ຈີນ-ວຽດນາມກວ້ານຊື້ດິນ ດົງໝາກຄາຍ
2013.12.03
ເພື່ອທຸຣະກິດ ເພື່ອໄວ້ຂາຍ ເອົາກໍາໄຣ ພວກພໍ່ຄ້າຈີນ ແລະ ວຽດນາມ ພາກັນກວາດຊື້ ທີ່ດິນ ຈາກຊາວບ້ານ ໃນເຂດ ດົງໝາກຄາຍ ແລະ ເຂດໃກ້ຄຽງ ພາຍຫລັງ ມີຂ່າວວ່າ 10 ກະຊວງ ແລະຫ້ອງການ ຂອງຣັຖບາລ ຈະຍ້າຍໄປຕັ້ງ ຢູ່ທີ່ນັ້ນ ເພື່ອຫລຸດຜ່ອນສະພາບແອອັດ ໃນ ນະຄອນຫຼວງວຽງຈັນ ດັ່ງຊາວບ້ານ ໃນເຂດນັ້ນເວົ້າວ່າ:
"ຈີນກັບວຽດ ກໍາລັງວຸ້ນດຽວນີ້ ມີຄົນມາຊື້ ກວ້ານຊື້ໝົດແລ້ວນະ ຕໍ່ໄປຕໍ່ມາທາງພີ້ລະສິແພງຕໍ່ໄປມັນສິຂຶ້ນເປັນແມັດລະ 1,000 ກວ່າຫຼຽນ ຄື ຈັ່ງຕລາດເຊົ້າ".
ນາງເວົ້າຕື່ມວ່າ ຊາວຈີນແລະວຽດນາມ ທີ່ມາຊື້ດິນ ໃນເຂດດັ່ງກ່າວ ໃນຣາຄາຕາລາງແມັດລະ 100 ໂດລາ ສະຫະຣັຖ ມາຖາມຊື້ດິນ ຂອງ ນາງຫຼາຽເທື່ອແລ້ວ ແຕ່ນາງບໍ່ຢາກຂາຍ ເພາະວ່າ ຊື້ໃນຣາຄານັ້ນ ແມ່ນຕໍ່າເກີນໄປ ປົກກະຕິຊື້ຂາຍກັນ ໃນຣາຄາຕາລາງແມັດລະ 200 ຫາ 300 ໂດລາ. ແຕ່ກໍມີຊາວ ບ້ານຫລາຍຄົນ ຍອມຂາຍໄປແລ້ວ.
ນາງວ່າ ໃນອະນາຄົດ ເມື່ອຫ້ອງການ 10 ກະຊວງສ້າງແລ້ວ ກໍຈະເຮັດໃຫ້ເຂດ ດົງໝາກຄາຍ ແລະບ້ານໃກ້ຄຽງ ມີຄວາມຈະເຣີນຂຶ້ນຍ້ອນ ພວກພໍ່ຄ້າຈະມາເຮັດທຸຣະກິດຕ່າງໆໃສ່ ແລະໄດ້ຍິນວ່າຈະສ້າງສູນ ການຄ້ານໍາ ແລະວ່າ ສ່ວນຕົວແລ້ວນາງເຫັນດີນໍາ ເພາະຈະໄປຫາ ເຈົ້າ ໜ້າທີ່ໄດ້ງ່າຍ ແຕ່ກໍເປັນຫ່ວງ ນໍາບັນຫາສັງຄົມ ທີ່ຈະຕາມມາ ເພາະຈະມີຄົນຕ່າງຊາດ ເຂົ້າມາຢູ່ຫລາຍ.
10 ກະຊວງ ທີ່ວ່າຈະຍ້າຍໄປຕັ້ງຢູ່ເຂດດັ່ງກ່າວນັ້ນ ຍັງບໍ່ຮູ້ວ່າ ຈະແມ່ນກະຊວງໃດ. ມີແຕ່ຂ່າວວ່າຈະໃຊ້ເນື້ອທີ່ທັງໝົດ 200 ເຮັກຕາ ແລະ ຈະເຣີ້ມວາງສີລາລຶກໃນໄວໆນີ້.