ການພັທນາແລະຄ່າຊົດເຊີຍ ຂອງຊາວບ້ານ
2013.08.20
ການເຈຣະຈາ ເຣື້ອງ ຄ່າຊົດເຊີຍ ຂອງ ຊາວບ້ານ ເຂດ ເຂື່ອນ ປາກແບ່ງ ແຂວງ ອຸດົມໄຊ ເປັນໄປ ແບບລົ້ມລຸກ.
ຊາວບ້ານ ໃນກຸ່ມບ້ານ ທີ່ຄາດວ່າຈະໄດ້ ຮັບຜົລກະທົບ ຈາກໂຄງການ ສ້າງເຂື່ອນ ປາກແບ່ງ ໃນແຂວງ ອຸດົມໄຊ ເປີດເຜີຍ ເມື່ອວັນທີ 20 ສິງຫາ ນີ້ວ່າ ມາຮອດມື້ນີ້ ທາງໂຄງການ ຍັງບໍ່ເວົ້າເຣື່ອງ ການຊົດເຊີຍ ຄວາມເສັຽຫາຍເທື່ອ ພາຍຫລັງທີ່ ມີເຈົ້າໜ້າທີ່ ບອກໄວ້ແຕ່ປີ 2011 ພຸ້ນວ່າ ຈະມີການ ຊົດເຊີຍ ຂະນະທີ່ເຄີຍ ມີຂ່າວວ່າ ເຂື່ອນປາກແບ່ງ ພ້ອມທີ່ຈະລົງມື ກໍ່ສ້າງ ຫາກໄດ້ຮັບ ອະນຸຍາດ ຈາກ ຣັຖບານລາວ:
"ບໍ່ຮູ້ແລ້ວ ເພິ່ນວ່າເຮັດ ກໍສິເຮັດ ບໍ່ຮູ້ຫຍັງລະ ຊາວບ້ານ ຕອນນັ້ນ ປີ 2011 ຂະເຈົ້າມາ ຂະເຈົ້າກໍເວົ້າວ່າ ມີຜົລກະທົບ ຂອງພໍ່ແມ່ ປະຊາຊົນ ຫັ້ນກໍຫລາຍເນາະ ກໍບໍ່ໄດ້ ໃຫ້ຄ່າຊົດເຊີຍ ພໍ່ແມ່ປະຊາຊົນ ແລ້ວກໍມິດ ແລ້ວກໍບໍ່ວ່າຫຍັງແລ້ວກໍບໍ່ໄດ້ ຫຍັງ ປີນີ້ຍັງ ບໍ່ມາເທື່ອ".
ຊາວບ້ານເວົ້າຕື່ມອີກວ່າ ໃນປີ 2011 ທາງໂຄງການ ໄດ້ເຄີຍມາໃຫ້ ຂໍ້ມູລວ່າ ຫລາຍບ້ານ ຮວມທັງບ້ານ ຫ້ວຍແຄນ ບ້ານປາກເງີຍ ບ້ານຫ້ວຍຄູນ ແລະບ້ານດ່ານ ຈະໄດ້ຮັບຜົລກະທົບ ຈາກນໍ້າຖ້ວມ ຈາກສ້າງເຂື່ອນ ປາກແບ່ງ. ຊາວບ້ານ ຈະໄດ້ຮັບ ຄ່າຊົດເຊີຍ ຄວາມເສັຽຫາຍ ແລະໂຍກຍ້າຍ ແຕ່ຍັງບໍ່ມີ ຄວາມຄືບໜ້າ. ຊາວບ້ານວ່າ ສ່ວນຫລາຍ ບໍ່ຮູ້ຂໍ້ມູລ ກ່ຽວກັບ ເຂື່ອນ ນີ້ເລີຍ ແຕ່ຖ້າຣັຖບານ ຈະສ້າງ ກໍບໍ່ສາມາດ ເວົ້າຫຍັງໄດ້.
ເຂື່ອນໄຟຟ້າ ປາກແບ່ງຂນາດ 860 ເມັກກາວັດ ຈະສ້າງໃສ່ ນໍ້າຊອງ ເຂດບ້ານ ປາກເງີຍ ເມືອງປາກແບ່ງ ຄາດວ່າຈະໃຊ້ ເງິນກໍ່ສ້າງ 1880 ລ້ານ ໂດລາ ສະຫະຣັຖ ບໍຣິສັດ ຕ້າຖາງ International Power ຂອງ ຈີນ ຮັບຜິດຊອບ ການກໍ່ສ້າງ. ເມື່ອ ເດືອນຕຸລາ ປີ 2012 ເຈົ້າໜ້າທີ່ ກະຊວງ ພລັງງານ ແລະບໍ່ແຮ່ ໄດ້ເປີດເຜີຍວ່າ ການສໍາຣວດ ຄວາມເປັນໄປໄດ້ ຂອງໂຄງການ ແລ້ວໆ ພ້ອມກໍ່ສ້າງໄດ້ ທັນທີ ຫາກຣັຖບານລາວ ອະນຸມັດ. ແຕ່ເນື່ອງຈາກວ່າ ເຂື່ອນ ໄຊຍະບູລີ ມີບັນຫາ ການຕໍ່ຕ້ານ ເຮັດໃຫ້ຕ້ອງເລື່ອນ ອອກໄປ.