ຕົວແທນເຄືອຂ່າຍປົກປ້ອງລໍານໍ້າ 3 ເຊ ຈາກປະເທດກໍາພູຊາທີ່ຕິດ ຕາມໂຄງການສ້າງເຂື່ອນດອນສະຫົງຂອງທາງການລາວໄດ້ສະແດງ ຄວາມຄິດເຫັນວ່າ ຫາກທາງການລາວ ຕັດສິນໃຈສ້າງເຂື່ອນ ດອນ ສະຫົງຈະເຮັດໃຫ້ລາວ ເປັນປະເທດທໍາອິດ ທີ່ທໍາລາຍ ແມ່ນໍ້າຂອງ. ດັ່ງທ່ານກ່າວວ່າ:
"ດອນສະຫົງທີ່ສ້າງຂຶ້ນມັນຕັດຮູປາສັນຈອນຂອງປາປາມັນຈະລອຍ ຂຶ້ນເມືອເທີງ ທີ່ຈີງຣັຖບານລາວ ຄວນຄິດວ່າດອນສະຫົງ ຢູ່ເທີງແມ່ ນໍ້າຂອງ ແຕ່ເຂົາຄິດວ່າດອນສະຫົງເປັນສາຍນໍ້ານ້ອຍໆຂອງແມ່ນໍ້າ ຂອງແຕ່ຖ້າຈະເວົ້າຈີງໆ ລາວເປັນປະເທດນື່ງທໍາລາຍແມ່ນໍ້າຂອງ".
ໃນກອງປະຊຸມຣັຖມົນຕຣີອາຊຽນດ້ານພລັງງານຄັ້ງທີ 31 ຣະຫວ່າງ ວັນທີ 23-27 ທີ່ແຂວງບາຫລີປະເທດອິນໂດເນເຊັຽ ທ່ານ ວິຣະພັນ ວີຣະວົງ ຣັຖມົນຕຣີ ຊ່ອຍກະຊວງພລັງງານ ແລະບໍ່ແຮ່ ສປປລາວ ກ່າວຕໍ່ຫນັງສືພິມວຽງຈັນທາມສ໌ວ່າ ທ່ານໄດ້ ອະທິບາຍ ຕໍ່ປະເທດ ເພື່ອນບ້ານແລ້ວວ່າທາງການລາວຈະເດີນຫນ້າສ້າງເຂື່ອນດອນສະຫົງ ຫລັງຈາກການສໍາຣວດມາຫລາຍປີ ເຂື່ອນແຫ່ງນີ້ຈະບໍ່ສົ່ງ ຜົລກະທົບ ໄປສູ່ທາງລຸ່ມຂອງແມ່ນໍ້າຂອງ. ແຕ່ນັກສີ່ງແວດລ້ອມກໍາພູຊາ ເວົ້າວ່າເຣື້ອງຜົລກະທົບ ຈາກເຂື່ອນດອນສະຫົງ ທີ່ຈະມີຕໍ່ແມ່ນໍ້າຂອງນັ້ນ ມີແນ່ ນອນ ແລະຈະເຫັນໄດ້ຊັດເຈນ ກໍແມ່ນໃນຊ່ວງຣະດູແລ້ງ ເພາະນໍ້າຈະແຫ້ງ ແລະການຂືຶ້ນລົງຂອງປາ ເພື່ອໄປວາງໄຂ່ນັ້ນ ກໍຈະຖືກ ກີດກັນ ແຕ່ສຳລັບຍາມຝົນນັ້ນ ອາດຈະບໍ່ມີບັນຫາຫລາຍ ເພາະມີນໍ້າຫລາຍສາຍທີ່ ປາຈະຂຶ້ນລົງ ປະເທດທີ່ຈະໄດ້ຮັບຜົລກະທົບ ຫລາຍກວ່າຫມູ່ກໍ ແມ່ນ ກໍາພູຊາ ເພາະປະຊາຊົນກວ່າ 70% ມີອາຊີພປະໂມງ.