ໂຄງການເຂື່ອນແມ່ນໍ້າຂອງ ປາກລາຍ

ຊຸມຊົນ ໃນ ເມືອງປາກລາຍ ແຂວງໄຊຍະບູຣີ
ຊຸມຊົນ ໃນ ເມືອງປາກລາຍ ແຂວງໄຊຍະບູຣີ (Citizen Journalist)

0:00 / 0:00

ເມື່ອວັນທີ 25 ກໍຣະກະດາ 2014 ທີ່ ແຂວງ ໄຊຍະບູຣີ ໄດ້ມີ ກອງປະຊຸມ ສລຸບ ກ່ຽວກັບ ຜົລກະທົບ ທີ່ ຈະເກີດຂຶ້ນ ຫາກກໍ່ສ້າງ ເຂື່ອນ ແມ່ນໍ້າຂອງ ຄືເຂື່ອນ ປາກລາຍ ເມືອງ ປາກລາຍ ແຂວງ ໄຊຍະບູຣີ ຊຶ່ງ ຄາດວ່າ ຈະມີ ປະຊາຊົນ ຈໍານວນຫລາຍ ໄດ້ຮັບ ຜົລກະທົບ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ລາວ ທ່ານນຶ່ງ ໃນວັນທີ 31 ກໍຣະກະດາ 2014:

"ມັນກໍສິ ຄ້າຍໆ ເປັນເຂື່ອນ ນໍ້າລົ້ນ ຫັ້ນແຫລະ ກໍາລັງ ຜລິດນີ້ 770 ເມັກກາວັດ ຕາມຂະເຈົ້າ ຣາຍງານນີ້ ແມ່ນວ່າ ກ່ຽວກັບ ຜົລກະທົບ ນີ໋ ມັນມີ ທັງ ໂດຍກົງ ແລະ ທາງອ້ອມ ເນາະ".

ທ່ານວ່າ ເຂື່ອນ ແຫ່ງນີ້ ມີຊື່ຊົ່ວຄາວ ວ່າ ເຂື່ອນ ປາກລາຍ ຈະສ້າງໃສ່ ແມ່ນໍ້າຂອງ ເຂດບ້ານ ຜາລຽບ ເມືອງ ປາກລາຍ ໃຊ້ ງົບປະມານ ກໍ່ສ້າງ 1 ຕື້ 800 ລ້ານ ໂດລາ ສະຫະຣັຖ ແລະ ມີຣະຍະ ສັມປະທານ 30 ປີ ແຕ່ ປັຈຈຸບັນ ທາງການ ຍັງບໍ່ໄດ້ ກໍານົດວ່າ ຈະເລີ່ມ ກໍ່ ສ້າງ ເມື່ອໃດ.

ທາງຜແນກ ຊັພຍາກອນ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູຣີ ເປີດເຜີຍວ່າ ມີການປະເມີນ ຜົລກະທົບ ວ່າ ອາຈມີ ປະຊາຊົນ ຕ້ອງຖືກ ໂຍກຍ້າຍ ໃນ 2 ເມືອງ ຄື ເມືອງປາກລາຍ ແຂວງ ໄຊຍະບູຣີ ແລະ ເມືອງແມດ ແຂວງ ວຽງຈັນ ໃນ 7 ບ້ານ 800 ຄອບຄົວ ປະຊາຊົນ ທີ່ຕ້ອງໄດ້ ໂຍກຍ້າຍ ປະມານ 3500 ຄົນ ເນື້ອທີ່ ປູກຝັງ ເສັຽຫາຍ 10 ພັນ ກວ່າເຮັກຕາ ແລະ ຍັງຄາດວ່າ ການກໍ່ສ້າງ ເຂື່ອນ ນີ້ຈະສົ່ງ ຜົລກະທົບ ຕໍ່ການ ປ່ຽນແປງ ຂອງນໍ້າ ການປະມົງ ຣະບົບ ນິເວດ ແລະ ວິຖີຊີວິດ ດັ້ງເດີມ ຂອງ ປະຊາຊົນ.

ກອງປະຊຸມ ດັ່ງກ່າວ ເຈົ້າໜ້າທີ່ ວ່າ ເປັນ ກອງປະຊຸມ ຄັ້ງທີ 3 ຫລັງຈາກ ການສຶກສາ ສໍາຣວດ ຂໍ້ມູລ ໃນພື້ນທີ່ ແລະ ກໍຄາດວ່າ ຈະມີ ກອງປະຊຸມ ແລະ ການເກັບກໍາ ຂໍ້ມູລ ອີກຫລາຍ ຄັ້ງ ກ່ອນທີ່ ຈະລົງມື ກໍ່ສ້າງ.