ປັດຈຸບັນ ການສ້າງ ເຂຶ່ອນ ນ້ຳອູ່ 5 ແລະ 6 ທີ່ ແຂວງ ຜົ້ງສາລີ ນັ້ນ ມີຄວາມ ຄືບໜ້າດີ ການ ໂຍກຍ້າຍ ຊາວບ້ານ ກໍ ສຳເຣັດ ໄປແລ້ວ ແຕ່ ຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ກໍ ລໍາບາກ ຫຼາຍ ຍ້ອນການ ຄຸ້ມຄອງ ລ້ຽງດູ ບໍ່ ພຽງພໍ. ດັ່ງ ຊາວບ້ານ ເວົ້າວ່າ:
"ກຳລັງ ພັທນາ ປູກ ກາເຟ ເດ໋ ແລ້ວ ກໍເຮັດສວນ ເພີ່ນ ຈັດໃຫ້ເດ ຈັດເນື້ອທີ່ ໃຫມ່ 50 ແມັດ ເຂດບ້ານ ນີ້ແຫລະ ກຸ້ມກິນ ມັນ ກໍບໍກຸ້ມ ເທື່ອຕິ ເຂົ້າສານ 20 ກິໂລ ວ່າຊັ້ນ ແລ້ວ ກໍຊີ້ນຫມູ 1 ກິໂລ ແລ້ວ ກໍປາ 1 ກິໂລ".
ຊາວບ້ານ ວ່າ ຄ່າລ້ຽງດູ ຕົກເປັນ ຄອບຄົວ ລະ 1 ລ້ານ 5 ແສນກີບ ຕໍ່ເດືອນ ແລະ ການປູກ ກາເຟ ກໍກຳລັງ ເລີ້ມປູກ ໃນ ເດືອນ ມົກກະຣາ ປີ 2015 ນີ້ ຍັງບໍ່ ສາມາດ ເກັບ ຜລົຜລິດ ໄດ້ ຊາວບ້ານ ຕ້ອງການ ຢາກໄດ້ ການ ຊ່ອຍເຫລືອ ຈາກ ໂຄງການ ຫລື ຣັຖບານ ເພີ້ມອີກ ໃນຊວ່ງ ທີ່ ພວກຂະເຈົ້າ ຍັງບໍ່ ສາມາດ ຫາຣາຍໄດ້ ກຸ້ມ ຄອບຄົວ.
ເຈົ້າຫນ້າທີ່ ພລັງງານ ແລະ ບໍ່ແຮ່ ເວົ້າວ່າ ການ ໂຍກຍ້າຍ ຊາວບ້ານ ມີ ຫນ່ວຍງານ ໂຍກຍ້າຍ ຕ່າງຫາກ ແຕ່ ເຂື່ອນ ທັງສອງ ແຫ່ງນີ້ ມີຄວາມ ຄືບຫນ້າດີ ຄາດວ່າ ຈະຜລິດ ໄຟຟ້າ ໄດ້ຕາມ ແຜນ ໃນ ປີ 2017. ດັ່ງ ທ່ານກ່າວ ວ່າ:
"ເຣື້ອງການ ໂຍກຍ້າຍ ນີ້ ມີກອງ ເລຂາ ໂຍກຍ້າຍ ຈັດສັນ ຕ່າງຫາກ ຄວາມ ຄືບຫນ້າ ຂອງ ໂຄງການ ນ້ຳອູ່ 5 ນະ 70.3 ສ່ວນຮ້ອຍ ນ້ຳອູ່ 6 ມີ ຄວາມຄືບ ຫນ້າ 68 ສ່ວນຮ້ອຍ".
ທ່ານວ່າ ສອງ ໂຄງການ ນີ້ ຢູ່ໃນ ຊ່ວງ ການ ກໍ່ສ້າງ ຕົວເຂື່ອນ ສ່ວນເຣື້ອງ ໂຍກຍ້າຍ ຊາວບ້ານ ນັ້ນ ສຳເຣັດ ແລ້ວ ໃນ ທ້າຍປີ 2014 ເຂຶ່ອນ ນ້ຳອູ່ 5 ມີ ຊາວບ້ານ ໄດ້ຮັບ ຜົລ ກະທົບ 371 ຄອບຄົວ ໃນ 2 ເມືອງ ຄື ເມືອງ ຜົ້ງສາລີ ແລະ ເມືອງ ສຳພັນ ສ່ວນ ເຂື່ອນ ນ້ຳອູ່ 6 ມີ ຊາວບ້ານ ໄດ້ຮັບ ຜົລ ກະທົບ 188 ຄອບຄົວ ຈາກ 4 ບ້ານ ໃນ ເມືອງ ຜົ້ງສາລີ ຍ້າຍໄປ ຢູ່ ບ້ານ ໂກເມນ ບ້ານ ຈັດສັນ ໃຫມ່. ເຂື່ອນ ທັງສອງ ແຫ່ງ ເປັນຂອງ ຈີນ.