ຂ.ຜົ້ງສາລີຈະສ້າງຫົກເຂື່ອນ ໃສ່ ນໍ້າອູ
2015.12.08

ແຂວງ ຜົ້ງສາລີ ມີໂຄງການ ສ້າງ ເຂື່ອນ ໄຟຟ້າ ຂນາດ ໃຫຍ່ 6 ເຂື່ອນ ໃສ່ ລຳນ້ຳອູ ຊຶ່ງ ເປັນສາຂາ ແມ່ນ້ຳຂອງ ໃນ ເວລານີ້ ກຳລັງ ດຳເນີນ ການກໍ່ສ້າງ ຢູ່ ສອງ ເຂື່ອນ ຄື ເຂື່ອນ ນ້ຳອຸ 5 ແລະ 6 ສ່ວນການ ໂຍກຍ້າຍ ຊາວບ້ານ ນັ້ນ ຍັງບໍ່ທັນ ສຳເຣັດ ເທື່ອ. ດັ່ງ ເຈົ້າຫນ້າທີ່ ຈາກຫ້ອງການ ພລັງງານ ແລະ ບໍ່ແຮ່ ແຂວງ ຜົ້ງສາລີ ກ່າວ ໃນ ມື້ວັນທີ 7 ທັນວາ ປີ 2015 ວ່າ:
"ມີ 6 ກຳລັງສ້າງ ຢູ່ນ້ຳອູ ມີແຕ່ນ້ຳອູ ໝົດແຫຼະ ມີ 4, 5, 6, 7, 8, 9 ເດ ກໍມີບ້ານ ທີ່ ຖືກໂຍກຍ້າຍ ບາງບ້ານ ຍັງບໍ່ຖືກ ໂຍກຍ້າຍ ເພາະວ່າ ໄຟ ຍັງບໍ່ໄດ້ ໃຫ້ຂະເຈົ້າ ເທື່ອ ຍັງ ຢູ່ບ່ອນເກົ່າ".
ຈາກ ການສອບຖາມ ເຈົ້າຫນ້າທີ່ ກ່ຽວຂ້ອງ ທາງ ໂທລະສັບ ພົບວ່າ ໂຄງການ ເຂື່ອນ ນ້ຳອູ່ 5 ມີ ປະຊາຊົນ ຖືກ ໂຍກຍ້າຍ ທັງຫມົດ 7 ບ້ານ 371 ຫລັງຄາ ເຮືອນ ໃນ ປັດຈຸບັນ ໄດ້ ໂຍກຍ້າຍ ໄປແລ້ວ 5 ບ້ານ. ສຳລັບ ເຂື່ອນ ນ້ຳອູ 6 ໄດ້ ໂຍກຍ້າຍ ຊາວບ້ານ ແລະ ສ້າງບ່ອນ ຢູ່ອາສັຍ ໃຫ້ແລ້ວ 4 ບ້ານ ປະມານ 188 ຫລັງຄາ ເຮືອນ ສ່ວນເຫລືອ ຈະໂຍກຍ້າຍ ຕາມຫລັງ.
ໂຄງການ ເຂື່ອນ ນ້ຳອູ ທັງຫມົດ ດຳເນີນການ ກໍ່ສ້າງ ໂດຍ ບໍຣິສັດ ຊີໂນ-ໄຮໂດຣ ຂອງຈີນ ຖືຫຸ້ນ 85 ສ່ວນຮ້ອຍ ສ່ວນເຫລືອ 15 ສ່ວນຮ້ອຍ ແມ່ນ ບໍຣິສັດ ຣັດວິສາຫະກິດ ໄຟຟ້າ ລາວ. ປັດຈຸບັນ ເຂຶ່ອນ ນ້ຳອູ 5 ແລະ 6 ຂອງພາກ ທຳອິດ ສ້າງເກືອບ ສຳເຣັດແລ້ວ. ສ່ວນເຂື່ອນ ທີ່ເຫລືອ ຍັງລໍຖ້າ ງົປມານ ການລົງທຶນ ຈາກຈີນ ຢູ່ ຖ້າ ເຂື່ອນ ທັງຫມົດ 6 ເຂື່ອນ ຖືກສ້າງຂຶ້ນ, ນ້ຳອູ ຈະ ເປັນລຳນ້ຳ ທີ່ ມີການສ້າງ ເຂື່ອນ ຢ່າງ ຫຼວງຫຼາຍ ພຽງແຕ່ ໃນແຂວງ ຜົ້ງສາລີ.