ທະນາຄານ Deutsch ຂາຍຫຸ້ນຂອງ ວຽດນາມ


2013.12.03
F-default ທະນາຄານ Deutsch ຂາຍຫຸ້ນຂອງ ວຽດນາມ
RFA

 

ທະນາຄານ  Deutsch Bank ຂອງເຢັຽຣະມັນປະກາດວ່າ ກອງທຶນພັນທະບັດນຶ່ງ ຂອງທະນາຄານ ໄດ້ຂາຍຫຸ້ນ ພັນທະບັດ ຂອງບໍຣິສັດ ຮວງອານຢາຍລາຍອອກ ຍ້ອນການລົງທຶນທີ່ດິນ ຂອງບໍຣິສັດ ໃນກໍາພູຊາ ແລະສປປລາວ ຖືກນັກເຄື່ອນໄຫວຕ້ອງຕິຫຼາຍ. ຫຸ້ນທີ່ຂາຍອອກ ນັ້ນ ແມ່ນບໍຣິສັດ ມືທີ 3 ເປັນຜູ້ຄຸ້ມຄອງ ຕາງໜ້າໃຫ້ບໍຣິສັດ ຮວງອານຢາຍຫລາຍ.

ລາຍງານຂອງອົງການ Global Witness ທີ່ມີສູນກາງ ຢູ່ປະເທດອັງກິດ ເມື່ອບໍ່ດົນມານີ້ວ່າ ມີສອງບໍຣິສັດຢາງພາຣາໃຫ່ຽທີ່ລົງທຶນປູກຢາງ ພາຣາ ໃນສປປລາວແລະກໍາພູຊາ ໂດຍໄດ້ຮັບສັມປະທານເນື້ອທີ່ປະມານ 2 ແສນ ເຮັກຕາ ທີ່ບັງຄັບໃຫ້ຫລາຍຄອບຄົວ ອອກໜີຈາກທີ່ດິນ ປູກຝັງຂອງເຂົາເຈົ້າແລະບາງກໍຣະນີຖືກນາບຂູ່ຈັບໃສ່ຄຸກ. ລາຍງານນີ້ທາງອົງການ Global Witness ຫວັງວ່າຈະກົດດັນ ບໍຣິສັດ HAGL ໃຫ້ແກ້ໄຂ ບັນຫາທີ່ເກີດຂຶ້ນຕໍ່ຊາວບ້ານ.

ໃນລາຍງານນັ້ນ Global Witness ໄດ້ແນະນໍາໃຫ້ບໍຣິສັດ HAGL ປະຕິບັດຕາມລະບຽບກົດໝາຍ ໃຫ້ຄ່າຊົດເຊີຽແກ່ຊາວບ້ານທີ່ສູນເສັຽທີ່ ດິນແລະໃຫ້ເປີດເຜີຽການດໍາເນີນງານຂອງບໍຣິສັດ. ພ້ອມນັ້ນ ຍັງໄດ້ຂໍໃຫ້ທະນາຄານ  Deutsch Bank ເຈົ້າທຶນໃຫ້ເງິນກູ້ ໃຊ້ສິດອໍານາດ ຂອງທະນາຄານ ເພື່ອກົດດັນໃຫ້ບໍຣິສັດ HAGL ປ່ຽນແປງການປະຕິບັດ ຕໍ່ຊາວບ້ານ.

ຫລັງຈາກ 6 ເດືອນຜ່ານໄປແລ້ວ ປາກົດວ່າ ທາງບໍຣິສັດ ບໍ່ໄດ້ແກ້ໄຂຫຍັງໝົດ ຕາມຄໍາແນະນໍາໃນລາຍງານ. ໝົດກໍານົດເວລາ 6 ເດືອນ ແລ້ວ Global Witness ໄດ້ບອກໃຫ້ Deutsch Bank ຂາຍຫຸ້ນບໍຣິສັດ HAGL ອອກ. Global Witness ວ່າ ການຢືດທີ່ດິນ ແບບບໍ່ ຖືກຕ້ອງ ເປັນບັນຫາຊໍາເຮື້ອ ໃນລາວແລະກໍາພູຊາ ຍ້ອນບໍຣິສັດດັ່ງກ່າວ ມີເສັ້ນສາຍ ກັບຜູ້ນໍາທາງການເມືອງ ໃນສອງປະເທດນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.