ນໍ້າອູຖືກຕັດເປັນຕອນຍ້ອນ ເຂື່ອນ
2016.03.17
ນ້ຳອູ ເປັນສາຍນ້ຳ ທີ່ສຳຄັນ ປຽບສະເໜືອນ ສາຍເລືອດ ຂອງ ພາກເໜືອ ຂອງລາວ ທີ່ລໍ່ລ້ຽງ ປະຊາຊົນ ຫຼາຍແສນຄົນ ມາແຕ່ ດຶກດຳບັນ. ນ້ຳອູ ມີຄວາມຍາວ ປະມານ 450 ກິໂລແມັດ ໄຫລມາຈາກ ເຂດແດນ ຈີນ ລົງມາຜ່ານ ແຂວງ ຜົ້ງສາລີ ແລະ ແຂວງ ຫຼວງພຣະບາງ ລົງໃສ່ ແມ່ນ້ຳຂອງ ໃກ້ໆກັບ ນະຄອນ ຫຼວງພຣະບາງ ເມືອງ ມໍຣະດົກໂລກ. ນໍ້າອູ ເປັນ ສາຍເລືອດ ລໍ່ລ້ຽງຊາວລາວ ພາກເໜືອ ກໍເພາະວ່າ ນ້ຳອູ ອຸດົມສົມບູນ ໄປດ້ວຍ ຊັພຍາກອນ ທັມມະຊາດ ອັນລ້ຳຄ່າ, ເຊັ່ນ ນ້ຳ ປາ ແລະ ປ່າໄມ້ ທີ່ມີທັງ ສັດປ່າ ແລະ ພືດພັນ ນານາຊນິດ. ຍ້ອນ ຄວາມອຸດົມ ສົມບູນນັ້ນ ປະຊາຊົນ ລາວ ຈຶ່ງພາກັນ ຕັ້ງບ້ານ ຢູ່ຕາມ ລໍານໍ້າອູ.
ອີກເຫດຜົນ ນຶ່ງ ນໍ້າອູ ຍັງເປັນທາງ ຄົມມະນາຄົມ ສາຍ ທີ່ສໍາຄັນ ເປັນເສັ້ນທາງ ຄ້າຂາຍ ຣະຫວ່າງບ້ານ ເມືອງ ແລະ ແຂວງ; ປາກນ້ຳອູ ເປັນບ່ອນ ນັດພົບ ເພື່ອ ແລກປ່ຽນ ສິນຄ້າ ຣະຫວ່າງ ພວກພໍ່ຄ້າ ແມ່ຄ້າ ແລະ ປະຊາຊົນ ທ້ອງຖິ່ນ ເພາະ ແຕ່ໃດມາ ແຂວງ ຜົ້ງສາລີ ແລະ ຫຼວງພຣະບາງ ຍັງບໍ່ມີ ຖນົນຫົນທາງ ທີ່ ສະດວກ ສະບາຍ. ບໍ່ເທົ່ານັ້ນ ນ້ຳອູ ຍັງເປັນສາຍນ້ຳ ທີ່ ສວຍສົດ ງົດງາມ ຕາມ ທັມມະຊາດ ມີໂງ່ນຫິນ ຕາມລຳນ້ຳ ແລະ ທັງສອງຝາກຝັ່ງ ກໍມີພູຜາ ປ່າໄມ້ ຂຽວງາມ ຕລອດການ; ຊາວຕ່າງ ປະເທດ ມັກຂີ່ເຮືອ ທ່ອງທ່ຽວ ຂຶ້ນລົງ ເປັນປະຈຳ ສ້າງ ທຸຣະກິຈ ການງານ ແລະຣາຍໄດ້ ໃຫ້ແກ່ ປະຊາຊົນ ທ້ອງຖິ່ນ ມາເປັນເວລາ ດົນນານ.
ແຕ່ ປັດຈຸບັນ ທຸຣະກິຈ ເຫລົ່ານັ້ນ ກຳລັງຖືກ ຄຸກຄາມ ເພາະ ສາຍນໍ້າອູ ກໍາລັງຖືກ ຕັນດ້ວຍ ເຂື່ອນ ໄຟຟ້າ ເຖິງ 7 ແຫ່ງ; ນ້ຳອູ ຖືກຕັດຂາດ ແລະ ແບ່ງອອກ ເປັນຂັ້ນ ເປັນຕອນ. ດຽວນີ້ ບໍຣິສັດ ພລັງງານນ້ຳ ຂອງຈີນ ຫລື Sinohydro ກຳລັງ ລົງທຶນ ເຖິງ 2 ຕື້ ດອນລ່າ ສະຫະຣັດ ເພື່ອສ້າງ ເຂື່ອນ ນ້ຳອູ ທັງ 7, ປັດຈຸບັນ ກໍາລັງສ້າງ ເຂື່ອນນ້ຳອູ 2, ເຂື່ອນນ້ຳອູ 5, ແລະ ເຂື່ອນນ້ຳອູ 6 ໃກ້ຈະ ສຳເຣັດແລ້ວ ແລະ ກໍາລັງ ລົງມື ສ້າງເຂື່ອນ ນໍ້າອູ 1, ເຂື່ອນນ້ຳອູ 3, ເຂື່ອນນ້ຳອູ 4 ແລະ ເຂື່ອນນ້ຳອູ 7. ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການ ສ້າງເຂື່ອນ ນ້ຳອູ 5 ທີ່ ແຂວງ ຜົ້ງສາລີ ເລົ່າເຖິງ ການສ້າງ ເຂື່ອນນ້ຳອູ ທັງໝົດ ນັ້ນວ່າ:
“ບໍຣິສັດ ພລັງງານ້ຳ ຂອງຈີນ Sinohydro ສ້າງເຂື່ອນ ນ້ຳອູ 1,2,3,4,5,6,7; ເຂື່ອນ 1 ຮອດ ເຂື່ອນ 3 ຢູ່ແຂວງ ຫຼວງພຣະບາງ; 4 ຮອດ 7 ຢູ່ ແຂວງ ຜົ້ງສາລີ. ເປັນເຂື່ອນ ນ້ຳຕົກໝົດ ເຂື່ອນຕັນແລ້ວ ນ້ຳມັນຖ້ວມ ໝົດແລ້ວ ບ່ອນ ທີ່ເພິ່ນ ໝາຍໄວ້ ຫັ່ນ ຖ້ວມຮອດພຸ້ນ ໝົດແລ້ວ ນ້ຳມັນຖ້ວມ ກວມໄປຮອດ ເກືອບຮອດ ນ້ຳອູ 6 ພຸ້ນນ໋າ.”
ແນ່ນອນ ການສ້າງເຂື່ອນ ໄຟຟ້າ ນ້ຳຕົກ ທັງ 7 ຕ້ອງສົ່ງ ຜົນກະທົບ ຕໍ່ ປະຊາຊົນ ທ້ອງຖິ່ນ ແລະ ສິ່ງແວດລ້ອມ ຕໍ່ ປະຊາຊົນ: ຊາວບ້ານ ຫຼາຍພັນຄົນ ໃນຫຼາຍຮ້ອຍບ້ານ ທັງໃນແຂວງ ຜົ້ງສາລີ ແລະ ຫຼວງພຣະບາງ ຈຳເປັນຕ້ອງ ຍົກຍ້າຍ ໄປຢູ່ ບ້ານໃໝ່ ໄກຈາກທົ່ງນາ ສວນຜັກ ແລະ ລຳນ້ຳ ບ່ອນ ທຳມາຫາກິນ. ປະຊາຊົນ ໄດ້ຮັບຄ່າ ຊົດເຊີຍ ແລະ ການຊ່ວຍເຫລືອ ແບບ ບໍ່ຖືກຕ້ອງ ເປັນທັມ ບໍ່ໄດ້ຕາມ ຄຳໝັ້ນ ສັນຍາ ແລະ ຕາມມາດຕະຖານ ສາກົນ.
ນອກຈາກນັ້ນ ການສ້າງເຂື່ອນ ຍັງກະທົບ ການຫາລ້ຽງຊີບ ຂອງ ປະຊາຊົນ ເປັນຕົ້ນ ການຫາປາ ແລະ ການທ່ອງທ່ຽວ. ແຕ່ກ່ອນ ປະຊາຊົນ ຫາລ້ຽງຊີບ ດ້ວຍການ ເຮັດນາ ເຮັດສວນ ຜັກ ຫາໝໍ່ໄມ້ ຫາຜັກມີ່ ຊີ່ຊອມ ແລະ ປູປາ ຕາມລຳນ້ຳອູ ແຕ່ດຽວນີ້ ຍ້າຍໄປຢູ່ ບ່ອນໃໝ່ ບ່ອນທີ່ ມີແຕ່ພູຜາ ທີ່ດິນ ບ່ອນປູກຝັງ ກໍບໍ່ດີ ບໍ່ງາມ ໄກຈາກ ລຳນ້ຳ ບ່ອນອຸດົມ ສົມບູນ. ຊາວບ້ານ ຫາຢູ່ຫາກິນ ບໍ່ໄດ້ດີ ຄືເກົ່າ ແລ້ວຖືກ ບັງຄັບ ທາງອ້ອມ ໃຫ້ ທຳມາຫາກິນ ດ້ວຍ ວິທີອື່ນ ເຊັ່ນດ້ວຍ ການລ້ຽງສັດ ປູກກາເຟ ຊາ (ຊາກິນ ຫລື ຊາຕົ້ມ) ແລະ ຢາງພາຣາ ຊຶ່ງ ປັດຈຸບັນ ຍັງບໍ່ທັນ ໄດ້ຮັບຜົນ ຫຼາຍເທື່ອ. ດັ່ງ ເຈົ້າໜ້າທີ່ ຮັບຜິດຊອບ ການຍົກຍ້າຍ ຊາວບ້ານ ອອກຈາກ ເຂື່ອນນ້ຳອູ 6 ໃນແຂວງ ຜົ້ງສາລີ ເວົ້າວ່າ:
“ຄົນໜິ 500 ປາຍຄົນ ຫລັງຄານີ້ 100 ປາຍ 4 ບ້ານ ຖືກກະທົບ; ດຽວນີ້ໜິ ຊອກຫາກິນ ຢູ່ນໍ້າອູ ບໍ່ໄດ້ແລ້ວ ໄປຊອກກິນ ບ່ອນອື່ນ ຜູ້ເຖົ້າຜູ້ແກ່ ບໍ່ຊ່າງ ຈະຊອກກິນ ແລ້ວໃດ໋; ເພິ່ນ ປຸກເຮືອນໃໝ່ ແລະ ຈັດສັນ ອາຊີບ ໃໝ່ໃຫ້ ບ້ານນຶ່ງ ເຂົາປູກ ກາເຟ ນອກຈາກ ນັ້ນ ລ້ຽງສັດ ແລະ ປູກ ຢາງພາຣາ.”
ທາງດ້ານ ການທ່ອງທ່ຽວ ເວລາ ໄປຢ້ຽມຢາມ ນະຄອນ ຫຼວງພຣະບາງ ເມືອງ ມໍຣະດົກໂລກ ນັກທ່ອງທ່ຽວ ກໍມັກຂີ່ເຮືອ ເລາະຂຶ້ນ ຕາມນ້ຳອູ ເພື່ອເບິ່ງ ທັມມະຊາດ ອັນສວຍສົດ ງົດງາມ ແລະ ປະເພນີ ວັທນະທັມ ອັນດີງາມ ຂອງ ປະຊາຊົນ ທ້ອງຖິ່ນ ຊຶ່ງ ປະກອບ ດ້ວຍຫຼາຍ ຊົນເຜົ່າ. ແຕ່ ການດໍາເນີນ ຊີວິດ ແລະ ການທ່ອງທ່ຽວ ແບບນັ້ນ ໄດ້ຢຸດສງັກ ລົງແລ້ວ ເພາະມີການ ສ້າງເຂື່ອນ ໄຟຟ້າ ເຖິງ 7 ເຂື່ອນ. ປັດຈຸບັນ ຊາວບ້ານ ບໍ່ສາມາດ ເຮັດສວນຜັກ ຢູ່ຕາມ ຝັ່ງນ້ຳອູ ເພາະ ນ້ຳຖ້ວມ; ປາ ບໍ່ສາມາດ ຂື້ນລົງ ແລະ ອອກແມ່ ແຜ່ລູກໄດ້ ຕາມ ທັມມະຊາດ ເພາະເຂື່ອນຕັນ. ບໍ່ເທົ່ານັ້ນ ຊາວບ້ານ ຍັງສູນເສັຽ ການທ່ອງທ່ຽວ ທຸຣະກິຈ ການຄ້າ ແລະ ຣາຍໄດ້ ຣາຍຮັບ.
ຕໍ່ສິ່ງແວດລ້ອມ: ການສ້າງເຂື່ອນ ໄດ້ ທຳລາຍ ທັມມະຊາດ ຂອງນ້ຳອູ ຕັນນ້ຳອູ ຊຶ່ງ ປຽບສະເໝືອນ ສາຍເລືອດ ຂອງ ປະຊາຊົນ ໃນສອງ ແຂວງພາກເໜືອ ຂອງລາວ. ເຂື່ອນ ແບ່ງນ້ຳອູ ອອກເປັນ ຫຼາຍຕອນ; ນ້ຳຖ້ວມ ພື້ນທີ່ ທີ່ອຸດົມ ສົມບູນ ເລາະຕາມ ສອງຝັ່ງ ແຕ່ເໜືອຕລອດໃຕ້ ຈະຖ້ວມຮອດ ປ່າສງວນ ພູແດນດິນ ຊຶ່ງ ເປັນບ່ອນຢູ່ ອາໄສ ຂອງສັດປ່າ ເກືອບ ທຸກຊນິດ ເຊັ່ນ ຊ້າງ ເສືອ ຂ່າງ ແລະ ລີງ.
ອົງການ ຮັກສາ ສິ່ງແວດລ້ອມ ຣາຍງານວ່າ ການສ້າງ ເຂື່ອນນ້ຳອູ ດຳເນີນໄປ ຢ່າງບໍ່ໂປ່ງໄສ; ຜູ້ສ້າງບໍ່ໄດ້ ສຶກສາ ສໍາຣວດ ເຖິງ ຜົນກະທົບ ຢ່າງ ຄັກແນ່ ບໍ່ຖືກຕາມ ມາດຕະຖານ ສາກົນ, ເຊັ່ນ ບໍ່ໄດ້ປຶກສາ ຫາລື ກັບ ປະຊາຊົນ ທ້ອງຖິ່ນ; ປະຊາຊົນ ກໍບໍ່ມີ ສ່ວນຮ່ວມ ໃນການຕັດສິນ ກ່ຽວກັບ ການຍົກຍ້າຍ ຄ່າຊົດເຊີຍ ແລະ ການສ້າງເຂື່ອນ ທັງໝົດ ນັ້ນເລີຍ. ເມື່ອສຶກສາ ສໍາຣວດແລ້ວ ຜູ້ຮັບຜິດຊອບ ໂຄງການ ກໍບໍ່ເຜີຍແຜ່ ຜົນຂອງການ ສຶກສາ ສຳຣວດ ນັ້ນໃຫ້ ປະຊາຊົນ ຮູ້ຢ່າງ ເປີດເຜີຍ.
ສ່ວນ ຣັຖບານລາວ ຊຶ່ງ ມີຫຸ້ນສ່ວນ 15 ສ່ວນຮ້ອຍ ໃນໂຄງການ ສ້າງ ເຂື່ອນນ້ຳອູ ທັງ 7 ແຫ່ງ ໃຫ້ເຫດຜົນ ຂອງການສ້າງ ເຂື່ອນ ເຫລົ່ານັ້ນ ວ່າ, ຣັຖບານລາວ ແລະ ກຸ່ມ ບໍຣິສັດ ພລັງງານນ້ຳ ຂອງຈີນ ສ້າງ ເຂື່ອນນ້ຳອູ ທັງໝົດ ກໍເພື່ອ ຜລິດໄຟຟ້າ ສ່ວນນຶ່ງ ເພື່ອໃຊ້ ໃນສາມແຂວງ ພາກເໜືອ ຂອງລາວ ຄື ແຂວງ ຜົ້ງສາລີ ອຸດົມໄຊ ແລະ ຫລວງພຣະບາງ; ອີກສ່ວນນຶ່ງ ເພື່ອສົ່ງ ອອກຂາຍ ໃຫ້ ຈີນ.