ຊາວບ້ານກັງວົນເຣື້ອງຄ່າ ຊົດເຊີຍ

ໄມຊູລີ
2015.11.17
f-donsahong ຊາວບ້ານດອນສະດໍາ ທີ່ມີອາຊີພຫາປາ ກັງວົນນໍາ ການທໍາມາຫາກິນ ໃນອະນາຄົດ
RFA

ປະຊາຊົນ ທີ່ ຖືກໂຍກຍ້າຍ ຈາກ ບໍຣິເວນ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ແຂວງ ຈໍາປາສັກ ເປັນຫ່ວງນໍາ ຄ່າ ຊົດເຊີຍ ທີ່ດິນ ຂອງພວກ ເຂົາເຈົ້າ ຍ້ອນວ່າ ຈົນເຖິງ ປັຈຈຸບັນ ຍັງບໍ່ໄດ້ ຄໍາຕອບ ວ່າທາງການ ຈະຊົດເຊີຍ ແນວໃດ ທັງໆທີ່ ໄດ້ ສົ່ງ ໜັງສື ຮ້ອງຮຽນ ໄປແລ້ວ ເປັນເວລາ ດົນນານ ພໍສົມຄວນກ  ຕາມຄໍາເວົ້າ ຂອງ ນາຍບ້ານ ຫາງສະດໍາ ເມືອງໂຂງ ແຂວງ ຈໍາປາສັກ ເມື່ອ ວັນທີ 16 ເດືອນ ພຶສຈິກາ ປີ 2015 ນີ້:

“ບໍ່ ບໍ່ທັນໄດ້ ຊົດເຊີຍ ໃຫ້ເຂົາ ປະຊາຊົນ ກໍ ເປັນຫ່ວງຢູ່ ເຈົ້າຂອງ ເອງ ກໍເປັນຫ່ວງ ຕ້ອງ ໃຫ້ໄດ້ແທ້ ຄັນບໍ່ໄດ້ ມັນກໍ ເປັນເຣື້ອງກັນ ເອງ ເຂົາກໍມາ ຫາ ນາຍບ້ານ, ນາຍບ້ານ ກໍສເນີ ທາງ ໂຄງການ, ໂຄງການ ກໍສເນີ ໃຫ້ ທີ່ປຶກສາ ທີ່ປຶກສາ ແຫ່ງຊາດ ພຸ້ນແຫລະ”.

ສໍາລັບ ປະຊາຊົນ ທີ່ ຖືກ ໂຍກຍ້າຍ ຈາກໂຄງການ ເຂື່ອນ ດອນສະໂຮງ ຣາຍງານ ວ່າ ມີຈໍານວນ 13 ຄອບຄົວ ຈາກບ້ານ ຫາງສະດໍາ ປັຈຈຸບັນ ທາງເຈົ້າຂອງ ໂຄງການ ເຂື່ອນ ດອນສະໂຮງ ກໍາລັງ ສ້າງ ບ້ານຈັດສັນ ໃຫ້ ເຂົາເຈົ້າ ແຕ່ ຍັງບໍ່ທັນ ແລ້ວເທື່ອ.

ຢ່າງໃດ ກໍຕາມ ບັນຫາ ເຣື້ອງ ຄ່າຊົດເຊີຍ ທີ່ດິນ ນີ້ ກໍາລັງ ຢູ່ໃນການ ພິຈາຣະນາ ຂອງ ຄນະ ກັມມາທິການ ຊື່ງ ປະກອບດ້ວຍ ເຈົ້າໜ້າທີ່ ທາງການ ລາວ ຕັ້ງແຕ່ ຂັ້ນບ້ານ ຂັ້ນແຂວງ ແລະ ຂັ້ນເມືອງ ຢູ່ ແລະ ຄາດວ່າ ຄວນຈະໄດ້ ຄໍາຕອບ ໃນໄວໆນີ້ ທ່ານ ກ່າວວ່າ:

“ເຂົາມີ ແຜນມີ ບໍ່ທັນໄດ້ ຊົດເຊີຍ ເຂົາຍັງ ຮ່ວມປະຊຸມ ກັນຢູ່ ເຂົາຊິ ຊົດເຊີຍ ເອີ້ນວ່າ ຕາຣາງແມັດ ນຶ່ງ ຈັກກິບ ຈັກພັນ ນີ້ແຫຼະ ເພາະວ່າ ສວນເຂົາ ຖືກທໍາລາຍ ຕົ້ນ ທີ່ຫລຸດ ໄປເທົ່າໃດ ຕົ້ນໄມ້ ອຸດສາຫະກັມ ມູລຄ່າ ເທົ່າໃດ ດິນສວນ ເທົ່າໃດ ດິນນາ ເທົ່າໃດ ມັນຕ້ອງໄດ້ ວ່າກັນ ແບບນັ້ນ”.

ເຂື່ອນ ດອນສະໂຮງ ຈະສ້າງຢູ່ ເມືອງໂຂງ ແຂວງ ຈໍາປາສັກ ມີພລັງຜລິດ ໄດ້ 260 ເມກາວັດ ໂດຍ ບໍຣິສັດ Mega First ຂອງ ມາເລເຊັຽ ເປັນເຈົ້າຂອງ ໂຄງການ ແລະ ບໍຣິສັດ ຊິໂນ-ໄຮໂດຣ ຂອງຈີນ ເປັນຜູ້ ກໍ່ສ້າງ ຣັຖບານ ລາວ ຢຶນຢັນວ່າ ຈະເຣີ້ມ ກໍ່ສ້າງ ໃນ ທ້າຍປີ 2015 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.