ການພັທນາທີ່ຍືນຍົງຄືການ ສຶກສາ ໃຫ້ຖີ່ຖ້ວນ
2014.08.25

ເປັນທີ່ ຄາດຫວັງ ກັນວ່າ ການສນັບ ສນູນ ຂອງ ກອງທຶນສາກົນ (IFC) ຈະນຳໄປສູ່ ການສຶກສາ ຄວາມ ເປັນໄປໄດ້ ຂອງ ເຂື່ອນ ໄຟຟ້າ ຢ່າງ ສມ່ຳສເມີ ຖີ່ຖ້ວນ ແລະມີ ຄຸນນະພາບ ດີຂຶ້ນ ຊຶ່ງຈະ ເຮັດ ໃຫ້ເປັນ ໂຄງການ ທີ່ ມີຄວາມ ຍືນຍົງ. ຕາມ ຄຳເວົ້າ ຂອງ ທ່ານ Kate Lazarus ເຈົ້າໜ້າທີ່ ອາວຸໂສ ຝ່າຍ ປະຕິບັດ ງານ ຂອງ ບໍຣິສັດ ການເງິນ ຣະຫວ່າງ ປະເທດ IFC ປະຈຳລາວ ຕໍ່ ອົງການ ຂ່າວ ຊິນຮົວ ເມື່ອ ວັນທີ 22 ສິງຫາ 2014 ນີ້.
ກອງປະຊຸມ workshop ຊຶ່ງ ກະຊວງ ພລັງງານ ແລະ ບໍ່ແຮ່ ກະຊວງ ແຫລ່ງ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຂອງ ລາວ, IFC ແລະ ທະນາຄານ ໂລກ ຮ່ວມກັນ ເປັນເຈົ້າພາບ ຈັດ ຂຶ້ນ ເມື່ອເດືອນ ມິຖຸນາ ຜ່ານມາ ໄດ້ຣະບຸເຖິງ ຄວາມ ຈຳເປັນ ໃນ ການ ພັທນາ ແບບແຜນ ເພື່ອໃຫ້ ຜູ້ພັທນາ ປະຕິບັດ ເມື່ອ ສຶກສາ ຄວາມ ເປັນໄປໄດ້ ຂອງໂຄງການ ເຂື່ອນ ນັ້ນໆ ແລ້ວ.
ທ່ານ Lazarus ກ່າວວ່າ ເພື່ອ ຮັບປະກັນ ໃຫ້ທາງ ຣັຖບານ ໄດ້ ຮັບຂໍ້ມູລ ທີ່ ຈຳເປັນ ກ່ຽວກັບ ຄວາມ ເປັນໄປໄດ້ ຂອງ ໂຄງການ ນັ້ນ ຜູ້ພັທນາ ໂຄງການ ເຂື່ອນ ໄຟຟ້າ ຈຳເປັນ ຕ້ອງມີ ຂໍ້ແນະນຳ ເພື່ອ ສນັບສນູນ ວຽກງານ ຂອງ ພວກເຂົາເຈົ້າ ຊຶ່ງ ຂໍ້ແນະນຳ ຮອບດ້ານ ທີ່ວ່ານັ້ນ ຍັງບໍ່ມີ ເລີຍ ຈົນມາຮອດ ປັຈຈຸບັນ ນີ້. ແລະ ທ່ານ ກໍເຊື່ອໝັ້ນ ວ່າ ຫາກໄດ້ຮັບ ການພັທນາ ແບບ ຍືນຍົງ ເຂື່ອນ ໄຟຟ້າ ກໍ ຈະມີສ່ວນ ຊ່ວຍພັທນາ ເສຖກິດ ຂອງລາວ ຢ່າງ ໃຫຽ່ຫຼວງ ໃນຖານະ ທີ່ເປັນ ແຫລ່ງ ພລັງງານ ທີ່ ໃຊ້ບໍ່ໝົດ ແລະ ກໍເປັນແຫລ່ງ ຣາຍໄດ້ ທີ່ສຳຄັນ ນຳດ້ວຍ ນັ້ນ.