ດອນສະໂຮງເລີ້ມສ້າງແຕ່ເຮືອນ ຄົນງານ

ມະນີຈັນ
2014.08.24
f-donsahong ຊາວລາວ ຫາປາ ຕາມຂົງເຂດ ສາຍນໍ້າຂອງ ທີ່ຈະມີການ ກໍ່ສ້າງເຂື່ອນ ດອນສະໂຮງ
RFA

 

ຊາວບ້ານ ໃນເຂດ ກໍ່ສ້າງເຂື່ອນ ດອນສະໂຮງ ເມືອງໂຂງ ແຂວງ ຈຳປາສັກ ເວົ້າວ່າ ມີການ ໂຈະ ການກໍ່ສ້າງ ເຂື່ອນ ນັ້ນແທ້ ມີແຕ່ການ ກໍ່ສ້າງ ທີ່ພັກເຊົາ ຂອງ ຄົນງານ ເພື່ອຕຽມພ້ອມ:

"ກໍເຮັດ ຕັ້ງແຕ່ ເດືອນ 5 ເດືອນ 6 ກໍບໍ່ເຫັນ ຂະເຈົ້າ ເຮັດຫຍັງ ກິຈການ ຕົວຂົວຫັ້ນ ບໍ່ເຮັດ ນ້ຳຂຶ້ນ ເຫັນແຕ່ເຮັດ ແຄັມ ພັກ ເທົ່ານັ້ນ ແຫລະ".

ເມື່ອບໍ່ດົນ ມານີ້ ໜັງສືພິມ ພະນົມເປັນ ໂພສທ ຣາຍງານວ່າ ເອກ ອັຄຣາຊທູດ ລາວ ໄດ້ກ່າວຕໍ່ ເຈົ້າໜ້າທີ່ ກັມພູຊາ ວ່າ ການກໍ່ສ້າງ ເຂື່ອນ ດອນສະໂຮງ ໄດ້ໂຈະ ໄວ້ແລ້ວ ແຕ່ ເຈົ້າໜ້າທີ່ ບໍຣິສັດ ເມັກກາເຟິສທ ຢືນຢັນ ວ່າ ໂຄງການ ເຂື່ອນ ດອນສະໂຮງ ຍັງກໍ່ສ້າງ ຢູ່ຕໍ່ໄປ ບໍ່ມີການ ໂຈະ. ຢ່າງໃດ ກໍຕາມ ຊາວບ້ານ ໃນພື້ນທີ່ ຢືນຢັນວ່າ ວຽກງານ ທີ່ ຍັງເຮັດຢູ່ ໃນ ປັຈຈຸບັນ ມີ ພຽງການ ກໍ່ສ້າງ ທີ່ ພັກເຊົາ ເທົ່ານັ້ນ ຍັງບໍ່ໄດ້ ມີການລົງມື ກໍ່ສ້າງ ເຂື່ອນ ແຕ່ຢ່າງໃດ. ສ່ວນການ ກໍ່ສ້າງທາງ ແລະຂົວ ກໍ່ຫາເຮັດ ໄດ້ພຽງ ສ່ວນໜຶ່ງ ແລະ ດຽວນີ້ ກໍໂຈະ ການກໍ່ສ້າງ ແລ້ວ ເພາະຢູ່ໃນ ຊ່ວງ ຣະດູຝົນ ກໍ່ສ້າງ ບໍ່ສະດວກ.

ຊາວບ້ານ ທ່ານນີ້ ເວົ້າອີກວ່າ ເຣື່ອງການ ກໍ່ສ້າງ ເຂື່ອນ ດອນສະໂຮງ ນີ້ ຊາວບ້ານ ບໍ່ຂັດຂ້ອງ ມີພຽງແຕ່ ຕ້ອງການ ໃຫ້ ທາງໂຄງການ ແລະ ຣັຖບານ ລາວ ຊົດເຊີຍ ຄວາມ ເສັຍຫາຍ ແລະ ກໍາກັບນໍາ ຊາວບ້ານ ໃນເຣື້ອງ ການເປັນຢູ່ ກໍພໍໃຈ ແລ້ວ ໂດຍສະເພາະ ເຣື່ອງ ການສ້າງສາ ໂຄງຮ່າງ ພື້ນຖານ ໂຮງຮຽນ ໄຟຟ້າ ຫົນທາງ ແລະ ນ້ຳສະອາດ ໃຊ້ ຮວມທັງ ອາຊີບ ທົດແທນ ການຫາປາ ຊຶ່ງ ເປັນ ອາຊີບ ຫຼັກ ຂອງຊາວບ້ານ ໃນເຂດນັ້ນ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.