ຊາວບ້ານຕ້ອງຍ້າຍຈາກເຂື່ອນ ນໍ້າງຽບ1

ສິດນີ
2016.05.31
F-Nam-Ngiep ຮູປຈໍາລອງ ຂອງເຂື່ອນ ນໍ້າງຽບ
Courtesy of Nam Ngiep

ໂຄງການ ເຂຶ່ອນໄຟຟ້າ ນ້ຳງຽບ 1 ຂນາດ 290 ເມກາວັດ ທີ່ສ້າງເຫນືອ ເມືອງປາກຊັນ ຣະຫວ່າງ ແຂວງ ບໍຣິຄຳໄຊ ແລະ ແຂວງ ໄຊສົມບູນ ຈະໂຍກຍ້າຍ ຊາວບ້ານ ປະມານ 3 ພັນຄົນ ສ່ວນໃຫຍ່ ເປັນຊົນເຜົ່າມົ້ງ ແລະ ເຜົ່າຂະມຸ.

ຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ເວົ້າວ່າ ດິນ ແລະ ຄ່າຊົດເຊີຍ ທີ່ ທາງການລາວ ຈະໃຫ້ ຂະເຈົ້ານັ້ນ ບໍ່ສົມເຫດ ສົມຜົລ ແລະ ບໍ່ພຽງພໍ ກັບຄວາມຕ້ອງການ ແລະ ກໍບໍ່ເປັນດິນ ທີ່ດີສຳລັບ ການປູກຝັງ ເພື່ອລ້ຽງ ຄອບຄົວ. ຊາວບ້ານ ເວົ້າວ່າ ພວກຂະເຈົ້າ ຍັງບໍ່ຮູ້ ຢ່າງ ແຈ່ມແຈ້ງວ່າ ຜົລກະທົບ ຣະຍະຍາວ ຈະເປັນຢ່າງໃດ ແລະ ທາງການລາວ ມີແຜນການ ປົກປ້ອງ ແລະ ໃຫ້ຄວາມຊ່ອຍເຫລືອ ຂະເຈົ້າ ແບບໃດ.

ໂຄງການ ເຂື່ອນ ນ້ຳງຽບ1 ແມ່ນ ການຮ່ວມຫຸ້ນ ຣະຫວ່າງ ບໍຣິສັດ ພລັງງານ ກັນໄຊ ຂອງ ຍີ່ປຸ່ນ 45% ບໍຣິສັດ ການໄຟຟ້າ ຝ່າຍຜລິດ ຂອງໄທ 30% ແລະ ຣັດວິສຫະກິຈ ໄຟຟ້າລາວ 25% ກະແສ ໄຟຟ້າ 90% ທີ່ຜລິດຈາກ ເຂື່ອນ ດັ່ງກ່າວ ຈະຂາຍໃຫ້ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ.

ປັດຈຸບັນ ມີການສ້າງ ເສັ້ນທາງ ໄປຫາບ່ອນ ຈະສ້າງເຂື່ອນ ແລ້ວ ແລະ ປ່າໄມ້ ຫນ້າເຂຶ່ອນ ກໍເລີ້ມຕັດ ໄປຂາຍແລ້ວ, ເຖິງແມ່ນ ຜົລກະທົບ ຈາກ ການສຳຣວດ ສິ່ງແວດລ້ອມ ແລະ ແຜນການ ໃຫ້ຄ່າຊົດເຊີຍ ຂອງ ປະຊາຊົນ ຍັງບໍ່ທັນແລ້ວ ກໍຕາມ. ເຂື່ອນ ດັ່ງກ່າວ ມີກຳນົດ ສ້າງ ໃຫ້ສຳເຣັດໃນປີ 2018 ແລະ ມີອ່າງເກັບນ້ຳ ຢູ່ຫນ້າເຂື່ອນ ກວ້າງເຖີງ 67 ກິໂລແມັດ ມົນທົນ ຄວາມສູງຂອງ ເຂື່ອນ ປະມານ 148 ແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.