ການຫາຣືເຣື້ອງເຂື່ອນຄວນ ເລີ້ມ ເດືອນນີ້
2014.07.04

ການປຶກສາ ຫາຣື ກັນກ່ອນ ລ່ວງໜ້າ ກ່ອນ ຈະສ້າງ ເຂື່ອນ ດອນສະໂຮງ ຄວນຈະເລີ້ມ ຂຶ້ນ ໃນເດືອນ ກໍຣະກະດາ ນີ້ ຊຶ່ງ ຄາດກັນວ່າ ຈະໃຊ້ ເວລາ ປະມານ 6 ເດືອນ .ຕາມຄໍາເວົ້າ ຂອງ ທ່ານ Hans Guttman ຫົວໜ້າ ຄະນະ ກັມາທິການ ແມ່ນໍ້າຂອງ. ທ່ານ Guttman ກ່າວຕໍ່ ສື່ມວນຊົນ ວ່າ ສປປລາວ ບໍ່ໄດ້ສເນີ ທີ່ ຈະ ເລື່ອນ ການ ກໍ່ສ້າງ ເຂື່ອນ ນັ້ນ ແລະ ບັນດາ ປະເທດ ເພື່ອນບ້ານ ກໍບໍ່ໄດ້ ຮຽກຮ້ອງ ໃຫ້ເລື່ອນ ແຕ່ຢ່າງໃດ ໃນຊ່ວງ ທີ່ມີການ ປຶກສາ ຫາຣື ກັນນີ້.
ສປປລາວ ໄດ້ເລີ້ມ ການກໍ່ສ້າງ ເບື້ອງຕົ້ນ ໂຄງຮ່າງ ຢູ່ເຂດ ເຂື່ອນ ດອນສະໂຮງ ເຖິງແມ່ນວ່າ ຈະໄດ້ມີ ການຄັດຄ້ານ ຈາກ ວຽດນາມ ແລະ ກັມພູຊາ ທີ່ ຮຽກຮ້ອງ ໃຫ້ໂຈະ ການກໍ່ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ເປັນເວລາ 10 ປີ ຈົນກວ່າ ການສຶກສາ ເທື່ອ ໃໝ່ ຈະສໍາເຣັດ.
ກ່ອນນັ້ນ ວຽດນາມ ກັມພູຊາ ແລະໄທ ໄດ້ເວົ້າວ່າ ກ່ອນຈະ ສ້າງເຂື່ອນ ດອນສະໂຮງ ຕ້ອງໃຊ້ ຂັ້ນຕອນ ປຶກສາຫາຣື ກັນລ່ວງໜ້າ ຕາມ ຂໍ້ຕົກລົງ ວ່າດ້ວຍ ແມ່ນໍ້າຂອງ ສະບັບ ປີ 1995 ຊຶ່ງ ສປປລາວ ກໍໄດ້ ລົງນາມ ໄປນັ້ນ. ເຂື່ອນ ດອນສະໂຮງ ກໍາລັງ ຈະມີການ ສ້າງ ໃສ່ ສ່ວນນຶ່ງ ຂອງ ແມ່ນໍ້າຂອງ ໃນເຂດ ແຂວງ ຈໍາປາສັກ ພາກໃຕ້ ຂອງລາວ, ຢູ່ຫ່າງຈາກ ຊາຍແດນ ລາວ ກັມພູຊາ ໄປທາງເໜືອ ບໍ່ຮອດ 2 ກິໂລແມັຕ. ຝ່າຍທີ່ ຄັດຄ້ານ ການສ້າງນັ້ນ ຢ້ານວ່າ ເຂື່ອນ ດອນສະໂຮງ ຈະຕັນທາງ ໝູ່ປາ ຂຶ້ນລ່ອງ ແລະ ເຮັດໃຫ້ ບໍຣິມາດ ນໍ້າ ໄຫລລົງ ສູ່ລຸ່ມ ນໍ້າຂອງ ຫລຸດລົງ ຢ່າງ ຫລວງຫລາຍ.