ໂຄງການກໍ່ສ້າງ ເຂື່ອນນ້ຳອູ 1 ຢູ່ເມືອງປາກອູ ຈະສົ່ງ ຜົນກະທົບ ຕໍ່ທີ່ດິນ ທຳການຜລິດ ຂອງ ປະຊາຊົນ ບ້ານປາກງາ ເມືອງງອຍ ແຂວງ ຫຼວງພຣະບາງ ໃນຂນະທີ່ ທາງການ ໄດ້ເກັບກຳ ຂໍ້ມູນ ແລະ ປະເມີນ ຜົນກະທົບແລ້ວ ແຕ່ຍັງບໍ່ ເປີດເຜີຍ ເລື້ອງ ຄ່າ ຊົດເຊີຍ ກັບ ຊາວບ້ານ. ຕາມການ ບອກເລົ່າ ຂອງ ປະຊາຊົນ ບ້ານປາກງາ ທ່ານນຶ່ງ ຕໍ່ ເອເຊັຽເສຣີ ໃນວັນທີ 1 ສິງຫາ ວ່າ:
"ເຂື່ອນນ້ຳອູ 1 ເພິ່ນກໍມາກະທົບ ກັບ ບ້ານເຮົາ ເພິ່ນມາແທກແລ້ວ ເພິ່ນມາເກັບກຳ ຂໍ້ມູນ ທີ່ວ່າບ່ອນ ນ້ຳຖ້ວມ ປັກໄມ້ ເອີ ກະທົບ ເຄື່ອງປູກ ປະຊາຊົນ ໂຄງການ ນ້ຳອູ 1 ນີ້ ເພິ່ນວັດລອບໃຫ້ ພ້ອມແລ້ວ ແຕ່ຈັ່ງວ່ານີ້ ເກັບກຳ ຂໍ້ມູນໄປ ກໍຍັງ ບໍ່ຮູ້ວ່າ ທີ່ດິນ ຈະໃຊ້ເທົ່າໃດ ຕົ້ນໄມ້ ຈະໃຊ້ເທົ່າໃດ ກໍຍັງ ບໍ່ທັນຮູ້".
ປະຊາຊົນ ທ່ານນີ້ ກ່າວອີກວ່າ ຊາວບ້ານປາກງາ ໄດ້ສະເໜີ ໃຫ້ໂຄງການ ເຂື່ອນນ້ຳອູ 1 ຈ່າຍ ເງິນຊົດເຊີຍ ແລະ ຝຶກອົບຮົມ ຊາວບ້ານ ເພື່ອ ສ້າງອາຊີພ ໃຫ້ຊາວບ້ານ ໃນ ອະນາຄົດ ແຕ່ກໍຍັງ ບໍ່ໄດ້ຮັບ ການຢັ້ງຢືນ ຈາກ ທາງໂຄງການ ເທື່ອ. ດັ່ງທ່ານ ກ່າວວ່າ:
"ເພິ່ນກໍຍັງບໍ່ວ່າ ກໍສະເໜີຢູ່ ເພິ່ນກໍວ່າ ໂອ້ຍ ບ້ານເຮົານີ້ ມີບ່ອນເລັກ ລ້ຽງສັດກໍວ່າ ມັນແຄບໆ ປັດຈຸບັນ ບ້ານເຮົາ ບໍ່ມີບ່ອນ ທີ່ວ່າເຮັດໄຮ່ ແລ້ວ ຢາກເອົາສັດ ມາລ້ຽງ ປະຊາຊົນ ສະເໜີແນວນີ້ ແລ້ວ ເພິ່ນໂຄງການຢູ່… ສະເໜີພ້ອມກັນ ສະເໜີພ້ອມກັນ ໂຄງການ ຢູ່ບ່ອນໃດ ບ່ອນນຶ່ງ ສະເໜີພ້ອມກັນ ເພິ່ນວ່າບໍ່ໄດ້".
ຊາວບ້ານປາກງາ ເຄີຍເສັຽທີ່ດິນ ປູກໄມ້ສັກ ໃຫ້ແກ່ໂຄງການ ເຂື່ອນນ້ຳອູ 2 ມາແລ້ວ ເທື່ອນຶ່ງ ຍ້ອນວ່າ ເຈົ້າຂອງ ໂຄງການ ໄດ້ ເອົາທີ່ດິນ ໄປສ້າງ ບ້ານຈັດສັນ ໃຫ້ແກ່ ປະຊາຊົນ ທີ່ ຖືກຍົກຍ້າຍ ໄປຈາກ ເຂື່ອນນ້ຳອູ 2, ສະນັ້ນ ທີ່ດິນ ການກະເສດ ຂອງ ຊາວບ້ານປາກງາ ຈຶ່ງຫລຸດລົງ ແລະ ຊາວບ້ານ ກໍບໍ່ມີ ຣາຍໄດ້ ຈາກການ ປູກໄມ້ສັກ ຂາຍຄືເກົ່າ.
ໂຄງການເຂື່ອນນ້ຳອູ 1 ຕັ້ງຢູ່ເມືອງປາກອູ ແຂວງ ຫຼວງພຣະບາງ ເປັນ 1 ໃນ 7 ເຂື່ອນ ທີ່ຈະສ້າງໃສ່ ນ້ຳອູ. ເຂື່ອນນ້ຳອູ 1 ມີກຳລັງ ການຜລິດ 180 ເມັກກະວັດ ບໍຣິສັດ ຊີໂນ-ໄຮໂດຣ ຂອງຈີນ ເປັນເຈົ້າຂອງ ແລະ ທາງການ ໄດ້ຍົກຍ້າຍ ປະຊາຊົນ ປະມານ 90 ຄອບຄົວ ໃນ 5 ບ້ານ ອອກຈາກພື້ນທີ່ ໂຄງການ ດັ່ງກ່າວ.