ການສໍ້ຣາສບັງຫຼວງ ຢູ່ລາວ ສືບຕໍ່
2019.05.15
ປີກາຍ ພະນັກງານ-ສະມາຊິກພັກປະຊາຊົນປະຕິວັດລາວ ແລະເຈົ້າໜ້າທີ່ຣັຖ ສປປລາວ ທຸກຂັ້ນ ສໍ້ຣາດບັງຫຼວງຫຼາຍພັນຕື້ກີບທັງພາຍໃນ ກະຊວງແລະຢູ່ຕາມແຂວງຕ່າງໆ ໂດຍທີ່ທົ່ວໄປແລ້ວປາກົດວ່າມີແຕ່ຖືກລົງວິນັຍ ບໍ່ເຫັນວ່າຈະຖືກຕັດສິນລົງໂທດຈໍາຄຸກຈໍາຄອກ ຄືກັນກັບ ຜູ້ທີ່ ຮຽກຮ້ອງ ເພື່ອສິດທິພື້ນຖານຂອງຄວາມເປັນມະນຸດ ແລະຜົລປໂຍດອັນຊອບທັມຂອງຕົນ, ດັ່ງປະຊາຊົນລາວ 3 ຄົນ ທີ່ກັບມາຈາກ ການເປັນຄົນງານ ຢູ່ປະເທດໄທ, ຊາວບ້ານຢືບ ເມືອງທ່າແຕງ ແຂວງເຊກອງ ແລະປະຊາຊົນລາວຄົນອື່ນໆ ທີ່ຮຽກຮ້ອງຂໍຄວາມເປັນທັມ.
ເຈົ້າໜ້າທີ່ພັກ-ຣັຖ ສປປລາວ ຕັ້ງແຕ່ຂັ້ນເທິງລົງຮອດຂັ້ນລຸ່ມ ຂອງທຸກຂແນງການ ທັງສະມາຊິກພັກ ແລະບໍ່ເປັນສະມາຊິກ ພາກັນສໍ້ຣາດ ບັງຫຼວງຫຼາຍຢ່າງ ເປັນຂະບວນໃນທົ່ວປະເທດ ຈົນວ່າໃນຣະຍະ 5 ປີຜ່ານມານີ້ ປະຊາຊົນໄດ້ຂຽນຈົດໝາຍ ເຖິງຄນະກວດກາສູນກາງພັກ 3,600 ປາຍສະບັບ ຮຽກຮ້ອງໃຫ້ກວດກາການໃຊ້ສິດອໍານາດ ແລະການປະຕິບັດໜ້າທີ່ ຂອງສະມາຊິກພັກ ທີ່ຖືກສົງສັຍວ່າໃຊ້ອໍານາດ ທຸດຈະຣິດ ເພື່ອຜົນປໂຍດສ່ວນໂຕ ຊຶ່ງກໍ່ໃຫ້ເກີດຜົນເສັຍຫາຍ ຕໍ່ປະເທດຊາດຢ່າງຫລວງຫລາຍ, ຕາມຣາຍງານຂອງ ABC Laos news ວັນທີ 13 ພຶສພາ 2019 ນີ້.
ໃນປີ 2018 ປີດຽວ ເວົ້າສະເພາະກະຊວງໂຍທາທິການ ແລະຂົນສົ່ງ ຊຶ່ງເປັນນຶ່ງໃນຈໍານວນທັງໝົດ 18 ກະຊວງ ກໍຖືກກວດພົບວ່າມີຜູ້ ສໍ້ຣາດບັງຫຼວງ 1,285 ຄົນ. ໃນນັ້ນເປັນພະນັກງານຣັຖເຖິງ 970 ຄົນ ແລະຜູ້ປະກອບການ 315 ຄົນ.
ອົງການກວດກາຣັຖບານຣາຍງານວ່າ ເມື່ອປີກ່ອນ ງົບປະມານຂອງຣັຖຮົ່ວໄຫລເຖິງ 120 ລ້ານ ໂດລາສະຫະຣັຖ ຂນະທີ່ອົງການຕ້ານ ການສໍ້ຣາດບັງຫລວງ ແຫ່ງຊາດລາວ ຣາຍງານໃນກາງເດືອນມົກກະຣາ ທີ່ຜ່ານມານີ້ວ່າ ເມື່ອປີກາຍ ການສໍ້ຣາດ-ບັງຫລວງ ໄດ້ເຮັດໃຫ້ ຣັຖບານ ສູນເສັຽເງິນຫຼາຍກວ່າ 5,000 ຕື້ກີບ, 90 ລ້ານໂດລາ ສະຫະຣັຖ, 40 ລ້ານບາດ ແລະສູນເສັຍເງິນໄປເປັນຈໍານວນ 2,4000 ຕື້ກີບ ທີ່ເກີດຈາກການລັກສົ່ງໄມ້ອອກ ໄປຕ່າງປະເທດ.
ລວມທັງໝົດ ຣັຖບານ ສປປລາວ ໄດ້ສູນເສັຍເງິນໄປຍ້ອນການສໍ້ຣາດບັງຫຼວງເມື່ອປີກາຍເຖິງ 970 ລ້ານໂດລາ ສະຫະຣັຖ ຄືຫຼາຍກວ່າ 8 ເທົ່າເມື່ອທຽບໃສ່ປີກ່ອນ. ພ້ອມກັນນັ້ນ ໃນປີ 2018 ອົງການເພື່ອຄວາມໂປ່ງໃສ ສາກົນ ທີ່ມີສໍານັກງານໃຫຍ່ ຢູ່ປະເທດເຢັຽຣະມັນ ຈັດໃຫ້ ສປປລາວ ຢູ່ໃນກຸ່ມປະເທດ ທີ່ມີການສໍ້ຣາດບັງຫຼວງຫລາຍ ຄືໃຫ້ຢູ່ໃນອັນດັບທີ 132 ໃນຈໍານວນ 180 ປະເທດໃນໂລກ, ຄືຢູ່ໃນອັນດັບ ເກົ່າ ເທົ່າກັນກັບປີ 2017 ທີ່ມີການສໍ້ຣາດຫລາຍ. ຖ້າປະເທດໃດ ຢູ່ໃນອັນດັບສຸດທ້າຍ ກໍໝາຍຄວາມວ່າ ປະເທດນັ້ນ ມີການສໍ້ຣາດຫຼາຍ ທີ່ສຸດ. ຕາມຄໍາເວົ້າຂອງມາດາມ Delia Ferreiro Rubio ປະທານອົງການເພື່ອ ຄວາມໂປ່ງໃສສາກົນ ໃນບົດຣາຍງານກ່ຽວກັບ ສະພາບ ການສໍ້າຣາດບັງຫຼວງ ຢູ່ປະເທດຕ່າງໆໃນທົ່ວໂລກ ໃນປີນີ້ແລ້ວແມ່ນວ່າ ສາເຫດນຶ່ງທີ່ເຮັດໃຫ້ມີການສໍ້ຣາດບັງຫຼວງຫຼາຍ ໃນປະເທດໃດນຶ່ງ ແມ່ນເປັນຍ້ອນ ສະຖາບັນປະຊາທິປະໄຕ ແລະການນັບຖືສິດທິທາງການເມືອງ ໃນປະເທດນັ້ນ ອ່ອນແອ.
ເຖິງຢູ່ ສປປລາວ ມີການສໍ້ຣາດບັງຫລວງຫລາຍ ຄືທີ່ວ່ານັ້ນ ແຕ່ເວົ້າລວມແລ້ວ ປາກົດວ່າ ຜູ້ກະທໍາຜິດມີແຕ່ຖືກລົງວິນັຍ, ບໍ່ເຫັນວ່າຈະ ຖືກຄຸກຖືກຄອກ ຄືກັນກັບຜູ້ທີ່ຮຽກຮ້ອງຂໍເພື່ອສິດແລະຜົລປໂຍດ ອັນຊອບທັມຂອງຕົນ. ຕາມຄໍາເວົ້າຂອງຊາວນະຄອນ ຫລວງວຽງຈັນ ທ່ານນຶ່ງ ຜູ້ຂໍສະຫງວນຊື່ ແລະສຽງ ຕໍ່ວິທຍຸເອເຊັຍເສຣີ ໃນຕົ້ນເດືອນພຶສພາ ນີ້ວ່າ, ໃຜໆກໍຮູ້ ຢູ່ລາວ ມີການສໍ້ຣາດບັງຫລວງຫລາຍ ແຕ່ຜູ້ ກະທໍາຜິດ ທີ່ຖືກກວດກາພົບ ບໍ່ມີຂ່າວວ່າໄດ້ຖືກຕັດສິນລົງໂທດ ຈໍາຄຸກເທົ່ານັ້ນ ເທົ່ານີ້ປີ. ແຕ່ບາງເທື່ອເຂົາກໍເປີດເຜີຍ, ມີຣາຍຊື່ຣາຍຫຍັງ ຄັກແນ່ ແຕ່ບໍ່ຫລາຍຄົນພໍເທົ່າ ໃດ ເຊັ່ນຢູ່ແຂວງວຽງຈັນເປັນຕົ້ນ. ທ່ານເວົ້າວ່າ ຖ້າເຮົາສົນໃຈ ເຮົາຖາມ ບາງເທື່ອເຂົາກໍບອກ, ຢູ່ແຂວງ ເຂົາຮູ້ກັນ. ແຕ່ເວລາອອກຂ່າວ ສ່ວນຫຼາຍຈະອອກແບບລວມໆໄປ, ບໍ່ໄດ້ເວົ້າເຖິງການຕັດສິນລົງໂທດ ຜູ້ກະທໍາຜິດພໍເທົ່າໃດ.
ກໍຣະນີທີ່ເກີດຂຶ້ນຢູ່ແຂວງວຽງຈັນ ຂ່າວວ່າ ຄນະຈັດຕັ້ງສູນກາງພັກ ໄດ້ອອກແຈ້ງການລົງວິນັຍຕັກເຕືອນ ພະນັກງານຂັ້ນສູງ ຂອງແຂວງ 7 ຄົນ ຮວມທັງທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ຫົວໜ້າຜແນກການເງິນແຂວງ, ທ່ານ ບຸນມີ ພຸດທະວົງ ຮອງຣັຖມົນຕຣີ ກະຊວງ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແລະ ທ່ານ ວິລັດ ສີສຸວົງ ປະທານຄນະກວດກາ ພັກ-ຣັຖແຂວງ.
ພວກກ່ຽວຖືກລົງວິນັຍດ້ວຍການຕັກ ເຕືອນ ຍ້ອນຣະເມີດຣະບຽບການເງິນ ໃນການຈ່າຍເງິນສຳຣວດແຫຼ່ງທ່ອງທ່ຽວ ແຂວງວຽງຈັນ ຊໍ້າຊ້ອນ ແລະ ຈ່າຍເງິນເກີນເຖິງ 4 ຕື້ປາຍກີບ.
ເວົ້າເຖິງການລົງໂທດໃນທໍານອງດຽວກັນນັ້ນ ສະແດງອອກໃຫ້ຮູ້ຢູ່ໃນຄໍາເວົ້າຂອງ ນາງ ຈັນຕຸລາ ພະນະລາສີ ຫົວໜ້າກົມກວດກາ ຂອງ ກະຊວງໂຍທາທິການ ແລະຂົນສົ່ງ ທີ່ໄດ້ຣາຍງານຕໍ່ກອງປະຊຸມ ເມື່ອວັນທີ 22 ມິນາທີ່ຜ່ານມາວ່າ: ໃນປີ 2018 ໄດ້ກວດກາພົບວ່າມີ ການສໍ້ຣາດ ບັງຫຼວງຢູ່ 105 ເປົ້າໝາຍ. ໃນນັ້ນກວດກາພົບຜູ້ທີ່ ສໍ້ຣາດບັງຫຼວງທັງໝົດ 1,285 ຄົນທີ່ສ້າງຄວາມເສັຽຫາຍ ຮວມເປັນເງິນ ກີບທັງໝົດ 935 ຕື້ກີບ. ພວກທີ່ຖືກກວດກາພົບນັ້ນ ຖືກປະຕິບັດວິນັຍ 849 ຄົນ, ສົ່ງໃຫ້ອັຍການ 113 ຄົນ, ສັ່ງຟ້ອງສານ 61 ຄົນ ແລະສານຕັດສີນຄະດີແລ້ວ 55 ຄົນ. ແຕ່ຈົນມາເຖິງປັດຈຸບັນ ກໍຍັງບໍ່ມີຣາຍງານໃຫ້ສາທາຣະນະຊົນຮູ້ເຖິງຜົລ ຂອງການຕັດສິນຄະດີ ນັ້ນເທື່ອ.
ບໍ່ພຽງແຕ່ຢູ່ຂັ້ນກະຊວງ ທີ່ມີການສໍ້າຣາດບັງຫລວງຫລາຍ ແລະຜູ້ກະທໍາຜິດ ສ່ວນໃຫຍ່ກໍມີແຕ່ຖືກປະຕິບັດວິນັຍເທົ່ານັ້ນ ຢູ່ຂັ້ນແຂວງກໍມີ ຫລາຍເຊັ່ນກັນ ເຊັ່ນໃນປີ 2018 ແຂວງໄຊຍະບູລີ ກໍມີແຕ່ສັ່ງລົງວິນັຍ ສະມາຊິກພັກ ແລະ ພະນັກງານ 102 ຄົນ ທີ່ປະຕິບັດໜ້າທີ່ ໄປໃນທາງ ທີ່ບໍ່ຊອບທັມ. ໃນຈໍານວນນັ້ນ ມີເຈົ້າໜ້າທີ່ສໍ້ຣາດບັງຫລວງ 37 ຄົນ ທີ່ຖືກລົງໂທດ ໃຫ້ອອກຈາກພັກ 27 ຄົນ ແລະລົບຊື່ ອອກຈາກພັກ 10 ຄົນ ດັ່ງເຈົ້າໜ້າທີ່ ຄນະກວດກາພັກ-ຣັຖ ແຂວງໄຊຍະບູລີ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 8 ພຶສພາ ນີ້ວ່າ:
"ຖືກລົງໂທດໃຫ້ພັກການຫັ້ນແຫລະ ຈໍານວນນຶ່ງກໍໄລ່ອອກ ຈໍານວນນຶ່ງກໍປະຕິບັດວິນັຍ ຕາມຣະບຽບກົດໝາຍ ຕາມກົດໝາຍກວດກາຣັຖ."
ແລະຢູ່ແຂວງສະຫວັນນະເຂດ ກໍມີກອງປະຊຸມຄນະກວດກາ ພັກ-ຣັຖ ປະຈຳປີ 2018 ເມື່ອວັນທີ 20 ແລະ 21 ມິນາ ຜ່ານມາ ຊຶ່ງໃນນັ້ນ ໄດ້ມີການຣາຍງານ ກ່ຽວກັບການລົງວິນັຍ ສະມາຊິກພັກ 40 ຄົນ ຍ້ອນພົວພັນກັບການສໍ້ຣາດບັງຫຼວງ. ໃນນັ້ນໄດ້ລຶບຣາຍຊື່ພະນັກງານ 19 ຄົນ ອອກຈາກພັກ, ອອກຈາກຣັຖກອນ ແລະໄດ້ປະຕິບັດວິນັຍ ກັບພະນັກງານອີກ 21 ຄົນ ທີ່ມີຄວາມຜິດບໍ່ຮ້າຍແຮງພໍເທົ່າໃດ ແລະທາງ ຄນະກວດກາ ກໍປະຕິບັດຕາມພາລະບົດບາດ ຂອງຕົນ ດັ່ງ, ເຈົ້າໜ້າທີ່ແຂວງສະຫວັນນະເຂດ ກ່າວໃນມື້ວັນທີ 26 ມິນາ ຜ່ານມາວ່າ:
"ພວກເຮົາກາໄດ້ກວດກາຕາມຄຳຮ້ອງສເນີ ມີພຶດຕິກັມບໍ່ ອີ່ຫຍັງຕ່າງໆຫັ້ນນະ, ໂຕຢ່າງ ຫລືວ່າມີຄຳຮ້ອງຄຳສເນີ ຂອງປະຊາຊົນສເນີເຂົ້າມາ ພວກເຮົາກາຕິດຕາມ ຂໍ້ມູນຫລັງຈາກສຳເຣັດ ກາຣາຍງານທາງຄນະພັກ ຂັ້ນເທິງເພິ່ນ ແມ່ນພວກເຮົາເຮັດຕາມ ພາລະບົດບາດນະ."
ສະມາຊິກພັກປະຊາຊົນປະຕິວັດລາວ 21 ຄົນ ຢູ່ແຂວງສະຫວັນນະເຂດ ທີ່ຖືກລົງວິນັຍນັ້ນ ສ່ວນຫລາຍແມ່ນພະນັກງານ ຂັ້ນຄຸ້ມຄອງ ທີ່ມີສ່ວນຮ່ວມໃນການນໍາຣົດ ເຂົ້າມາໂດຍເສັຽພາສີ ບໍ່ຖືກຕ້ອງ ຈໍານວນ 45 ຕື້ກີບ, ຣະເມີດຄຳສັ່ງເລກທີ 15 ຂອງນາຍົກຣັຖມົນຕຣີ 2 ກໍຣະນີ ໂດຍໄດ້ຢັ້ງຢືນ ເອົາຜລິຕພັນໄມ້ ເພື່ອສົ່ງອອກໄປວຽດນາມ ຂອງໂຮງງານປຸງແຕ່ງໄມ້ “ຄູນຄຳ” ແລະໂຮງງານປຸງແຕ່ງໄມ້ “ຊັນຊາຍ” ຈຳນວນ 5 ແສນປາຍແມັດກ້ອນ. ພ້ອມກັນນັ້ນກໍໄດ້ສືບສວນ ພະນັກງານການເງິນ 4 ຄົນ ຂອງເມືອງທ່າພະລານໄຊ ແລະ ເມືອງສອງຄອນ ທີ່ກ່ຽວກັບ ການຍັກຍອກຊັບສິນຂອງຣັຖ ມູນຄ່າ 700 ປາຍລ້ານກີບ ແລະພະນັກງານອາກອນ ເມືອງໄຊບູລີ 5 ຄົນ ທີ່ຍັກຍອກເງິນຣັຖ ໄປໃຊ້ສ່ວນໂຕ ມູນຄ່າ 3 ຕື້ 300 ລ້ານກີບ.
ການສໍ້ຣາດບັງຫລວງ ເປັນບັນຫາໜັກໜ່ວງ ທີ່ສົ່ງຜົນກະທົບໂດຍກົງຕໍ່ການພັທນາເສຖກິດ ແລະສັງຄົມ ຮວມທັງເຮັດໃຫ້ການກໍ່ສ້າງ ແລະ ສ້ອມແປງຖນົນຫົນ ທາງຢູ່ລາວຊັກຊ້າ ແກ່ຍາວ ຍ້ອນບໍ່ມີງົບປະມານ ພຽງພໍ. ຕົວຢ່າງໂຄງການສ້າງທາງປູຢາງ ຈາກ ເມືອງໂພນທອງ ແຂວງ ຫຼວງພຣະບາງ ໄປຫາຊາຍແດນວຽດນາມ ຍາວ 107 ກິໂລແມັດ ຈົນວ່າເມື່ອທ້າຍປີກາຍ ບໍຣິສັດຈີນ ໄດ້ສເນີໃຫ້ເງິນກູ້ຢືມແກ່ ກະຊວງໂຍທາທິການ ແລະຂົນສົ່ງ ເພື່ອສ້າງເສັ້ນ ທາງສາຍດັ່ງກ່າວ, ແຕ່ແລ້ວກໍ່ມິດງຽບໄປ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ຜແນກໂຍທາ ທິການແລະຂົນສົ່ງ ແຂວງຫລວງພຣະບາງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ພຶສພາ ນີ້:
"ຈີນຖືວ່າມາວ່າງຊ່ວງປີກາຍເນາະ ທ້າຍປີ 2018 ນະມາເວົ້າກັນແລ້ວປະຊຸມກັນ ຢູ່ຜແນກແຜນການ ແລະການລົງທືນແຂວງນີ້ ຂັ້ນແຂວງ ເຫັນດີໝົດແລ້ວ ເຫຼືອໄປຫາສູນກາງ ແຕ່ວ່າເພິ່ນໄປເປີດກອງປະຊຸມ ຢູ່ສູນກາງອີກຕື່ມຢູ່ ທາງກະຊວງກະມິດເລີຍ."
ອີກໂຄງການນຶ່ງ ທີ່ໄດ້ຮັບຜົລກະທົບ ແມ່ນໂຄງການສ້າງທາງ 3 ເສັ້ນ ຢູ່ເມືອງ ຊໍາໃຕ້ ແຂວງຫົວພັນ ຊຶ່ງມີຄວາມລ່າຊ້າ ຍ້ອນງົບປະມານ ທີ່ໄດ້ຮັບຈາກກະຊວງໂຍທາທິການ ແລະຂົນສົ່ງ ບໍ່ພຽງພໍ. ຕາມຄຳເວົ້າຂອງເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ແຂວງຫົວພັນ ໃນມື້ດຽວກັນນັ້ນ:
"ຖືວ່າຊັກຊ້ານີ້ແຫຼະ ບໍ່ໄດ້ເອົາຕາມສັນຍາ ຕໍ່ສັນຍາສອງເທື່ອແລ້ວ."
ການຂາດເຂີນງົບປະມານ ຢ່າງຫລວງຫລາຍຂອງຣັຖບານ ສປປລາວ ສ່ວນນຶ່ງກໍເກີດຈາກການເກັບລາຍຮັບຈາກ ພາສີອາກອນບໍ່ໄດ້ຕາມ ເປົ້າໝາຍທີ່ວາງໄວ້, ເກີດຈາກການສໍ້ຣາດບັງຫລວງ ທີ່ມີຢ່າງແພ່ຫລາຍ ໃນທົ່ວປະເທດ.