ເຂື່ອນນໍ້າຄານ3 ຍ້າຍອີກ 2 ໝູ່ບ້ານ


2013.09.17
F-LP ທັມມະຊາຕ ໃນແຂວງ ຫລວງພຣະບາງ
Marcel

 

ປັດຈຸບັນ ເຈົ້າໜ້າທີ່ ໂຄງການເຂື່ອນ ໄຟຟ້ານໍ້າຄານ-3 ໃນແຂວງ ຫຼວງພຣະບາງ ໄດ້ຍ້າຍຊາວບ້ານ ຈາກບ້ານຫ້ວຍສະຄັ້ງ 53 ຄອບ ຄົວກັບ ບ້ານຄອນຫວາຍ 61 ຄອບຄົວ ມາໄວ້ໃນບ້ານ ຈັດສັນໃໝ່ ເປັນທີ່ ຮຽບຮ້ອຍແລ້ວ, ແຕ່ ປະຊາຊົນ ສ່ວນຫລາຍບໍ່ພໍໃຈ ເຣື້ອງ ການຈ່າຍເງິນຄ່າລ້ຽງດູ ແລະຄວາມບໍ່ກະຈ່າງແຈ້ງ ໃນການຈ່າຍຄ່າ ຊົດເຊີຽ. ຕາມການເປີດເຜີຽຂອງຊາວບ້ານ ວັນທີ່ 16 ກັນຍານີ້:

"ກໍມີແຕ່ຫມີ່ຫັ້ນ ຄອບຄົວນຶ່ງ ແກ໊ດນຶ່ງ ນໍ້າຫັ້ນກໍແກ໊ດນຶ່ງ ເຂົ້ານໍ້າ ເຂົາໄລ່ເປັນເງິນ ພວກໄດ້ຫລາຍ ກໍໄດ້ຫລາຍ ພວກໄດ້ໜ້ອຍ ກໍ ໄດ້ໜ້ອຍ. ໄລ່ເປັນຫົວຄົນ ຜູ້ນຶ່ງເດືອນນຶ່ງ 25 ກິໂລກຣາມ ນັ້ນຕິ ແລ້ວເຂົ່າໄລ່ເປັນເງິນ ໃຫ້ບໍ່ໄດ້ແຕ່ບ້ານຈັດສັນ ເຂົາສີ່ໄລ່ລຽງເບິ່ງ ວ່າມີຈັກຄອບຄົວແທ້ຄອບຄົວນຶ່ງສີ່ໄດ້ ຈັກບ່ອນ ຈັກເຮັກຕາ ກໍບໍ່ ທັນຮູ້ເທື່ອ".

ຊາວບ້ານວ່າການຈ່າຍຄ່າລ້ຽງດູແຕກຕ່າງກັນບໍ່ຮູ້ວ່າດ້ວຍເຫດຜົນໃດ. ທ່ານຍົກໂຕຢ່າງ ສອງຄອບຄົວທີ່ມີຈໍານວນຄົນ 5 ຄົນເທົ່າກັນ, ຄອບ ຄົວນຶ່ງໄດ້ເງິນຄ່າລ້ຽງດູ 580,000 ກີບຕໍ່ເດືອນ ແຕ່ບາດຄອບຄົວນຶ່ງ ອີກພັດໄດ້ແຕ່ 520,000 ກີບຕໍ່ເດືອນ. ການລ້ຽງດູ ໃນຕໍ່ໜ້ານີ້ ເຈົ້າ ໜ້າທີ່ ໂຄງການບໍ່ໄດ້ ຢືນຢັນຢ່າງຄັກແນ່ວ່າ ຈະລ້ຽງດູຈັກປີ. ຫລັງຈາກຍ້າຍມາຢູ່ບ້ານຈັດສັນແລ້ວ ພັດວ່າຈະລ້ຽງດູ 2 ປີ. ຕໍ່ໄປຍັງບໍ່ຮູ້ວ່າ ຈະລ້ຽງດູແທ້ຫລືບໍ່, ແລະຍັງບໍ່ເປັນທີ່ ແນ່ນອນເທື່ອວ່າ ເຄື່ອງປູກຂອງຝັງ ທີ່ເສັຽຫາຍໄປນັ້ນ ຈະໄດ້ຮັບຄ່າ ຊົດເຊີຽຫລືບໍ່, ທີ່ດິນຕອນໃໝ່ ສໍາລັບໃຫ້ປູກຝັງ ກໍບໍ່ທັນມີ ແລະບໍ່ຮູ້ວ່າຍາມໄດຈະໄດ້ຮັບ. ບ້ານຈັດສັນໃໝ່ ທີ່ທາງໂຄງການສ້າງນັ້ນ ມີເນື້ອທີ່ 96 ເຮັກຕາ, ປະກອບດ້ວຍ ເຮືອນ 110 ຫລັງ ຕັ້ງຢູ່ແຄມ ນໍ້າຄານ ລະຫ່ວາງ ບ້ານປາກແວດ ຫາບ້ານ ດອນໂມ.

ໂຄງການເຂື່ອນນໍ້າຄານ3 ສ້າງໂດຍບໍຣິສັດ Sinohydro ຈາກປະເທດຈີນ ມີຄວາມສາມາດ ຜລິດໄຟຟ້າໄດ້ 60 mw. ມີກໍານົດສ້າງໃຫ້ ແລ້ວແລະຜລິດໄຟຟ້າໄດ້ໃນປີ 2016.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.