີ ຍ້ອນເຮັດວຽກໄດ້ບໍ່ດົນ ແລະໄດ້ ເງິນເດືອນ ບໍ່ຫຼາຍຢູ່ແລ້ວ ແລະວ່າທຸກມື້ນີ້ ກໍອາສັຍແຕ່ເງິນ ທີ່ຈະໄດ້ຮັບນັ້ນມາໃຊ້ຈ່າຍ ຄ່າຫ້ອງພັກ ແລະຄ່າອາຫານ ເນື່ອງຈາກບໍ່ມີສິດ ໄດ້ຮັບ ເງິນອຸດໜູນວ່າງງານ ຕາມສິດປະກັນສັງຄົມ:
“ໂອ໋ ປີດຽວເພາະເງິນຂ້ອຍມັນບໍ່ຫຼາຍ ເພາະວ່າຜູ້ໄດ້ຫຼາຍ ຂະເຈົ້າກະໄດ້ຈ່າຍເງິນປີອອກໄປ ຜູ້ໄດ້ໜ້ອຍກະສິໄດ້ຈ່າຍໜ້ອຍຫັ້ນນະຢູ່ວຽງ ນີ້ແຫຼະເປັນເຮືອນເຊົ່າເຂົ້າຊື້ ກະຕາມປົກກະຕິ ຫັ້ນແຫຼະ ກະຈ່າຍຄູ່ມື້ຫັ້ນແຫຼະ.”
ເພື່ອຄວາມກະຈ່າງແຈ້ງກ່ຽວກັບ ເຣຶ່ອງທີ່ວ່ານີ້ RFA ໄດ້ຕິດຕໍ່ໄປຫາຫ້ອງການ ກຸ່ມບໍຣິສັດໂຄລາວ, ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດ ຮັບໂທຣະສັບ. ພ້ອມດຽວກັນ ກໍໄດ້ຕິດຕໍ່ໄປຫາກົມຄຸ້ມຄອງ ແຮງງານກະຊວງແຮງງານ ແລະສວັດດິການສັງຄົມ, ໄດ້ຮັບຄໍາຕອບວ່າ ບໍ່ໄດ້ຮັບເຣື່ອງຮ້ອງ ຮຽນ ກ່ຽວກັບກໍຣະນີດັ່ງກ່າວ ແລະ ບໍ່ສາມາດມີຄວາມເຫັນໄດ້.
ເຖິງຢ່າງໃດກໍຕາມ ກ່ຽວກັບກໍຣະນີ ກຸ່ມບໍຣິສັດໂຄລາວຈໍາກັດ ຈ່າຍເງິນຊົດເຊີຍ ໃຫ້ແກ່ອະດີດພະນັກງານຂອງຕົນ ແບບເປັນຣາຍເດືອນ ນັ້ນຜູ້ຊ່ຽວຊານ ດ້ານກົດໝາຍ ໃນລາວ ທ່ານນຶ່ງ ກ່່າວຕໍ່ RFA ວ່າ ບໍ່ເປັນເຣື່ອງຜິດ ກົດໝາຍ ຍ້ອນເປັນສິດ ຂອງຂະເຈົ້າ ທີ່ສາມາດ ຜ່ອນຊໍາຣະໜີ້ ໃຫ້ແກ່ອະດີດ ພະນັກງານ ແລະກົດໝາຍ ກໍບໍ່ໄດ້ກໍານົດວ່າ ຈະຕ້ອງຈ່າຍຄ່າ ຊົດເຊີຍ ໃຫ້ບາດດຽວ:
“ຖ້າຫາກວ່າ ທາງບໍຣິສັດ ບໍ່ມີຄວາມສາມາດ ທີ່ຈະໃຊ້ໃຫ້ເປັນຫົວໄດ້ ແຕ່ກະມີເງື່ອນໄຂ ໃນການຜ່ອນຜັນ ຂະເຈົ້າຍັງມີສິດຜ່ອນຜັນໃຫ້ ອາຈຈະໃຫ້ ເປັນກ້ອນ ໃຫ້ເປັນເດືອນຈັ່ງຊີ້ນະ ມັນກະມີສິດຜ່ອນຜັນ ກະຕ້ອງເບິ່ງຕາມເງື່ອນໄຂ ຂອງທາງບໍຣິສັດຫັ້ນ.”
ທ່ານກ່າວຕື່ມອີກວ່າ ຫາກອະດີດ ພະນັກງານ ໄດ້ຮັບຄ່າຊົດເຊີຍບໍ່ຄົບຕາມເດືອນທີ່ກໍານົດ ຫລືບໍ່ໄດ້ຮັບເງິນຊົດເຊີຍ ເດືອນໃດເດືອນນຶ່ງກໍ ສາມາດໂອ້ລົມ ແລະ ເຮັດບົດບັນທຶກ ກັບທາງ ບໍຣິສັດໄດ້ ໂດຍໃຫ້ເຈົ້າໜ້າທີ່ ຂອງຣັຖ ເປັນຜູ້ຮ່ວມເປັນສັກຂີພະຍານ ແຕ່ຖ້າໂອ້ລົມກັນ ແລ້ວຍັງແກ້ບໍ່ຕົກ ກໍສາມາດຍື່ນເອກສານ ຟ້ອງຮ້ອງໄດ້.
ອະດີດພະນັກງານຂອງບໍຣິສັດ ດັ່ງກ່າວ ທີ່ຖຶກຍົກເລີກ ສັນຍາຈ້າງງານ ຊຶ່ງເບື້ອງຕົ້ນ ໄດ້ພາກັນປະທ້ວງ ໃຫ້ທາງບໍຣິສັດ ຈ່າຍເງິນຄ່າຊົດ ເຊີຍໃຫ້ນັ້ນ ຈະໄດ້ຮັບຄ່າຊົດເຊີຍ ຕ່າງກັນ ແລະ ຈໍານວນບໍ່ເທົ່າກັນ, ຂຶ້ນຢູ່ກັບເງິນເດືອນ ແລະປີການເຮັດວຽກ ຂອງແຕ່ລະຄົນ.
ກຸ່ມບໍຣິສັດໂຄລາວ ໄດ້ຍົກເລີກສັນຍາຈ້າງງານ ກັບພະນັກງານ ຢູ່ນະຄອນຫຼວງວຽງຈັນ 100 ປາຍຄົນ ໃນເດືອນພຶສພາ 2020 ຍ້ອນຜົລ ກະທົບຈາກ ການຣະບາດ ຂອງເຊື້ອພຍາດ ໂຄວິດ-19. ຖ້ານັບຕັ້ງແຕ່ເດືອນ ກຸມພາ ຮອດເດືອນພຶສພາ ປີນີ້ ກຸ່ມບໍຣິສັດໂຄລາວ ໄດ້ປົດ ພະນັກງານ ຂອງຕົນ ທັງຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ແຂວງສວັນນະເຂດ 1 ພັນປາຍຄົນ, ອີງຕາມຄໍາເວົ້າຂອງພະນັກງານ ຄົນນຶ່ງ ເມື່ອບໍ່ດົນຜ່ານມາ.
ກຸ່ມບໍຣິສັດ ໂຄລາວຈໍາກັດ ຈາກເກົາຫລີໃຕ້ ໄດ້ເຂົ້າມາດໍາເນີນທຸຣະກິດປະເພດ ຣົດໃຫຍ່ ແລະທຸຣະກິດຫຼາຍຢ່າງໃນລາວ ປະມານ 20 ປີ ແລ້ວ ໂດຍມີພະນັກງານ ທັງໝົດ 4 ພັນ ປາຍຄົນ.