ຊາວບ້ານຈາກເຂື່ອນນໍ້າອູ 2 ລໍາບາກ
2017.02.06

ປະຊາຊົນ ບ້ານ ຫາດຂິບ ເມືອງງອຍ ແຂວງຫລວງພຣະບາງ ຍັງບໍ່ໄດ້ຮັບ ການຈັດສັນ ອາຊີບ ຈາກໂຄງການ ເຂື່ອນນ້ຳອູ2 ຫລັງຈາກ ທີ່ປະຊາຊົນ ຖືກໂຍກຍ້າຍ ມາບ້ານ ທີ່ໂຄງການ ຈັດສັນ ໄວ້ໃຫ້ໃໝ່ ໄດ້ 3-4 ປີ ແລ້ວ. ໂດຍທີ່ທາງການ ໄດ້ໃຫ້ສັນຍາ ກັບ ປະຊາຊົນວ່າ ຈະມີການ ຈັດສັນອາຊີບ ໃຫ້ ແຕ່ຫລັງຈາກ ຍ້າຍມາແລ້ວ ເລື້ອງດັ່ງກ່າວ ກໍງຽບໄປ, ດັ່ງ ປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ບໍ່ໄດ້ຈັດສັນເທື່ອ ໂຄງການເພິ່ນ ຍັງບໍ່ຈັດສັນເທື່ອນະ ອາຊີບນີ້ ຍັງເຂົາບໍ່ວ່າ ອັນຫຍັງເທື່ອ ອັນໄດ້ ສາມປີ ສີ່ປີແລ້ວ ນະ ກ່ອນຊິຍົກຍ້າຍ ໄປແລ້ວ ຈະຈັດສັນ ຕາມຫລັງຊິນ່າ ວ່າສຸດທ້າຍ ຍັງຄ້າງ ຢູ່ບ້ານນີ້ ຍັງບໍ່ໄດ້ ຈັດສັນເທື່ອ ອັນນີ້ ກໍຍ່າງໄປ ເວົ້າກັນ ກໍເວົ້າແລ້ວ ເພິ່ນຍັງ ບໍ່ທັນໄດ້ ປະຕິບັດ ເທື່ອ".
ປັດຈຸບັນ ປະຊາຊົນ ບ້ານຫາດຂິບ ຍັງບໍ່ມີອາຊີບ ເປັນຫລັກເປັນແຫລ່ງ ບ່ອນທຳການຜລິດ ຂອງປະຊາຊົນ ຍັງບໍ່ມີ ເພາະບ້ານທີ່ ທາງ ໂຄງການຈັດສັນ ໃຫ້ໃໝ່ນັ້ນ ບໍ່ມີບ່ອນ ທຳການຜລິດ ໃຫ້ແກ່ ປະຊາຊົນ, ເຂົາເຈົ້າຕ້ອງຍ່າງ ກັບຄືນໄປເຮັດ ການຜລິດ ຂອງ ເຂົາເຈົ້າ ໃນບ່ອນເກົ່າ ປະມານ 9 ກິໂລແມັດ.
ປະຊາຊົນ ຈຳນວນນຶ່ງ ກໍໄດ້ອອກໄປ ເຮັດວຽກ ກັມມະກອນ ຢູ່ໂຄງການ ເຂື່ອນນ້ຳອູ 1 ແລະ 3 ເພື່ອຫາຣາຍໄດ້ ລ້ຽງຄອບຄົວ, ດັ່ງ ປະຊາຊົນ ທ່ານນີ້ ກ່າວຕື່ມ ອີກວ່າ:
"ປັດຈຸບັນນີ້ ກໍມີຫຼາຍໆຄົນ ກໍຍ້າຍມາ ເຂື່ອນນ້ຳອູ3 ພຸ້ນ ເຂົາເຈົ້າເມືອ ຊອກເຮັດວຽກ ຢູ່ອູສາມ ອູນຶ່ງ ຈັ່ງຊີ້ນະ ກໍກັມມະກອນ ນີ້ແຫຼະ ເຮັດເຂື່ອນ ນີ້ແຫຼະ".
ກ່ຽວກັບເລື້ອງນີ້ ເອເຊັຽເສຣີ ໄດ້ສອບຖາມ ໄປຍັງຜແນກ ພລັງງານ ແລະບໍ່ແຮ່, ແລະ ເຈົ້າໜ້າທີ່ ໂຄງການ ເຂື່ອນນ້ຳອູ, ແຕ່ບໍ່ມີຜູ້ໃດ ໃຫ້ຄຳຕອບ.
ເຂື່ອນນ້ຳອູ2 ສ້າງໃສ່ລຳນ້ຳອູ ທີ່ເມືອງງອຍ ແຂວງຫຼວງພຣະບາງ ປັດຈຸບັນ ສ້າງ ສໍາເລັດແລ້ວ ເປີດການ ທົດລອງແລ້ວ ໂດຍມີກຳລັງ ໃນການຜລິດ 120 ເມກກະວັດ ເປັນຂອງ ບໍຣິສັດ ຊີໂນ ໄຮໂດຣ. ມີປະຊາຊົນ ຫຼາຍກວ່າ 100 ຄອບຄົວ ຢູ່ ສອງບ້ານ ຖືກໂຍກຍ້າຍ ຈາກໂຄງການ ເຂື່ອນນ້ຳອູ 2.