ໄທຈະຂໍໃຫ້ລາວເລື່ອນເວລາ ສ້າງ ເຂື່ອນ
2015.01.09
ນາຍ ຈະຕຸພອນ ບຸຣຸດພັດ ອະທິບໍດີ ກົມ ຊັພຍາກອນ ນ້ຳ ຂອງໄທ ຢືນຢັນ ກັບ ຊາວບ້ານ ແລະ ສື່ມວນຊົນ ໄທ ໃນຊ່ວງ ກອງປະຊຸມ ສລຸບ ຜົລ ການປຶກສາ ຫາລື ລ່ວງຫນ້າ ໂຄງການ ເຂື່ອນ ດອນສະໂຮງ ທີ່ ບາງກອກ ປະເທດໄທ ເມື່ອວັນທີ 7 ມົກກະຣາ 2015 ວ່າ ທາງການໄທ ໃນຖານະ ປະເທດ ສະມາຊິກ ກັມມາທິການ ແມ່ນ້ຳຂອງ ສາກົນ ຈະນຳຂໍ້ ກັງວົນ ແລະ ຄວາມ ຮຽກຮ້ອງ ຂອງ ຊາວບ້ານ ສເນີຕໍ່ ປະເທດ ສະມາຊິກ ແມ່ນ້ຳຂອງ ແລະ ຮ້ອງຂໍ ໃຫ້ ຣັຖບານ ລາວ ຍືດ ເວລາ ການປຶກສາ ຫາລື ລ່ວງຫນ້າ ຂອງ ເຂື່ອນ ດອນ ສະໂຮງ ອອກໄປ ອີກ. ດັ່ງທ່ານ ກ່າວວ່າ:
"ຂ້າພະເຈົ້າ ຈະສເນີ ຂຍາຍ ເວລາ ການປຶກສາ ຫາລື ລ່ວງຫນ້າ ອອກໄປ ໂອເຄ ບໍ ຂ້າພະເຈົ້າ ຈະໄປສເນີ ວ່າ ມັນຍັງ ບໍ່ ຄອບຄຸມ ເວລາ ມັນ ສັ້ນເກີນໄປ ບໍ່ຣະອຽດ ບໍ່ຊັດເຈນ ເຫມືອນ ທີ່ບອກ ສ້າງຢູ່ ບ່ອນໃດ ຍັງບໍ່ຮູ້ ແບບແຜນ ຈະສເນີ ຂຍາຍ ເວລາ ຈັກ 3-4 ເດືອນ ກໍໄດ້".
ໃນ ທີ່ ປະຊຸມ ມີຜູ້ເຂົ້າຮ່ວມ ປະມານ 120 ຄົນ ປະກອບດ້ວຍ ເຈົ້າຫນ້າທີ່ ທາງການ ກຸ່ມ ຊາວບ້ານ ຜູ້ ທີ່ອາສັຍ ຢູ່ ຕາມແຄມຂອງ ນັກ ວິຊາການ ຈາກ ສະຖາບັນ ການສຶກສາ ໃນໄທ ແລະ ຜູ້ສັງເກດ ການ ຊາວ ຕ່າງຊາດ. ກອງປະຊຸມ ຄັ້ງນີ້ ຈັດຂຶ້ນ ເພື່ອສເນີ ຂໍ້ມູນ ທີ່ ທາງການໄທ ໄດ້ ຮວບຮວມ ຈາກ ການສຶກສາ ຄົ້ນຄວ້າ ແລະ ຄວາມຄິດ ຄວາມເຫັນ ຂອງ ຊາວບ້ານ ໃຫ້ ກຸ່ມ ສ້າງເຂື່ອນ ໄດ້ຮູ້. ແຕ່ໃນ ຕອນທ້າຍ ຂອງ ກອງປະຊຸມ ທ່ານ ຈະຕຸພອນ ໄດ້ ໃຫ້ການ ຢືນຢັນ ກັບ ຊາວບ້ານວ່າ ທ່ານ ຈະສເນີ ໃຫ້ ຣັຖບານ ລາວ ຂຍາຍ ຂັ້ນຕອນ ການປຶກສາ ຫາລື ກັນ ລ່ວງຫນ້າ ອອກໄປອີກ ເພື່ອຄວາມ ກະຈ່າງແຈ້ງ ຂອງ ໂຄງການ ເຂື່ອນ ດອນ ສະໂຮງ.