ບັນຫາທີ່ດິນໃນລາວ ເລີ້ມຈາກ ຣັຖກອນ

ຈໍາປາທອງ
2018.03.02
f-land-LP ທີ່ດິນຂອງບໍຣິສັດດວງປະເສີດ ທີ່ຕິດກັບທີ່ດິນ ທີ່ມີຂໍ້ຂັດແຍ້ງ ກັບປະຊາຊົນ ຢູ່ບ້ານພອນໄຊ
RFA/NY

ຊາວລາວເຫັນວ່າອຸປສັກ ທີ່ກໍ່ໃຫ້ເກີດບັນຫາ ຫຼືຂໍ້ຂັດແຍ່ງດ້ານທີ່ດິນໃນລາວ ສ່ວນນຶ່ງເກີດຈາກ ເຈົ້າໜ້າທີ່ຣັຖ ສວຍໃຊ້ໜ້າທີ່ ຕຳແໜ່ງ ສ້າງຜົລປໂຍດເພື່ອຕົນເອງແລະພັກພວກ ຫຼາຍກວ່າຜົລປໂຍດສ່ວນຮວມ ຈຶ່ງເຮັດໃຫ້ບັນຫານີ້ ເກີດຂຶ້ນຫຼາຍໃນທົ່ວປະເທດ ແລະແກ້ໄຂ ບໍ່ຕົກຈັກເທື່ອ.

ຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອບໍ່ດົນມານີ້ວ່າ ບັນຫາທີ່ີດິນເກີດຂຶ້ນ ຍ້ອນເຈົ້າໜ້າທີ່ຣັຖ ຜູ້ມີອຳນາດ ຈຳນວນນຶ່ງ ບໍ່ປະຕິບັດ ຕາມຣະບຽບກົດໝາຍ ສວຍໃຊ້ຊ່ອງຫວ່າງ ຂອງກົດໝາຍ ເພື່ອຫາຜົນປະໂຫຍດ ເຂົ້າກຸ່ມກ້ອນ ຫຼືພັກພວກຂອງ ຕົນເອງ; ເປັນຕົ້ນເມື່ອຮູ້ວ່າ ໂຄງການພັທນາຈະມາເຖິງ ທ້ອງຖິ່ນຂອງຕົນ ກໍ່ມັກສວຍໃຊ້ໜ້າທີ່ຕຳແໜ່ງ ອອກໃບຕາດິນຈັບຈອງທີ່ດິນ ໄປທັບຊ້ອນກັບທີ່ດິນທຳກິນຂອງ ປະຊາຊົນ; ດັ່ງທ່ານກ່າວວ່າ:

"ດຽວນີ້ມັນຈຳເປັນເລີຍ ອັນໃດໄປເລີຍ ກະຍ້ອນວ່າໂຕບຸຄລາກອນເອງ ເປັນຜູ້ສ້າງບັນຫາເອງ, ດຽວນີ້ຫັ້ນ ຜູ້ອອກໃບຕາດິນເອງ ຫຼືວ່າ ເຈົ້ານາຍເອງບ່ອນໃດ ໂຄງການຊິເກີດຂຶ້ນຫັ້ນ ໄປຈອງໄປແຈງເອົາເອງເພິ່ນ, ຜ່ານມານີ້ ມັນແມ່ນຫຍັງຂັດ ຍ້ອນມັນຂັດອີ່ສັງ ມັນຜິດພາດ ໄປແນວໃດ ຜູ້ປະຕິບັດ ມັນບໍໍ່ຮູ້ກົດໝາຍ ມັນສລາດເກີນໄປ ສລາດເກີນຜົນປະໂຫຍດຂອງເຂົາ ເຂົ້າໃຈຕີ້ແມ່ນຕະວາ ຕາບໃດກຸ່ມກ້ອນເຂົາ ໝົດຜົນປະໂຫຍດເຂົາກາປີ້ນປັບ."

ກ່ຽວກັບເຣຶ່ອງທີ່ວ່ານນີ້ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ກໍ່ໄດ້ກ່າວຕໍ່ກອງປະຊຸມ ສະຫຼຸບວຽກງານປະຈຳປີ 2017 ຂອງ ກະຊວງພາຍໃນ ທີ່ສື່ມວນຊົນ ຂອງທາງການລາວ ຣາຍງານ ເມື່ອກາງເດືອນມົກກະຣາ ທີ່ຜ່ານມາວ່າບັນຫາ ການກຳນົດ ພາລະບົດບາດ ຂອງວຽກງານທີ່ິດິນ ໃນຂັ້ນສູນກາງ ກໍ່ຍັງບໍ່ຕົກແຕກເທື່ອ ຍ້ອນຕ່າງຝ່າຍຕ່າງ ກໍ່ຍັງເຫັນຜົລປໂຍດຂອງອົງການ ຫຼືກະຊວງຂອງໂຕເອງ ກ່ອນ, ບໍ່ຄຳນຶງເຖິງຜົລປໂຍດສ່ວນລວມ, ເຮັດໃຫ້ບັນຫາທີ່ດິນ ຍັງສືບຕໍ່ຊັກຊ້າ ແລະບໍ່ໄດ້ຮັບ ການແກ້ໄຂ ໃຫ້ດີຂຶ້ນເທົ່າທີ່ຄວນ. ດັ່ງທີ່ ທ່ານກ່າວວ່າ:

"ຂ້າພະເຈົ້າກະບໍ່ຮູ້ວ່າດຽວນີ້ ຣະຫວ່າງກະຊວງ ຊັພຍາກອນທັມມະຊາຕ ແລະສີ່ງແວດລ້ອມ, ກະຊວງການເງິນ ກັບກະຊວງກະສິກັມ ກຽ່ວກັບບັນຫາທີ່ດິນ ຊື່ໆ ລົງຕົວແລ້ວບໍ່ ປ່າສງວນ ໃຜຊິເອົາກໍ່ເອົາຕິ ດີນໃຜຊິຂຶ້ນກໍ່ຂຶ້ນຕິ ລະມອບໝາຍກັນຕິ ນາຍົກ ເຊັນ, ລະກະ ເຮັດຕາມແນວນັ້ນ ລະກະແລ້ວ ຊິມາຖຽງກັນເຮັດຫຍັງຫຼາຍ ແບ່ງວຽກກັນຊື່ໆ ອັນນີ້ຖຽງກັນ ບໍ່ແລ້ວຈັກເທື່ອ ອັນເຈົ້າກົມທີ່ດິນ ກະປ່ອຍ ອັນນີ້ໄປ ໃຫ້ການເງີນ ລະເຮົາຊິກິນຫຍັງ ເອົາເຈົ້າຊິກິນອັນນີ້ຫວາຊັ້ນ ຄັນຖາມ, ກະແປວ່າມັນບໍ່ໄດ້ ຄັນເຮົາຖຽງກັນ ແບບເອົາຜົລປໂຍດ ມາໃສ່ໂຕເອງ."

ແລະເມື່ອບໍ່ດົນມານີ້ ຫ້ອງວ່າການສຳນັກງານນາຍົກ ຣັຖມົນຕຣີລາວ ກໍ່ໄດ້ສລຸບ ວຽກງານສາຍດ່ວນ ຂອງຣັຖບານ ເລກ 1516 ໂດຍເວົ້າ ວ່າບັນຫາທີ່ປະຊາຊົນ ໂທເຂົ້າມາເພື່ອຮ້ອງຮຽນ, ຕັ້ງຄຳຖາມ ແລະຂໍຄຳປຶກສານໍາ ຫຼາຍກວ່າໝູຸ ແມ່ນບັນຫາທີ່ດິນ 753 ຄຳຖາມ ຈາກ ຄໍາຖາມທັງໝົດ 2,250 ຄຳຖາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.