ເຂື່ອນຫີນບູນໃກ້ຈະສຳເຣັດ ແລ້ວ

ອຸ່ນແກ້ວ ສຸກສະຫວັນ
2015.03.11
F-Hin boun ນໍ້າຫີນບູນ ແຂວງຄໍາມ່ວນ
Credit: Tania Lee/International Rivers

ໃນ ວັນທີ 6 ມິນາ ທີ່ ຜ່ານມາ ຢູ່ ແຂວງ ຄຳມ່ວນ ທາງການ ລາວ ໄດ້ຈັດ ພິທີ ວາງ ສິລາເລິກ ໂຄງການ ກໍ່ສ້າງ ເຂື່ອນ ຫີນບູນ ຢ່າງ ເປັນ ທາງການ ແຕ່ຄວາມຈິງ ເຈົ້າໜ້າທີ່ ພລັງງານ ແລະ ບໍ່ແຮ່ ເປີດເຜີຍ ວ່າ ໂຄງການ ນີ້ ກໍ່ສ້າງ ໄປ ແລ້ວ 80 ສ່ວນຮ້ອຍ ແລະ ໄດ້ ຍົກຍ້າຍ ປະຊາຊົນ ທີ່ ຈະໄດ້ຮັບ ຜົນ ກະທົບ. ດັ່ງທ່ານ ກ່າວວ່າ:

"ເຂື່ອນນີ້ ປະມານ 80 ເປີເຊັນ ແລ້ວ ຂະເຈົ້າ ກໍ່ສ້າງແລ້ວ ຈຶ່ງວ່າ ສິລາເລິກ ຕາມຫລັງ ແມ່ນ ໂຄງການ ວິສາຫະກິດ ໄຟຟ້າ ລາວ ເປັນ ຜູ້ລົງທຶນ ແກ້ໄຂ ຄືນ ກ່ຽວກັບ ຜົນກະທົບ ໃຕ້ ເຂື່ອນ ແກ້ໄຂ ຫມົດແລ້ວ".

ທ່ານ ບອກວ່າ ໂຄງການ ນີ້ ມີ ປະຊາຊົນ ປະມານ 300 ຄອບຄົວ ຈາກ 4 ບ້ານ ຄື ບ້ານ ນາຊ້າງຂ້າມ, ບ້ານ ຜາຄ້ອງ, ບ້ານ ໂພນທອງ ແລະ ບ້ານ ໜອງຮາງ ຊຶ່ງ ປັດຈຸບັນ ໄດ້ ມີການ ຍົກຍ້າຍ ໄປຢູ່ບ້ານ ຈັດສັນໃໝ່ ຂອງ ໂຄງການ ເປັນທີ່ ຮຽບຮ້ອຍ ແລ້ວ.

ໂຄງການ ກຳລັງ ດໍາເນີນ ວຽກງານ ການ ກໍ່ສ້າງ ເຂື່ອນ ແລະ ເຊື່ອມຕໍ່ ສາຍ ໄຟຟ້າ, ແລະ ການ ເບິ່ງແຍງ ຊາວບ້ານ ທີ່ ໄດ້ຮັບ ຜົນກະທົບ ເພື່ອ ໃຫ້ ເຂົາເຈົ້າ ສາມາດ ລ້ຽງ ຕົວເອງ ໄດ້. ເຂື່ອນ ຫີນບູນ ຕັ້ງຢູ່ ເຂດ ເມືອງ ຫີນບູນ ແຂວງ ຄຳມ່ວນ, ຊຶ່ງ ຕິດກັບ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ທາງ ທິດເໜືອ ຂອງ ເຂື່ອນ ນ້ຳເທີນ 2. ເຂື່ອນ ດັ່ງກ່າວ ໄດ້ເລີ້ມ ການ ກໍ່ສ້າງ ແຕ່ປີ 2012 ແລະ ຄາດວ່າ ຈະແລ້ວ ໃນ ປີ 2016.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.