ດາວເຮືອງຮັບປາກ ຈະຈ່າຍໜີ້

ຈໍາປາທອງ
2017.06.28
F-Dao-coffee ກາເຟ ທີ່ປູກຢູ່ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ
Screen captured Dao coffee video

ຊາວສວນກາເຟເມືອງປາກຊ່ອງ ແຂວງຈໍາປາສັກ ແລະເມືອງທ່າແຕ່ງ ແຂວງເຊກອງເກືອບ 2 ພັນຄອບຄົວ ດີໃຈ ທີ່ບໍຣິສັດ ກາເຟ ດາວເຮືອງຮັບປາກວ່າ ຈະຈ່າຍໜີ້ໃຫ້ ຈໍານວນ 27 ຕື້ກີບ ທີ່ຕິດຄ້າງມາ ຕັ້ງແຕ່ຕົ້ນປີ 2017, ເຖິງແມ່ນວ່າທາງບໍຣິສັດ ບໍ່ທັນເວົ້າວ່າ ຈະຈ່າຍໃຫ້ເມື່ອໃດ. ຕາມຄໍາເວົ້າ ຂອງຊາວສວນກາເຟ ເມືອງປາກຊ່ອງ ຜູ້ບໍ່ປະສົງອອກຊື່ ໃນມື້ວັນທີ 27 ມິຖຸນານີ້:

"ກໍແນ່ນອນແຫລະ ສິໄດ້ເງິນແລ້ວໃຜສິບໍ່ດີໃຈ ປີໃໝ່ມາຍັງບໍ່ທັນຈ່າຍ ຈັກເທື່ອ ບໍ່ຈ່າຍເລີຍມິດມິດ ສາງກໍປິດໄວ້ ສາງຢູ່ປາກຊ່ອງຫັ້ນ ຊ່ວງປີກາຍຫັ້ນ ເພິ່ນຕິດ ປະມານເດືອນ 3 ກໍເພິ່ນຈ່າຍ ໝົດປີກາຍ ບາດດຽວນີ້ຫັ້ນ ຕິດໜີ້ເດ໊ ຮອດປັດຈຸບັນນີ້ ຍັງບໍ່ທັນໝົດເລີຍ ຊາວບ້ານ ກໍຢາກໃຫ້ເພີ່ນມາຈ່າຍ ເພາະວ່າ ເຮົາຕ້ອງໄດ້ໝູນໃຊ້ເງິນ ບາງຄົນກໍໃຊ້ໜີ້ ບ້ານເຮົານີ້".

ໃນການແກ້ໄຂບັນຫາໜີ້ສິນທີ່ວ່ານີ້ ເມື່ອອາທິດທີ່ຜ່ານມາ ຜແນກອຸດສາຫະກັມ ແລະການຄ້າ ແຂວງຈໍາປາສັກ ໄດ້ເອີ້ນຕົວແທນ ບໍຣິສັດ ກາເຟດາວເຮືອງ ແລະຜູ້ຕາງໜ້າ ຊາວສວນກາເຟ ທີ່ບໍຣິສັດຕິດໜີ້ ມາປະຊຸມ ປຶກສາຫາລືກັນ ເພື່ອຫາທາງແກ້ໄຂ. ໃນນັ້ນ ທາງບໍຣິສັດ ກາເຟດາວເຮືອງ ໃຫ້ສັນຍາກັບ ເຈົ້າໜ້າທີ່ ແລະຊາວສວນກາເຟວ່າ ຈະພຍາຍາມຈ່າຍໜີ້ ເປັນເງິນ 27 ຕື້ກີບ ນັ້ນໃຫ້.

ໃນຂນະດຽວກັນ ຊາວສວນກາເຟ ເມືອງທ່າແຕງ ແຂວງເຊກອງ ຊໍ້າພັດບອກວ່າ ພວກຂະເຈົ້າ ເລີ້ມບໍ່ມີຄວາມເຊື່ອໝັ້ນ ວ່າຈະໄດ້ຮັບເງິນ ຈາກບໍຣິສັດ ກາເຟດາວເຮືອງແລ້ວ ພາຍຫຼັງ ບໍຣິສັດນີ້ໄດ້ ຕິດໜີ້ມາດົນ ແລະເວົ້າວ່າ ໃນອະນາຄົດ ຖ້າມີບໍຣິສັດກາເຟ ອື່ນເຂົ້າມາຮັບຊື້ ພວກຂະເຈົ້າ ກໍຢາກໃຫ້ຈ່າຍເປັນ ເງິນສົດ. ດັ່ງທີ່ທ່ານ ກ່າວວ່າ:

"ໂອ໋ ດາວເຮືອງຕິດໜີ້ປະຊາຊົນ ຫລາຍປະມານ 6 ເດືອນເນາະ ໄດ້ສົ່ງອອກກາເຟແລ້ວ ຈັ່ງຈ່າຍເງິນ ປະຊາຊົນມັນ ຫາທາງເລືອກບໍ່ໄດ້ ແຕ່ວ່າບໍ່ທັນໄດ້ມີການ ຜູກພັນສັນຍາ ຫຍັງດອກ ດຽວນີ້ຄັນວ່າມີ ບໍຣິສັດໃດ ບໍຣິສັດນຶ່ງ ມານີ້ຖືວ່າກໍມອບໃຫ້ ບໍຣິສັດ ທີ່ເຂົາຈ່າຍເງິນສົດ ຄືວຽດຄືຈີນ ກໍມາຊື້ ເຮົາກໍໃຫ້ເຂົາ ຈ່າຍເງິນສົດ".

ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕດຕໍ່ໄປຍັງ ຜູ້ຕາງໜ້າ ບໍຣິສັດ ກາເຟດາວເຮືອງ ສາຂາປາກເຊ ແລະເມືອງປາກຊ່ອງ, ແຕ່ທາງ ບໍຣິສັດຍັງ ບໍ່ສະດວກ ທີ່ຈະໃຫ້ຄໍາຕອບ ຂນະທີ່ ເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າແຂວງຈໍາປາສັກ ແນະນໍາໃຫ້ ຕິດຕໍ່ໄປຫາ ກະຊວງອຸດສາຫະກັມ ແລະການຄ້າ ຊຶ່ງຍັງບໍ່ສາມາດ ຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.