ສະຫຼຸບທາງການເງິນ ປະຈໍາວັນທີ 18 ພະຈິກ 2024

0:00 / 0:00

ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 18 ເດືອນພະຈິກ 2024 ອີງຕາມຂໍ້ມູນ ຈາກທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້.

ເງິນໂດລ້າສະຫະລັດ: ອັດຕາຊື້ 1 ໂດລ້າ ເທົ່າກັບ 21,828 ກີບ, ອັດຕາຂາຍ ເທົ່າກັບ 22,044 ກີບ.

ເງິນບາດໄທ: ອັດຕາຊື້ 1 ບາດ ເທົ່າກັບ 625.5 ກີບ, ອັດຕາຂາຍ ເທົ່າກັບ 638 ກີບ.

ເງິນຢວນຈີນ: ອັດຕາຊື້ 1 ຢວນ ເທົ່າກັບ 2,973 ກີບ, ອັດຕາຂາຍ ເທົ່າກັບ 3,032 ກີບ.

ເງິນດົ້ງຫວຽດນາມ: ອັດຕາຊື້ 1 ດົ້ງ ເທົ່າກັບ 0.8936 ກີບ, ອັດຕາຂາຍ ເທົ່າກັບ 0.9114 ກີບ.

ລາຄາຊື້-ຂາຍຄໍາ ປະຈໍາວັນທີ 18 ເດືອນພະຈິກ 2024 ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ.

ຄໍາຮູບປະພັນ 1 ບາດ ລາຄາຂາຍ 27,949,000 ກີບ, ລາຄາຊື້ 27,040,000 ກີບ.

ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 6,989,000 ກີບ, ລາຄາຊື້ 6,735,000 ກີບ

ແລະຄໍາແທ່ງ 1 ບາດ ລາຄາຂາຍ 27,840,000 ກີບ, ລາຄາຊື້ 27,310,000 ກີບ.

ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ຍັງອີງຕາມການປັບລາຄາ ປະຈໍາຄັ້ງວັນທີ 13 ເດືອນພະຈິກ 2024 ຈາກກະຊວງອຸດສາຫະກໍາ ແລະການຄ້າ ປະກອບດ້ວຍ:

  • ແອັດຊັງພິເສດ 95 ລາຄາ 29,660 ກີບຕໍ່ລິດ.
  • ແອັດຊັງທໍາມະດາ 91 ລາຄາ 22,910 ກີບຕໍ່ລິດ.
  • ແລະກາຊວນ ລາຄາ 19,520 ກີບຕໍ່ລິດ.