ເຂື່ອນດອນສະໂຮງລໍຖ້າ ຄໍາສັ່ງ
2015.12.11
ໂຄງການ ເຂື່ອນ ດອນສະໂຮງ ທີ່ ແຂວງ ຈຳປາສັກ ຄາດວ່າ ຈະລົງມື ສ້າງ ໃນ ທ້າຍປີນີ້ ນັ້ນ, ອາຈເປັນ ຕົ້ນປີຫນ້າ ຍ້ອນວ່າ ຍັງບໍ່ມີ ແຈ້ງການ ຈາກ ຣັຖບານ. ອີງຕາມ ຄຳເວົ້າ ຂອງ ດຣ. ໄຊພອນ ບຸນຊູ ເຈົ້າຫນ້າທີ່ ກົມ ນະໂຍບາຍ ແລະ ແຜນ ພລັງງານ ກະຊວງ ພລັງງານ ແລະ ບໍ່ແຮ່ ໃນ ວັນທີ 10 ທັນວາ ປີ 2015.
"ກໍບໍ່ແມ່ນ ປີຫນ້າ ເຣື້ອງກໍ່ສ້າງ ເຂື່ອນ ດອນສະໂຮງ ເພາະວ່າ ທາງ ຣັຖບານ ລາວ ຍັງບໍ່ໄດ້ ອອກແຈ້ງການ ວັນທີ່ ໃຫ້ກໍ່ສ້າງ ມີແຕ່ວ່າ ຖ້າເບີ່ງ ເພີ່ນອອກ ແຈ້ງການ ເຮົາຊີ່ເລີ້ມ ລົງມື ເນາະຄັນຖ້າ ວ່າ ເດືອນນີ້ ເພີ່ນບໍ່ແຈ້ງ ການ ກໍອາຈເປັນ ປີຫນ້າ ເດືອນນື່ງ ເດືອນສອງ ເຮົາ ກໍບໍ່ທັນຮູ້ ເຣື້ອງ ສາເຫດ ນີ້ແມ່ນ ກໍບໍ່ຮູ້ ນຳເພີ່ນ ເພາະວ່າ ທາງ ຣັຖລານ ເພີ່ນຈະມີ ກອງປະຊຸມ ຂອງ ເພີ່ນເອງ".
ທ່ານ ດາວວົງ ພອນແກ້ວ ເອກ ອະທິບໍດີ ກົມພລັງງານ ກະຊວງ ພລັງງານ ແລະ ບໍ່ແຮ່ ເປີດເຜີຍ ຕໍ່ເອເຊັຽ ເສຣີ ໃນກາງເດືອນ ສີງຫາ ຜ່ານມາ ວ່າ ທາງການ ລາວ ຈະເລີ້ມສ້າງ ເຂື່ອນ ດອນ ສະໂຮງ ໃນ ທ້າຍປີນີ້ ເຖິງແມ່ນວ່າ ກຳພູຊາ ແລະ ວຽດນາມ ຈະຄັດຄ້ານ ກໍຕາມ.
ແຕ່ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ແຈ້ງການ ຈາກ ຣັຖບານ ວ່າ ຈະເລີ້ມສ້າງ ເມື່ອໃດ. ເມື່ອສອງ ເດືອນ ຜ່ານມາ ຣັຖບານລາວ ໄດ້ແຈ້ງໃຫ້ ປະເທດ ລຸ່ມ ແມ່ນ້ຳຂອງ ແລ້ວວ່າ ຕົນຈະສ້າງ ເຂື່ອນ ໄຟຟ້າ ດອນສະໂຮງ ໃນ ທ້າຍປີ ນີ້.