ເຂື່ອນເທີນຫີນບູນກໍາລັງ ຄືບໜ້າ

ສິດນີ
2014.10.27
f-image ເຂື່ອນເທີນຫີນບູນກໍາລັງ ຄືບໜ້າ
RFA

 

ເຈົ້າໜ້າທີ່ ພລັງງງານ ແລະ ບໍ່ແຮ່ ເປີດເຜີຍວ່າ ປັດຈຸບັນ ໂຄງ ການ ເຂື່ອນ ໄຟຟ້າ ເທີນຫີນບູນ ທີ່ ແຂວງ ຄຳມ່ວນ ກໍ່ສ້າງແລ້ວ ກວ່າ 40 ສ່ວນຮ້ອຍ ຊື່ງ ໃນ ເວລານີ້ ຢູ່ໃນຊ່ວງ ການ ກໍ່ສ້າງ ໂຕເຂື່ອນ ແລະ ຣະບົບ ຜລິດ ໄຟຟ້າ ຄາດວ່າ ຈະສ້າງໃຫ້ ແລ້ວ ພາຍໃນ ກາງ ປີ 2015. ດັ່ງທ່ານ ກ່າວວ່າ:

"ນ້ຳ ເທີນຫີນບູນ ກໍ ປະມານໄດ້ ສັນຍາ ມັນ 30 ເມັກ ມັນເຂົ້າ ຕະລາງ ຂອງ ກະຊວງ ພລັງງານ ບໍ່ແຮ່ ແລ້ວ ຍຸທສາດ ການ ພັທນາ ເຂື່ອນ ໄຟຟ້າ ນ້ຳຕົກ ມັນຍັງ ຕ້ອງການ ໃຊ້ ຈຳນວນ ຫລາຍເດ".

ທ່ານກ່າວ ຕື່ມວ່າ ເຂື່ອນນີ້ ສ້າງຂື້ນ ເພື່ອ ສນອງ ການໃຊ້ ໄຟຟ້າ ພາຍໃນ ແຂວງ ຄຳມ່ວນ ຍ້ອນ ໃນ ປັດຈຸບັນ ທີ່ ແຂວງ ຄຳມ່ວນ ມີ ໂຮງງານ ອຸດສາຫະກັມ ເກີດຂື້ນ ຢ່າງ ຫຼວງຫຼາຍ ຄວາມຕ້ອງ ການ ໄຟຟ້າ ຈຶ່ງເພີ້ມຂື້ນ ຫຼາຍ ກວ່າເກົ່າ. ນອກຈາກ ນັ້ນ ເຂື່ອນ ແຫ່ງນີ້ ຍັງຈະໄດ້ ເພີ້ມ ພື້ນທີ່ ຊົລປະທານ ໃຫ້ ຊາວ ກະສິກອນ ໃນ ຣະດູ ແລ້ງ ອີກ ປະມານ 5 ຫາ 7 ພັນ ເຮັກຕາ.

ທ່ານວ່າ ໂຄງການ ເຂື່ອນ ເທີນຫີນບູນ ຍັງຕ້ອງໄດ້ ໂຍກຍ້າຍ ປະຊາຊົນ ອອກຈາກ ພື້ນທີ່ ປະມານ 30 ຄອບຄົວ ໃນຈຳນວນ 4 ບ້ານ ຄື ບ້ານ ນາຊ້າງຂາມ ບ້ານ ຝາຄ້ອງ ບ້ານ ໂພນທອງ ແລະ ບ້ານໜອງຮາງ ໃນເຂດ ເມືອງຄູນ ແຂວງ ຄຳມ່ວນ.

ເຂື່ອນ ດັ່ງກ່າວ ມີກຳລັງ ການຜລິດ ໄຟຟ້າ ປະມານ 30 ເມັກກາວັດ ຕັ້ງຢູ່ ເຂດ ເມືອງຄູນ ຊື່ ເກົ່າຄື ເມືອງ ຫີນບູນ ແຂວງ ຄຳມ່ວນ ທີ່ ມີຊາຍແດນ ຕິດກັບ ເມືອງ ວຽງທອງ ແຂວງ ບໍຣິຄຳໄຊ ຕັ້ງຢູ່ ທາງທິດ ເຫນືອ ຂອງ ເຂື່ອນ ນ້ຳເທີນ 2 ແລະ ທາງໃຕ້ ຂອງ ເຂື່ອນ ເທີນຫີນບູນ ພາກຂຍາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.