ເຂື່ອນດອນສະໂຮງຈະໄປຕາມ ກຳນົດ
2015.09.03
ຣັຖບານ ລາວ ຢືນຢັນ ວ່າ ຈະສ້າງ ເຂື່ອນ ດອນສະໂຮງ ຕາມ ຂັ້ນຕອນ ຂອງ ສັນຍາ ກັບ ບໍຣິສັດ ທີ່ ໄດ້ຮັບ ສຳປະທານ, ຊຶ່ງ ທາງ ສະພາ ແຫ່ງຊາດ ກໍໄດ້ ຮັບຮອງ ເອົາແລ້ວ.
ຄຳຢືນຢັນ ຂອງ ທາງການລາວ ທີ່ວ່າ ນັ້ນ, ມີຂຶ້ນ ພາຍຫລັງ ທີ່ ອົງການ ແມ່ນ້ຳ ສາກົນ, ໄດ້ອອກ ຖແລງການ ໃນວັນທີ 1 ກັນຍາ 2015 ຮຽກຮ້ອງ ໃຫ້ ທາງການ ລາວ ຄວນ ໂຈະ ການສ້າງ ເຂື່ອນ ນັ້ນ ໄປອີກ 2 ປີ, ເພື່ອໃຫ້ ປະເທສ ຕ່າງໆ ໃນເຂດ ລຸ່ມ ແມ່ນ້ຳຂອງ ສຶກສາ ຄົ້ນຄວ້າ ເຖິງ ຜົລກະທົບ ຂ້າມແດນ ໄປສູ່ ປະເທສ ອື່ນ.
ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ເປີດເຜີຍ ໃນ ວັນທີ 3 ກັນຍາ ນີ້ວ່າ, ຈະມີການ ສ້າງ ເຂື່ອນ ດອນສະໂຮງ ຕາມ ກຳນົດ ເວລາ ຍ້ອນວ່າ ໂຄງການ ສ້າງ ເຂື່ອນ ນີ້ ເປັນໄປ ຕາມຂັ້ນຕອນ ແລະ ກົດໝາຍ ລາວ, ແລະ ທ່ານ ເວົ້າວ່າ ອົງການ ແມ່ນ້ຳ ສາກົນ ບໍ່ມີ ສິດ ອຳນາດ ໃນ ເຣຶ່ອງນີ້, ສະພາ ແຫ່ງຊາດ ຮັບຮອງ ເອົາແລ້ວ:
"ສະພາ ຮັບຮອງ ໄປແລ້ວເດ້, ເຊັນ ສັນຍາ ສຳປະທານ ໄປແລ້ວ, ສະພາ ແຫ່ງຊາດ ກໍໄດ້ ຮັບຮອງ ເອົາ ສັນຍາ ສຳປະທານ ໄປແລ້ວ ຕອນນີ້ ກໍເດີນຕາມ ຂັ້ນຕອນ ຂອງ ຣະບຽບ ກົດໝາຍ ຕ່າງໆ".
ຖແລງການ ຂອງ ອົງການ ແມ່ນ້ຳ ສາກົນ ຣະບຸ ວ່າ, ການສ້າງ ເຂືຶ່ອນ ດອນສະໂຮງ ບໍ່ທັນ ມີການ ຕົກລົງກັນ ຂອງ ທຸກ ປະເທສ ໃນເຂດ ລຸ່ມ ແມ່ນ້ຳຂອງ, ແລະວ່າ ຄວນໃຫ້ ມີເວລາ ພຽງພໍ ໃນການ ສຶກສາ ຜົລກະທົບ ຂ້າມແດນ, ໂດຍຕ້ອງ ໃຊ້ ເວລາ ຢ່າງໜ້ອຍ 2 ປີ. ດັ່ງ ຍານາງ ພຽນພອນ ດີເທດ ຜູ້ ປະສານງານ ຂອງ ອົງການ ແມ່ນ້ຳ ສາກົນ ໃນ ປະເທສ ໄທ ຢືນຢັນ ກັບ ເອເຊັຽ ເສຣີ ໃນ ວັນທີ 3 ກັນຍາ ນີ້ວ່າ:
"ກໍຄືວ່າ ມັນຄວນ ມີການທໍາ ການສຶກສາ ໂດຍໃຊ້ ເວລາ ຢ່າງໜ້ອຍ 2 ປີ ເພາະ ປັດຈຸບັນ ຍັງບໍ່ມີ ການສຶກສາ ໃດໆ ກ່ຽວກັບ ຜົນກະທົບ ຂ້າມແດນ ສິ່ງ ທີ່ຕ້ອງການ ຄື ໃຫ້ ເຈົ້າຂອງ ໂຄງການ ໂຈະ ທັງໝົດ, ກ່ອນທີ່ ຈະມີການ ລົງນາມ ໃນ ສັນຍາ ຊື້ຂາຍ ໄຟຟ້າ, ຫຼື ກ່ອນທີ່ ຈະມີການ ລົງນາມ ໃນການ ກໍ່ສ້າງ ໂຄງການ, ເພື່ອ ທີ່ຈະໃຫ້ ຄໍາຕອບ ກັບ ປະຊາຊົນ ທີ່ ໃຊ້ ຊັພຍາກອນ ໃນ ແມ່ນໍ້າຂອງ".
ຍານາງ ເວົ້າ ອີກວ່າ ການສ້າງ ເຂື່ອນ ໃນ ແມ່ນ້ຳຂອງ ເປັນ ເຣຶ່ອງ ຣະດັບ ພູມີພາກ, ເພາະວ່າ ແມ່ນ້ຳຂອງ ເປັນ ແມ່ນ້ຳ ສາກົນ,. ດັ່ງນັ້ນ ຈຶ່ງ ບໍ່ມີ ຣັຖບາລ ປະເທສ ໃດ ປະເທສ ນຶ່ງ ມີອຳນາດ ຕັດສິນໃຈ ສ້າງໄດ້ ຕາມ ລຳພັງ.