ໄມ້ລາວສົ່ງໄປເຮັດເຄື່ອງເຮືອນ ຢູ່ ວຽດນາມ

ການສໍ້ໂກງ ຕັດໄມ້ ທໍາລາຍ ປ່າ ຢູ່ປະເທສລາວ ຍັງມີຢູ່ ຢ່າງ ຫລວງຫລາຍ ເພື່ອ ສົ່ງໄປຂາຍ ໃຫ້ ບໍຣິສັດ ຜລິດ ເຄື່ອງເຮືອນ ເຟີນີເຈີ ຢູ່ ວຽດນາມ.

ສ່ວນນື່ງຂອງໄມ້ ທີ່ຖືກຕັດ ຢູ່ແຂວງ ອັຕຕະປື ທີ່ອົງການ ກວດກາ ສີ່ງແວດລ້ອມ ສາກົນ ໄດ້ຖ່າຍ ວີດີໂອ ເອົາໄວ້ ເພື່ອປະກອບ ໃນຣາຍງານ ປະຈໍາປີ (screen grabbed from EIA video) EIA

 

ປ່າໄມ້ຂອງລາວ ຍັງຖືກຕັດ ຢ່າງຫລວງຫລາຍ ຍ້ອນຣັຖບາລລາວ ບໍ່ເອົາຫົວຊານໍາຕລາດມືດ ທີ່ຄ້າໄມ້ຢູ່ຕາມຊາຍແດນຣະຫວ່າງ ລາວ -ວຽດນາມ. ຕາມຣາຍງານຄັ້ງຫລ້າສຸດ ຂອງອົງການສືບສວນ ດ້ານ ສິ່ງແວດລ້ອມ (EIA) ທີ່ມີຫ້ອງການໃຫຍ່ ຢູ່ປະເທສອັງກິດ.

ເມື່ອປີຜ່ານມາ ອົງການ EIA ພົບວ່າຜູ້ມີອໍານາດໃນລາວຫລາຍຄົນ ຮວມທັງ ນາຍທະຫານວຽດນາມ ໄດ້ທໍາການບຸກລຸກ ຕັດໄມ້ຢູ່ລາວ ເປັນຈໍານວນຫລວງຫລາຍ ແລ້ວຂົນໄປຂາຍວຽດນາມ. ເພື່ອຜລິດ ເປັນເຄື່ອງ ເຟີນີເຈີ ແລ້ວສົ່ງໄປຂາຍທາງຢູໂຣບ ແລະ ສະຫະຣັຖ ອະເມຣິກາ.

ໃນມື້ວັນພຸດ ອົງການສືບສວນ ສິ່ງແວດລ້ອມ ອອກຣາຍງານໃໝ່ ຫລ້າສຸດວ່າ ການລັກຕັດໄມ້ ແລະຂົນໄມ້ໄປວຽດນາມ ຢ່າງຫລວງ ຫລາຍນັ້ນຍັງບໍ່ຫລຸດລົງເລີຍພໍນ້ອຍ. ຣາຍງານວ່າ ການລັກຕັດໄມ້ ຢູ່ລາວ ຍັງບໍ່ຖືກ ກວດສອບ ແລະ ມັນກາຍເປັນທຸຣະກິຈ ປົກກະຕິ ຢ່າງເປີດແປນ ແລະວ່າການຕັດໄມ້ທໍາລາຍປ່າຢູ່ລາວເພື່ອສົ່ງອອກ ຂາຍຕ່າງປະເທສແມ່ນເຈົ້າໜ້າທີ່ຂັ້ນສູງ ຂອງຣັຖບາລລາວ ເປັນຜູ້ຮູ້ເຫັນຢູ່ເບື້ອງຫຼັງ.

ໃນຂະນະທີ່ທາງການລາວ ຫ້າມບໍ່ໃຫ້ສົ່ງໄມ້ທ່ອນ ອອກໄປຂາຍຕ່າງປະເທສນັ້ນ ອົງການ EIA ກວດກາເຫັນວ່າ ນະໂຍບາຍຂອງລາວ ທີ່ ວ່ານັ້ນ ກາຍເປັນກົດ ມີຂໍ້ຍົກເວັ້ນ ຊຶ່ງອະນຸຍາດໃຫ້ສົ່ງອອກໄດ້ ໂດຍມີສ່ວນພົວພັນ ກັບເຈົ້າໜ້າທີ່ຣັຖບານລາວ ທີ່ຊ່ວຍໃຫ້ມີການຄ້າໃຕ້ດິນ ນັ້ນ. ຫລັງຈາກອົງການ EIA ອອກຣາຍງານເມື່ອປີກາຍ ບໍຣິສັດ ຮອງແອັງຢາລາຍ ຂອງວຽດນາມ ກໍປະຕິເສດວ່າຕົນບໍ່ໄດ້ຕັດໄມ້ ແບບ ຜິດກົດໝາຍຢູ່ລາວ ແລະໄດ້ຊ່ວຍສ້າງສາ ພັທນາ ປະເທສລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org