ດ່ານວຽງຈັນ-ໜອງຄາຍເກັບພາສີ ບໍ່ໄດ້ ຕາມຄາດ


2013.12.04
F-1-bridge ຫ້ອງການ ທ່າດ່ານພາສີ ໜອງຄາຍ-ວຽງຈັນ
travel-lao-isaan.blogspot

 

ດ່ານຂົວ ໜອງຄາຍ-ວຽງຈັນ ແຫ່ງທີ່ນຶ່ງ ບໍ່ສາມາດ ເກັບພາສີອາກອນ ໄດ້ຕາມຣະດັບຄາດໝາຍ ເພາະຣັຖບານບໍ່ເກັບພາສີສິນຄ້າ ຫລາຍ ປະເພດ ແລະນັກ ທຸຣະກິດ ກໍມັກຫລີກລ້ຽງ ການເສັຍພາສີອາກອນ ໃຫ້ແກ່ຣັດ. ດັ່ງເຈົ້າໜ້າທີ່ກະຊວງການເງິນທ່ານນຶ່ງເວົ້າວ່າ:

“ກໍເຄື່ອງສົ່ງເສີມການລົງທຶນນີ່ແຫລະ ຕົວນີ້ການລົງທຶນເຄື່ອງກໍ່ສ້າງບໍ່ ຂອງກໍ່ສ້າງເຄື່ອງຈັກເຄື່ອງລາງໄປນີ່ສົ່ງຜົນກະທົບຕໍ່ການເກັບພາສີ.”

ເຈົ້າໜ້າທີ່ກະຊວງການເງິນທ່ານນີ້ໃຫ້ຣາຍລະອຽດຕື່ມວ່າ ໃນສົກງົບປະມານປີກາຍ ທາງການລາວ ສາມາດເກັບພາສີອາກອນຈາກດ່ານ ຫົວ ຂົວມິຕພາບລາວ-ໄທ ແຫ່ງທີ່ນຶ່ງໄດ້ 2,330 ຕື້ກີບ ຫລຸດຄາດໝາຍ ປະມານ 20 ຕື້ກີບ. ສິນຄ້າສໍາຄັນ ທີ່ຣັຖບານລາວ ຍົກເວັ້ນການ ເກັບ ພາສີ ກໍແມ່ນນໍ້າມັນ ແລະເຄື່ອງກໍ່ສ້າງ ຖ້າຫາກບໍ່ຍົກເວັ້ນ ຣັຖບານລາວ ຈະສາມາດ ເກັບພາສີ ຈາກສິນຄ້າຂາເຂົ້າ ສອງປະເພດນີ້ໄດ້ເຖິງ 3,700 ຕື້ກີບ ຫລືປະມານ 473 ລ້ານດອນລ່າ ສະຫະຣັຖ.

ສາເຫດທີ່ພາໃຫ້ຣັຖບານລາວ ເກັບພາສີບໍ່ໄດ້ຕາມຣະດັບຄາດໝາຍ ອີກຢ່າງນຶ່ງ ກໍແມ່ນ ນັກທຸຣະກິດແລະນັກລົງທຶນ ຕັ້ງມີເຈຕະນາບໍ່ຢາກ ເສັຍພາສີໃຫ້ແກ່ຣັດ ນັກລົງທຶນແລະນັກທຸຣະກິດ ຫລາຍຄົນມັກປິດບັງ ຊຸກເຊື່ອງສິນຄ້າ ບໍ່ຍອມເປີດມູນຄ່າອັນແທ້ຈິງ.

ເປັນທີ່ສັງເກດວ່າ ເຈົ້າໜ້າທີ່ ການເງິນທ່ານນີ້ ບໍ່ໄດ້ເວົ້າເຖິງ ການສໍ້ຣາສ-ບັງຫລວງ ຂອງ ເຈົ້າໜ້າທີ່ ຊຶ່ງກໍເປັນສາເຫດ ໃຫຍ່ນຶ່ງ ທີ່ເຮັດໃຫ້ ຣັຖບານລາວ ບໍ່ສາມາດເກັບພາສີອາ ກອນໄດ້ຕາມຣະດັບຄາດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.