ຊາວໄທລຸ່ມແມ່ນໍ້າຂອງຍັງ ຕໍ່ຕ້ານ ເຂື່ອນ

ມະນີຈັນ
2014.06.23
F-Thai-riparian2 ຜູ້ຊາຍຢູ່ຂວາມື ຄື ທ່ານສຸເທພ ກິຄສະໜາວາຣິນ ຊ່າງຖ່າຍຮູປ ສະຣະຄະດີ ທີ່ເຂົ້າໄປ ໃນບ່ອນສ້າງ ເຂື່ອນ ໄຊຍະບູຣີ ແລະ ໄດ້ນໍາເອົາຮູປ ມາສະແດງ ໃນ ງານເທສການ ຄັ້ງວັນທີ 9 ກັນຍາ 2012.
RFA/Nontarat

 

ຍານາງ ພຽນພອນ ດີເທດ ເຈົ້າໜ້າທີ່ ອົງການ ແມ່ນໍ້າ ສາກົນ ອອກ ແຈ້ງການ ກ່ຽວກັບ ການ ເຄື່ອນໄຫວ ຂອງ ຊາວໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ຊຶ່ງ ໄດ້ຍື່ນຟ້ອງ ສານ ປົກຄອງ ກໍຣະນີ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ລົງນາມ ໃນສັນຍາ ຊື້ ຂາຍ ໄຟຟ້າ ຈາກເຂື່ອນ ໄຊຍະບູຣີ ຂອງລາວ ທີ່ສົ່ງ ຜົລກະທົບ ຕໍ່ ຊຸມຊົນ ໂດຍບໍ່ ປະຕິບັດ ຕາມ ກົດໝາຍ ໄທ. ໃນ ແຈ້ງການ ນັ້ນ ບອກວ່າ:

ໃນວັນ ອັງຄານ ທີ 24 ມີຖຸນາ 2014 ສານ ປົກຄອງ ສູງສຸດ ຂອງ ໄທ ທີ່ ບາງກອກ ຈະອອກ ຄໍາຕັດສິນ ວ່າ ຈະຮັບ ຫລື ບໍ່ຮັບ ພິຈາ ຣະນາ ກ້ານຟ້ອງ ຄັ້ງນີ້. ໃນເວລາ 9 ໂມງເຊົ້າ ຊາວບ້ານ ປະມານ 40 ຄົນ ຈະຮວມຕົວ ກັນຢູ່ໜ້າ ສານປົກຄອງ ຖືປ້າຍ, ສະແດງອອກ ໃນຮູບແບບ ຕ່າງໆ ແລະ ເຂົ້າຮັບຟັງ ຄໍາສັ່ງ ໃນສານ ເວລາ 10 ໂມງ ເວລາ 13 ໂມງ ເຄື່ອຂ່າຍ ຊາວບ້ານ ຈະຈັດ ຖແລງຂ່າວ ກ່ຽວກັບ ສະພາບ ແມ່ນໍ້າຂອງ ໃນ ພື້ນທີ່ 8 ແຂວງ ທາງພາກ ເໜືອ ແລະ ພາກອິສານ. ໃນວັນທີ 26 ມີຖຸນາ ຈະມີ ກອງປະຊຸມ ຄະນະ ມົນຕຣີ ແມ່ນໍ້າຂອງ ຊຶ່ງໄທ ຈະ ເປັນ ເຈົ້າພາບ ຢູ່ ບາງກອກ. ບັນຫາ ສໍາຄັນ ທີ່ຈະນໍາຂຶ້ນ ພິຈາຣະນາ ກັນຄື ໂຄງການ ເຂື່ອນ ດອນສະໂຮງ ທີ່ ວຽດນາມ ແລະ ກັມພູຊາ ຮຽກຮ້ອງ ໃຫ້ ເລື່ອນ ການກໍ່ສ້າງ ນັ້ນ.

ເມື່ອເດືອນ ຕຸລາ 2012 ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ໄດ້ ລົງນາມ ໃນສັນຍາ ຊື້-ຂາຍ ໄຟຟ້າ ຈາກ ບໍຣິສັດ ພລັງງານ ໄຊຍະບູຣີ ໃນລາວ ແບບງຽບໆ. ເປັນທີ່ ຄາດ ກັນວ່າ ໂຄງການ ເຂື່ອນ ໄຊຍະບູຣີ ຈະສ້າງ ຄວາມເສັຽຫາຍ ຕໍ່ ສິ່ງແວດລ້ອມ ຢ່າງ ຮຸນແຮງ ແລະ ກວ້າງຂວາງ ຊຶ່ງບໍ່ອາຈ ແກ້ໄຂ ໃຫ້ກັບຄືນ ມາໄດ້ ແລະ ສົ່ງຜົລ ກະທົບ ຮ້າຍແຮງ ຕໍ່ວິຖີ ຊີວິດ ແລະ ສຸຂພາບ ຂອງຄົນ. ເຂື່ອນ ໄຊຍະບູຣີ ຈະເປັນເຂື່ອນ ທໍາອິດ ໃນຈໍານວນ 11 ເຂື່ອນ ທີ່ມີແຜນ ສ້າງໃສ່ ແມ່ນໍ້າຂອງ ຕອນລຸ່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.