ຊາວບ້ານຢາກຮູ້ເຣື້ອງເຂື່ອນ ປາກແບງ
2016.02.15
ປະຊາຊົນ ແຂວງ ອຸດົມໄຊ ຕ້ອງການ ຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ຂອງ ໂຄງການ ເຂື່ອນ ປາກແບງ ມາໂອ້ລົມ ກັບ ພວກຕົນ ວ່າ ເຂື່ອນຈະມີຜົນ ກະທົບໃສ່ ບ້ານເຮືອນ ຂອງ ປະຊາຊົນ ເຂດໃດແດ່ ແລະ ຈະກະທົບ ຕໍ່ ສິ່ງແວດລ້ອມ ຫຼາຍປານໃດ, ເຖິງແມ່ນວ່າ ບ້ານເຮືອນ ຂອງ ປະຊາຊົນ ຈະ ຢູ່ຫ່າງຈາກ ເຂື່ອນ ປາກແບງ ກວ່າ 100 ກິໂລແມັດ ກໍຕາມ.
ປັດຈຸບັນ ປະຊາຊົນ ຍັງບໍ່ຮູ້ ຂໍ້ມູນ ກ່ຽວກັບ ເຣຶ່ອງ ດັ່ງກ່າວ. ຕາມ ການເປີດເຜີຍ ຂອງ ຊາວບ້ານ ປາງທອງ ເມືອງແບງ ຜູ້ນຶ່ງ ຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 12 ກຸມພາ ນີ້:
"ກໍມີຢູ່ ແຕ່ ກໍບໍ່ທັນ ຮູ້ເທື່ອ ແຕ່ວ່າ ທາງ ວິຊາການ ເພິ່ນກໍບໍ່ໄດ້ ມາລົມ ຈັກເທື່ອ ທີ່ວ່າເພິ່ນ ຊິສ້າງ ມັນຈະຮອດ ຂອບເຂດໃດ ມັນກໍ ບໍ່ທັນຮູ້ ຂັ້ນບ້ານເຮົາ ກໍບໍ່ທັນຮູ້ ມີແຕ່ວ່າ ຮູ້ຂ່າວຢູ່ ວ່າ ເພິ່ນຈະສ້າງ ເຂື່ອນ ນັ້ນນະ, ກໍຢາກໃຫ້ ມາພົວພັນ ໂອ້ລົມ ພົບປະກັບ ປະຊາຊົນ ວ່າຈະສ້າງ ເຂື່ອນ ນີ້ມັນກ່ຽວກັບ ແນວນັ້ນ ແນວນີ້ ກໍຢາກໃຫ້ ເພິ່ນ ມາລົມຢູ່".
ແລະ ປະຊາຊົນ ບ້ານນາປາ ເມືອງແບງ ຊຶ່ງ ເປັນບ້ານ ທີ່ ໄຟຟ້າ ແຮງສູງ ຈະຜ່ານ ກໍຕ້ອງການ ຮູ້ກ່ຽວກັບ ເຣຶ່ອງ ດັ່ງກ່າວ ເຖິງແມ່ນວ່າ ທີ່ຜ່ານມາ ຈະມີ ເຈົ້າໜ້າທີ່ ມາ ພົວພັນ ກັບຊາວບ້ານ ແລ້ວກໍຕາມ ແຕ່ກໍມາ ພຽງຄັ້ງດຽວ ເທົ່ານັ້ນ. ຕາມຄໍາເວົ້າ ຂອງ ຊາວບ້ານນາປາ:
"ມີແຕ່ຕອນນຶ່ງ ເພີ່ນມາ ສໍາຣວດວ່າ ມາສ້າງຫລັກ ໄຟຟ້າ ແຮງສູງຫັ້ນ ຊິຜ່ານບ້ານ ນາປາ ນີ້ແຫຼະ ເພິ່ນໄດ້ມາ ແນະນໍາແລ້ວ ເພິ່ນວ່າ ມາຜ່ານນາ ຜ່ານສວນບໍ ຜ່ານ ດິນດອນ ຕົ້ນຢາງ ຂອງ ປະຊາຊົນບໍ ເພິ່ນ ກໍແນະນໍາ ແລ້ວ ປະຊາຊົນ ເພີ່ນ ກໍບໍ່ມີ ບັນຫາຫຍັງ...ເອີກໍຢາກໃຫ້ ໂຄງການ ເບິ່ງ ຄືນນະວ່າ ມີ ຜົລກະທົບ ປະຊາຊົນ ບໍ ຈະຖືກ ດິນດອນ ຕົ້ນຢາງບໍ".
ເຖິງແມ່ນ ຊາວເມືອງແບງ ສ່ວນຫຼາຍ ຍິນດີນໍາການ ທີ່ຈະມີ ໄຟຟ້າໃຊ້ ຍ້ອນວ່າ ຫຼາຍບ້ານຢູ່ແຂວງ ອຸດົມໄຊ ນີ້ຍັງບໍ່ມີ ໄຟຟ້າໃຊ້ ແຕ່ກໍຕ້ອງການ ໃຫ້ ພາກສ່ວນ ທີ່ ກ່ຽວຂ້ອງ ຂອງໂຄງການ ເຂື່ອນ ປາກແບງ ນີ້ ມາຊີ້ແຈງ ໃຫ້ ປະຊາຊົນ ຮູ້ລະອຽດ ກ່ຽວກັບ ເຣຶ່ອງ ດັ່ງກ່າວ ເພື່ອ ຈະຮູ້ວ່າ ຜົນກະທົບ ທີ່ ຈະເກີດຂຶ້ນນັ້ນ ເປັນຄື ແນວໃດ ກັນແທ້.