ບັນຫາແຮງງານຮ້ານຄ້າ ຢູ່ລາວ

ອຸ່ນແກ້ວ ສຸກສວັນ
2014.03.25

 

ປັດຈຸບັນ ຢູ່ ປະເທດລາວ ຍັງມີ ບັນຫາ ຮ້ານຄ້າ ແລະ ແຮງງານ ຕ່າງຊາດ ເຂົ້າມາ ເຮັດວຽກ ແບບຜິດ ກົດໝາຍ ເປັນຈຳນວນ ຫຼວງຫຼາຍ ເຖີງວ່າ ກະຊວງ ອຸດສາຫະກັມ ແລະ ການຄ້າ ຈະພຍາຍາມ ຄວບຄຸມ ແກ້ໄຂ ແຕ່ບັນຫາ ດັ່ງກ່າວ ກໍຍັງ ບໍ່ຖືກ ແກ້ໄຂ ຍ້ອນການ ຮ່ວມມື ຣະຫວ່າງ ຂະແໜງ ການ ທີ່ກ່ຽວຂ້ອງ ມີໜ້ອຍ ເກີນໄປ ຊື່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ສະແດງ ຄວາມຄິດ ເຫັນວ່າ ການທີ່ຈະ ແກ້ໄຂ ບັນຫານີ້ ໃຫ້ ສຳເຣັດໄດ້ ຕ້ອງມີການ ຮ່ວມມື ກັນ ຢ່າງ ເຂັ້ມແຂງ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:

"ມັນຕິດພັນ ກັບ ຂະແໜງການ ແຮງງານແດ່ ຂະແໜງການ ຄຸ້ມຄອງ ຄົນເຂົ້າ ອອກ ເມືອງແດ່ ແລ້ວກໍ ຂະແໜງການ ອຸດສາຫະກັມ ການ ຄ້າແນ່ ທີ່ໄປຢູ່ ໃນຫັ້ນ ຢູ່ໃນແຂວງ ເຂດນັ້ນ ຕ້ອງມາປັບ ກັນກ່ອນວ່າ ທຸກຂະແໜງ ຈະເອົາຈຸດ ໃດ ເປັນຈຸດ ໃຈກາງ".

ທ່ານ ກ່າວຕື່ມວ່າ ຕາມກົດໝາຍ ຮ້ານຄ້າ ຂອງຄົນ ຕ່າງຊາດ ທີ່ເຮັດ ທຸຣະກິດ ໃນ ປະເທດລາວ ຕ້ອງມີທຶນ ຫລາຍກວ່າ 100 ລ້ານກີບ ແລະ ບໍຣິສັດ ທີ່ ດຳເນີນ ທຸຣະກິດ ໃນລາວ ຕ້ອງມີ ແຮງງານ ຕ່າງດ້າວ ບໍ່ກາຍ 10 ສ່ວນຮ້ອຍ ຂອງ ແຮງງານ ທັງໝົດ ຊຶ່ງ ກົດໝາຍ ຂໍ້ນີ້ ມີອອກມາ ເພື່ອ ຄຸ້ມຄອງ ໃຫ້ ຄົນລາວ ມີວຽກ ເຮັດ ງານທຳ ແລະ ບໍ່ຖືກ ຍາດແຍ່ງ ອາຊີບ ໂດຍ ຊາວ ຕ່າງຊາດ.

ແຕ່ໃນ ປັດຈຸບັນ ຍັງພົບເຫັນ ຮ້ານຄ້າ ທີ່ ລົງທຶນ ບໍ່ເຖີງ 100 ລ້ານກີບ ຈຳນວນຫລາຍ ຍັງສາມາດ ດຳເນີນ ທຸຣະກິດ ໃນ ປະເທດລາວ ໄດ້ ແລະ ຍັງມີ ຫລາຍ ໂຄງການ ແລະ ບໍຣິສັດ ທີ່ໃຊ້ ແຮງງານ ຕ່າງດ້າວ ຫລາຍກວ່າ ຄົນລາວ ບັນຫານີ້ ເກີດຂຶ້ນ ຍ້ອນ ທີ່ຜ່ານມາ ຂາດການ ປະສານງານ ກັນ ຣະຫ່ວາງ ຫ້ອງການ ທີ່ກ່ຽວຂ້ອງ.

ທ່ານ ເວົ້າຕື່ມວ່າ ຖ້າມີການ ຕົກລົງ ກັນວ່າ ໜ່ວຍງານໃດ ຈະເປັນຜູ້ ຄວບຄຸມ ການເຂົ້າອອກ ຂອງ ແຮງງານ ຕ່າງດ້າວ ແລະ ຂຶ້ນ ທະບຽນ ການ ເຮັດວຽກ ຫລື ເຮັດ ທຸຣະກິດ ໃນ ໜ່ວຍງານ ດຽວ ກໍສາມາດ ແກ້ໄຂ ບັນຫາ ແຮງງານ ຕ່າງດ້າວ ໄປໄດ້ ສ່ວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.