ຂ.ອັດຕະປືເລັ່ງແກ້ບັນຫາ ຢູ່ບ້ານ ລະມອງ

ຈໍາປາທອງ
2017.11.13
f-namkong-dam ສໍານັກງານ ບໍຣິສັດຈະເລີນເຊກອງພະລັງງານ ຈໍາກັດ
ຮູບພາບຈາກ ເວັບໄຊ ບໍຣິສັດຈະເລີນເຊກອງພະລັງງານ ຈໍາກັດ

ທາງການແຂວງອັດຕະປື ກຳລັງເລັ່ງແກ້ໄຂບັນຫາ ການເຂົ້າ-ອອກ ຂອງປະຊາຊົນບ້ານລະມອງ ຊຶ່ງຕັ້ງຢູ່ໃນເຂດ ທີ່ໂຄງການ ເຂື່ອນໄຟຟ້າ ນ້ຳກົງ 2 ທີ່ຈະເລີ້ມທຳການ ກະຈາຍໄຟຟ້າ ໃນທ້າຍປີນີ້ ໄປກວມເອົາ.

ປະຊາຊົນບ້ານລະມອງເມືອງພູວົງ 94 ຄອບຄົວ, ປະມານ 400 ຄົນອາສັຍຢູ່ໃນເຂດນັ້ນ ຖືກທາງບໍຣິສັດ ຈະເລີນເຊກອງພລັງງານ ທີ່ເປັນ ຜູ້ສ້າງເຂື່ອນໄຟຟ້ານ້ຳກົງ 2 ນີ້ ສ້າງເຂດຫວງຫ້າມ ທີ່ເປັນອັນຕະລາຍ ໂດຍປັກຫລັກໝາຍ ແລະຕິດປ້າຍເຕືອນ ຕັນທາງ ທີ່ປະຊາຊົນໃຊ້ ຜ່ານນັ້ນ ບໍ່ໃຫ້ຜ່ານ ແລະມີເວນຍາມ ຢູ່ຕລອດເວລາ ເຮັດໃຫ້ປະຊາຊົນ ຫຍຸ້ງຍາກ ໃນການເຂົ້າ-ອອກ, ດັ່ງເຈົ້າໜ້າທີ່ພລັງງານ ແລະບໍ່ແຮ່ ແຂວງອັດຕະປື ເວົ້າໃນມື້ວັນທີ 9 ພຶສຈິກາ ນີ້ວ່າ:

"ເອີມັນມີບ້ານນຶ່ງ ບ້ານລະມອງ ແລ້ວກໍທາງເຂົ້າມັນຕັນ ກໍຫຍຸ້ງຍາກ ມັນກໍຍັງຫຍຸ້ງຍາກຢູ່ໜ່າ ຂ້ອຍເບິ່ງ ກັບບ້ານນັ້ນບໍ່ກ່ຽວ ເຮົາເຮັດປ້ອມ ຍາມແລ້ວ ແຕ່ວ່າຊາວບ້ານນັ້ນອອກ-ເຂົ້າ ມັນຕ້ອງມີຄົນຍາມ ຢູ່ຫັ້ນເດ ແຕ່ພວກເຮົາກໍຫາວິທີ ເພື່ອສິໃຫ້ຫາທາງເວັ້ນ ໃຫ້ເບາະ ຫລືສິເອົາ ຈັ່ງໃດ ກັບບ້ານ ຄິດຢູ່ດຽວນີ້ ກໍໃຊ້ທາງ ເສັ້ນດຽວກັນຫັ້ນແຫລະ ຮ່ວມກັນຢູ່".

ທ່ານກ່າວຕື່ມວ່າ ກ່ຽວກັບວິທີທາງທີ່ຈະແກ້ໄຂໃຫ້ປະຊາຊົນບ້ານລະມອງ ໄປ-ມາໄດ້ຕາມປົກກະຕິນັ້ນ ຂະນະນີ້ ຢູ່ໃນຣະຫວ່າງ ການປຶກສາ ຫາລື ຣະຫວ່າງພາກສ່ວນທີ່ກ່ຽວຂ້ອງ ແລະຕົວແທນ ປະຊາຊົນບ້ານນັ້ນຢູ່ ຊຶ່ງຄາດວ່າ ຈະຫາທາງອອກໄດ້ ໃນທ້າຍເດືອນນີ້.

ແຕ່ເຖິງຢ່າງໃດກໍດີ ວິທີທາງແກ້ໄຂທີ່ວ່ານັ້ນ ຈະຕ້ອງໃຫ້ມີຄວາມຍຸຕິທັມ ສໍາລັບທັງສອງຝ່າຍ ບໍ່ໃຫ້ເກີດບັນຫາຂຶ້ນ ໃນພາຍຫຼັງ ຊຶ່ງຊາວບ້ານ ສາມາດຢູ່, ທໍາມາຫາກິນ ແລະປູກຝັງໄດ້, ມີແຕ່ວ່າຈະຫ້າມບໍ່ໃຫ້ ໄປທໍາມາຫາກິນ ໃນເຂດໃຕ້ເຂື່ອນລົງມາ, ເຂດເຮືອນຈັກປັ່ນໄຟຟ້າ ແລະ ເຂດປ່ອຍນໍ້າລົງມາ.

ເຂື່ອນໄຟຟ້ານໍ້າກົງ 2 ຖືກກໍ່ສ້າງມາແຕ່ປີ 2010 ສ້າງແລ້ວໃນປີ 2017 ມີເຄື່ອງປັ່ນໄຟຟ້າ 3 ເຄື່ອງທີ່ຈະຜລິດ ກະແສໄຟຟ້າໄດ້ 66 MW ແລະຈະເປີດການຜລິດ ຢ່າງເປັນທາງການ ໃນມື້ວັນທີ 25 ທັນວາ ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.