ຂ.ສວັນນະເຂດອາຈມີອີກ 5 ເຂື່ອນ

ສິດນີ
2015.12.29
F-Savannakheth-dam ການເຊັນສັນຍາ ສໍາຣວດສຶກສາ ຄວາມເປັນໄປໄດ້ ໃນໂຄງການສ້າງເຂື່ອນ ແຂວງ ສວັນນະເຂດ ຣະຫວ່າງ ບໍຣິສັດ ຈີນແລະລາວ
Screen captured from LNTV News video

ເຈົ້າຫນ້າທີ່ ຜແນກ ພລັງງານ ແລະ ບໍ່ແຮ່ ແຂວງ ສວັນນະເຂດ ກ່າວວ່າ ປັດຈຸບັນ ກຳລັງ ສຶກສາ ຄວາມ ເປັນໄປໄດ້ ໃນການສ້າງ ເຂື່ອນ ອີກກວ່າ 5 ເຂື່ອນ, ແຕ່ຍັງ ບໍ່ແນ່ວ່າ ຈະສ້າງໄດ້ ເມື່ອໃດ ແລະ ສ້າງໃສ່ ລໍານ້ຳ ສາຍໃດ ຈຶ່ງ ຈະເໝາະສົມ. ດັ່ງທ່ານ ກ່າວ ໃນຕອນນຶ່ງວ່າ:

"ມັນກໍມີ ຢູ່ດອກ ແຕ່ວ່າຂະເຈົ້າ ຫາກໍສຶກສາ ຍັງບໍ່ມີ ໂຄງການ ແນ່ນອນ ກໍມີຢູ່ ເຂື່ອນ ດຽວ ທີ່ສ້າງແລ້ວ ຕາດຕະແລນ ກໍມີແຕ່ ເທົ່ານັ້ນ  ເຂົາສຶກສາ ກັນຫຼາຍຢູ່ 2-3 ບ່ອນ ພຸ້ນແຫຼະ 4-5 ບ່ອນ ກໍມີ ຍັງສຶກສາ ຄວາມ ເປັນໄປໄດ້ ຢູ່ ຍັງຢູ່ໃນ ລະຍະ MOU".

ທ່ານວ່າ ປັດຈຸບັນ ແຂວງ ສວັນນະເຂດ ມີເຂື່ອນ ໄຟຟ້າ ຢູ່ນຶ່ງ ເຂື່ອນ ຄືເຂື່ອນ ຕາດຕະແລນ ຕັ້ງຢູ່ເຂດ ເມືອງ ເຊໂປນ ເປັນ ເຂື່ອນ ຂນາດນ້ອຍ 32 ເມກາວັດ ສ້າງ ໃນປີ 2010 ໂດຍ ບໍຣິສັດ ໄທ ເລີ້ມເປີດໃຊ້ ຢ່າງ ເປັນທາງການ ໃນປີ 2014. ສຳຫລັບ ການຜລິດ ໄຟຟ້າ ທົ່ວໄປ ໃນລາວ ເຈົ້າຫນ້າທີ່ ຈາກ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ເວົ້າວ່າ ຈະເພີ້ມຂຶ້ນ ໃນ ອະນາຄົດ ທາງ ກະຊວງ ຈະອອກ ບົດຣາຍງານ ໃນທ້າຍປີ ນີ້. ດັ່ງທ່ານ ກ່າວວ່າ:

"ອອກປີນີ້ແຫຼະ ແຕ່ວ່າຊິເປັນ ທ້າຍປີ ປະມານ ວັນທີ 29-30 ທັນວາ ນີ້, ເພີ້ມຫຼາຍ ແຕ່ວ່າເພີ້ມຈັກ ເປີເຊັນ ຈາກປີກ່ອນ ຍັງບໍ່ທັນ ໄລ່ ເທື່ອ ມີແຕ່ວ່າ ຮູ້ແຕ່ວ່າ ມັນເພີ້ມຂຶ້ນ ດຽວນີ້ ຫົງສາ ມັນກໍຂາຍ ໄຟແລ້ວ ມັນຊິເພີ້ມຈາກ ຕົວເກົ່າ ຂຶ້ນຫຼາຍ".

ເຄືອຂ່າຍ ອິນເຕີເນັດ ວາຣະສານ ມະຫານະຄອນ ຂອງໄທ ຣາຍງານ ວ່າ ສປປລາວ ກຳລັງ ຢູ່ໃນການ ສ້າງເຂື່ອນ 39 ໂຄງການ ໃນນັ້ນ 20 ເຂື່ອນ ມີກຳນົດ ສ້າງ ສຳເຣັດ ໃນປີ 2015-16 ໃນແຜນການ ເປັນຫມໍ້ໄຟ ແຫ່ງ ອາຊຽນ ຂອງ ລາວ ທີ່ ຈະເຮັດໃຫ້ ລາວ ມີຣາຍໄດ້ ໃນ ການພັທນາ ເສຖກິດ ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.