ເຂື່ອນດອນສະຫົງອອກແບບໃໝ່
2013.09.20

ບໍຣິສັດ Mega First ຂອງມາເລເຊັຍ ຈະສ້າງເຂື່ອນດອນສະຫົງໃນໄວໆນີ້ແລະຈະໃຫ້ສຳເຣັດພາຍໃນປີ 2017. ທ່ານ ຢ່າວຊີຢວນ ຜູ້ອຳ ນວຍການບໍຣິສັດເມກາເຟີສ ກ່າວວ່າບໍຣິສັດເມກາເຟີສ ເຊັນສັນຍາຕົກລົງກັບ ຣັດວິສາຫະກິດໄຟຟ້າລາວ ເມື່ອປີ 2006 ກ່ຽວກັບການສ້າງ ເຂື່ອນດອນສະຫົງ ຊຶ່ງເປັນເຂື່ອນຕັນແລວນໍ້າ ຢູ່ບໍຣິເວນສີ່ພັນດອນໃນພາກໃຕ້ ຂອງລາວ. ຜ່ານມາທາງບໍຣິສັດກໍໄດ້ສຶກສາສຳຫຣວດຫຼາຍ ແລ້ວ ແຕ່ຍັງບໍ່ທັນສາມາດລົງມືສ້າງເທື່ອ ເພາະມີອົງການຮັກສາສິ່ງແວດລ້ອມ ຫລາຍອົງການຄັດຄ້ານ ທີ່ ໃຫ້ເຫດຜົນວ່າ ເຂື່ອນດັ່ງກ່າວ ຈະສົ່ງຜົນກະທົບ ຕໍ່ການຂື້ນລົງຂອງປາ ແລະ ສະພາບແວດລ້ອມ ຂອງແມ່ນ້ຳຂອງ. ແຕ່ທາງບໍຣິສັດເມກາເຟີສ ໄດ້ອອກແບບ ການສ້າງ ເຂື່ອນນັ້ນໃໝ່ ແບບທີ່ຈະບໍ່ສົ່ງ ຜົນກະທົບຕໍ່ສິ່ງແວດລ້ອມ ຫລາຍເກີນໄປ.
ທ່ານ ຢ່າວຊີຢວນ ກ່າວອີກວ່າ ໂຄງການສ້າງເຂື່ອນແບບໃໝ່ ຈະບໍ່ມີການເຈາະອຸໂມງ ຈະບໍ່ມີການກໍ່ສ້າງເຂື່ອນສູງໆ ແລະຈະບໍ່ມີການກັກ ຂັງນ້ຳໄວ້ ຈະປ່ອຍໃຫ້ນ້ຳຂອງໄຫລ ຕາມທັມມະຊາດ. ການອອກແບບໃໝ່ ຈະຫລຸດຜົນກະທົບ ລົງເຖິງ 80 ສ່ວນຮ້ອຍ. ຕາມແຜນການ ທີ່ວາງໃໝ່ ບໍຣິສັດເມກາເຟີສ ຈະລົງທຶນປະມານ 600 ລ້ານດອນລ່າ ສະຫະຣັຖ ແລະຈະສ້າງເຂື່ອນ ດອນສະຫົງ ໃຫ້ສຳເຣັດພາຍໃນປີ 2017.
ທ່ານ ຢ່າວຊີຢວນ ຜູ້ອຳນວຍການບໍຣິສັດເມກາເຟີສຂອງມາເລເຊັຍ ອະທິບາຍຕື່ມວ່າ ເຂື່ອນດອນສະຫົງຈະເປັນເຂື່ອນຂນາດກາງ ຈະຜລິດ ໄຟຟ້າໄດ້ປະມານ 260 ເມກາວັດ; ແລະຈະເປັນເຂື່ອນນ້ຳລົ້ນ ບໍ່ແມ່ນເຂື່ອນຕັນແມ່ນ້ຳຂອງ. ອົງການແມ່ນ້ຳສາກົນ ທີ່ມີສຳນັກງານໃຫຍ່ຢູ່ ຣັດຄາລີຟໍເນັຍ ສະຫະຣັຖ ອະເມຣິກາ ຣາຍງານເມື່ອເດືອນທີ່ແລ້ວວ່າ ການສ້າງເຂື່ອນ ດອນສະຫົງ ໄດ້ເລີ້ມແດ່ແລ້ວ ເຈົ້າໜ້າທີ່ໄດ້ໄປ ປັກຫລັກໝາຍ ຫລາຍບ່ອນ ແລະຕິດປ້າຍໃສ່ວ່າ ພື້ນທີ່ຕອນນີ້ ເປັນພື້ນທີ່ຂອງໂຄງການ ສ້າງ ເຂື່ອນ ດອນສະຫົງ; ບາງບ່ອນມີການໝາຍ ແລະເລີ້ມສ້າງທາງແລ້ວ.