ຂ.ບໍ່ແກ້ວຈະສ້າງເຂື່ອນ ຂນາດນ້ອຍ
2017.11.07
ແຂວງບໍ່ແກ້ວຈະເລີ້ມສ້າງເຂື່ອນໄຟຟ້າຂນາດ 5 ເມກາວັດໃນເນື້ອທີ່ອ່າງເກັບນ້ຳ ປະມານ 88 ເຮັກຕາ ທີ່ບ້ານຫ້ວຍປຸ່ງເລາະ ເມືອງເມີງ ແຂວງບໍ່ແກ້ວ ໃນມື້ວັນທີ 15 ພຶສຈິການີ້ ໃນມູນຄ່າການກໍ່ສ້າງປະມານ 10 ລ້ານໂດລາ ແລະມີກຳນົດສ້າງໃຫ້ແລ້ວ ໃນປີ 2019. ນອກ ຈາກນັ້ນ ກໍຍັງມີອີກສີ່ເຂື່ອນ, ດັ່ງເຈົ້າຫນ້າທີ່ຜແນກພລັງງານແລະບໍ່ແຮ່ ແຂວງບໍ່ແກ້ວ ກ່າວໃນມື້ຶ້ວັນທີ 6 ພຶສຈິກາ ນີ້ວ່າ:
"ຕາມສັນຍາວັນທີ 15 ເດືອນ 11 ເຂົາຈະເຂົ້າມາກວດກາທັງຫມົດ ແລ້ວກໍສ້າງ ຢູ່ປຸ່ງເລາະ ຈະບໍ່ມີຜົລກະທົບ ຫຍັງເລີຍ ມັນຈະເປັນນາ ແລ້ວກໍມີທົ່ງຫຍ້ານ້ອຍໆ ມັນຈະບໍ່ໃຊ້ໃນເມືອງດອກ ຕົວນີ້ຈະເອົາໄປເຊື່ອມຕໍ່ ເຂົ້າທາງ ບໍຣິສັດໄຟຟ້າລາວ ເພາະວ່າຢູ່ ໃນເມືອງນີ້ແມ່ນໃຊ້ ຂອງບໍຣີສັດໄຟຟ້າລາວ ຢູ່ແລ້ວ".
ທ່ານກ່າວຕື່ມວ່າ ໂຄງການສ້າງເຂື່ອນໄຟຟ້າຫ້ວຍປຸ່ງເລາະ ນີ້ໄດ້ເຊັນສັນຍາກໍ່ສ້າງ ໃນມຶ້ື້ວັນທີ 15 ກັນຍາ ຜ່ານມາໂດຍໄດ້ ສຳຣວດສຶກສາ ຄວາມເປັນໄປໄດ້ແລ້ວ ຊຶ່ງບໍ່ມີຜົລກະທົບຕໍ່ປະຊາຊົນ ເນື້ອທີ່ປູກຝັງແລະປ່າໄມ້ ແຕ່ຢ່າງໃດ ທາງການແຂວງ ຈຶ່ງອະນຸມັດໃຫ້ບໍຣິສັດດັ່ງກ່າວ ເຂົ້າມາພັທນາໂຄງການໄຟຟ້າ ໃນແຂວງອີກ 4 ແຫ່ງ.
ເຈົ້າຫນ້າທີ່ຜແນກແຜນການ ແລະການລົງທຶນແຂວງບໍ່ແກ້ວ ເວົ້າວ່າໃນປັດຈຸບັນ ໂຄງການໄຟຟ້າປຸ່ງເລາະ ກໍໄດ້ຂົນເຄື່ອງອຸປກອນການກໍ່ ສ້າງເຂົ້າມາ ໃນເຂດດັ່ງກ່າວແລ້ວ ແຕ່ຍັງບໍ່ທັນເລີ້ມລົງມື:
"ເອີ, ຍັງບໍ່ທັນລົງມືເທື່ອນະ ຫາກໍເອົາເຄື່ອງເອົາຫຍັງເຂົ້າມາຢູ່ບໍ່ແກ້ວ ຖືວ່າເຂື່ອນນີ້ເຕັມຫມົດແລ້ວ ບໍ່ມີຫ້ວຍປານໃດ ລົງກວດກາຕິດຕາມນີ້ ພລັງງານບໍ່ແຮ່ ເພິ່ນເປັນຜູ້ຕິດຕາມຕລອດ ເຈົ້າຫນ້າທີ່ຮັບຮອງວ່າ ເຂື່ອນປຸ່ງເລາະ ໄດ້ມາຕຖານ"
ກ່ຽວກັບເຂື່ອນຂນາດນ້ອຍ ທ່ານ ຄຳມະນີ ອິນທິຣາດ ຣັຖມົນຕຣີພລັງງານແລະບໍ່ແຮ່ ສປປລາວ ກ່າວຕອບຄຳຖາມ ຂອງສະມາຊິກສະພາ ທີ່ຖາມເຖິງການບໍ່ໄດ້ມາຕຖານ ຂອງເຂື່ອນຂນາດນ້ອຍ ໃນລາວ ເປັນຕົ້ນເຂື່ອນນ້ຳເອົ້າ ທີ່ແຕກ ວ່າງຫລັງໆມານີ້ ທ່ານຕອບວ່າ ຜູ້ພັທນາ ໂຄງການບໍ່ປະຕິບັດຕາມມາຕຖານ ດ້ານເທັກນິກໃນການກໍ່ສ້າງ ເຂື່ອນຂນາດນ້ອຍຕ່າງໆ ຈະຖືກທາງການກວດສອບໃນອະນາຄົດ.