ເຂື່ອນປາກແບງຄາດວ່າຈະ ໄດ້ສ້າງ
2017.01.27
ໂຄງການເຂື່ອນໄຟຟ້າປາກແບງ ຄາດວ່າ ຈະໄດ້ລົງມືສ້າງ ໃນທ້າຍປີນີ້ ຫລັງຈາກບັນລຸ ຂໍ້ຕົກລົງ ກັບ ປະເທດ ສະມາຊິກ ແມ່ນ້ຳຂອງ. ອີງຕາມ ການຣາຍງານຂອງ ຫນັງສືພິມ ວຽງຈັນທາມ ໃນວັນທີ 26 ມົກຣາ 2017.
ຣາຍງານວ່າ ເຈົ້າຫນ້າທີ່ ທາງດ້ານເຕັກນິກ ຈາກກະຊວງ ພລັງງານ ແລະບໍ່ແຮ່ ແລະ ຄນະກັມມາທິການ ແມ່ນ້ຳຂອງ ຝ່າຍລາວ ຮ່ວມທັງ ອົງການຂ່າວສານ ຕ່າງໆໄດ້ລົງໄປ ຢ້ຽມຢາມ ພື້ນທີ່ບ່ອນ ຈະສ້າງ ເຂື່ອນປາກແບງ ທີ່ ແຂວງອຸດົມໄຊ ເມື່ອບໍ່ດົນມານີ້.
ກຸ່ມດັ່ງກ່າວນຳໂດຍ ທ່ານ ຈັນສະແຫວງ ບຸນຍົງ ຜູ້ທຳຫນ້າທີ່ ແທນ ເອກອະທິບໍດີ ກົມ ນະໂຍບາຍ ແລະ ວາງແຜນພລັງງານ ກະຊວງ ພລັງງານ ແລະບໍ່ແຮ່ ເພື່ອໃຫ້ ເປັນໄປຕາມ ຄວາມຕ້ອງການ ຂອງຄນະ ກັມມາທິການ ແມ່ນ້ຳຂອງ ທາງການລາວ ໄດ້ສົ່ງ ເອກສານຕ່າງໆ ໄປໃຫ້ ຄນະກັມມາທິການ ແມ່ນ້ຳຂອງ ແລ້ວ ໃນເດືອນ ພຶສຈິກາ ຜ່ານມາ ເພື່ອກະຕຽມ ການດຳເນີນ ຂັ້ນຕອນ ການແຈ້ງ ການລ່ວງຫນ້າ ທີ່ຈະໃຊ້ ເວລາ 6 ເດືອນ.
ທ່ານວ່າ ການຢ້ຽມຢາມພື້ນທີ່ ຂອງໂຄງການ ເພື່ອເບິ່ງການ ກະຕຣຽມ ການສ້າງ ແລະ ຄວາມເຂົ້າໃຈ ຂອງທຸກພາກສ່ວນ ທີ່ກ່ຽວຂ້ອງ ໃນ ໂຄງການນີ້ ຊຶ່ງໃນ ປັດຈຸບັນ ການສ້າງສາ ກໍມີພຽງແຕ່ ສ້າງ ຖນົນເຂົ້າໄປຫາ ບ່ອນທີ່ຈະສ້າງ ເຂື່ອນເທົ່ານັ້ນ ການສ້າງສາ ຕ່າງໆໃນ ແມ່ນ້ຳຂອງ ຍັງລໍຖ້າ ຄວາມເຫັນພ້ອມ ແລະ ການຊີ້ແນະ ຈາກ ຄນະກັມມາທິການ ແມ່ນ້ຳຂອງ ກ່ອນ. ຫລັງຈາກນັ້ນ ກຸ່ມຂອງ ທ່ານ ຍັງໄດ້ໄປ ຢ້ຽມຢາມ ຊາວບ້ານ ຜູ້ທີ່ໄດ້ ຮັບຜົລກະທົບ ຈາກ ໂຄງການນີ້.