ຂ.ຫົວພັນຝົນຕົກໜັກ ສນາມບິນ ຢຸດກໍ່ສ້າງ
2013.10.28

ປັດຈຸບັນ ໂຄງການກໍ່ສ້າງສນາມບິນສາກົນໜອງຄ້າງ ຢູ່ເມືອງຊໍາ ເໜືອ ແຂວງຫົວພັນ ຢູ່ໃນຂັ້ນຕອນປັບປຸງລານບິນ ແລະບຸກເບີກ ພື້ນທີ່. ແຕ່ ຕ້ອງໄດ້ຢຸດ ການກໍ່ສ້າງມາໄດ້ເກືອບ 2 ເດືອນແລ້ວ ຍ້ອນຝົນຕົກ. ດັ່ງເຈົ້າໜ້າທີ່ແຂວງຫົວພັນ ທ່ານນຶ່ງ ເວົ້າໃນວັນທີ 25 ຕຸລາ 2013 ນີ້ວ່າ:
"ຝົນຕົກຢູ່ເຂົາເຮັດບໍ່ໄດ້ ອ້າຍນ້ອງເຂົາເລີຍພັກຜ່ອນໝົດ ເຂົາກໍ ພັກດົນແລ້ວ ເປັນເດືອນ ສອງເດືອນແລ້ວນະ ແຕ່ ເຂົາມາ ຄົນ ເຂົາເລີຍເຊົາພັກຜ່ອນ ກໍຍັງປັບສະຖານທີ່ຢູ່ ອະນາມັຍ ກວາດ ສະຖານທີ່".
ທ່ານເວົ້າ ຕໍ່ໄປວ່າ ເວລາຝົນຕົກໜັກ ມີຂີ້ຕົມຫລາຍ ຢູ່ພື້ນທີ່ປັບ ລານບິນ ເຮັດວຽກລໍາບາກ. ແຕ່ຕອນຝົນຕົກທໍາອິດ ໄດ້ຢຸດເຮັດ ວຽກໃນບາງມື້ເທົ່ານັ້ນ ເມື່ອຝົນຕົກຕິດຕໍ່ກັນມາເລື້ອຍໆຈຶ່ງໄດ້ຢຸດ ຫລາຍມື້. ແຕ່ກໍຄາດວ່າ ໜ່ວຍກໍ່ສ້າງ ຈະກັບມາ ເຮັດວຽກຄືນ ໃນຣະຫວ່າງທ້າຍເດືອນ ຕຸລາ ນີ້ຫລືຕົ້ນເດືອນໜ້າ ຫລັງຈາກຝົນຕົກແລ້ວ.
ສໍາລັບ ເຣື່ອງຄ່າຊົດເຊີຍຊາວບ້ານ ທີ່ໄດ້ຮັບຄວາມເສັຍຫາຍ ຈາກການຖືກໂຍກຍ້າຍ ອອກຈາກເຂດ ທີ່ໂຄງການ ກວມເອົາປະມານ 140 ຄອບຄົວນັ້ນ ມາຮອດ ປັດຈຸບັນນີ້ ກໍຍັງບໍ່ທັນມີ ຄວາມຄືບໜ້າແນວໃດ. ບໍ່ຮູ້ເທື່ອວ່າຈະໄດ້ ຄ່າຊົດເຊີຍ ຕາມດໍາຣັຖ 192 ຂອງ ຣັຖບາລ ຫລືບໍ່ ຍ້ອນວ່າຂະນະນີ້ ພາກສ່ວນກ່ຽວຂ້ອງ ກັບບັນຫານີ້ ຍັງປຶກສາຫາລືກັນຢູ່.
ໝວດທີ 2 ມາດຕຣາ 5 ຂອງດໍາຣັຖ ຣະບຸໄວ້ວ່າ ບຸກຄົນ ຫລືນິຕິບຸກຄົນ ທີ່ດໍາເນີນຊີວິດ ຫລື ທໍາມາຫາກິນຢູ່ ພື້ນທີ່ໃດນຶ່ງ ໃນເຂດພັທນາ ຮວມທັງຜູ້ທີ່ບໍ່ໄດ້ ດໍາເນີນຊີວິດ ຢູ່ໃນເຂດພັທນາ ແຕ່ມີເຮືອນ ແລະສິ່ງປຸກສ້າງຢູ່ໃນເຂດພັທນາ ທີ່ມີການເວນຄືນ ກ່ອນວັນເລີ່ມຕົ້ນໂຄງການ ນັ້ນກໍຈະຖືວ່າ ເປັນຜູ້ທີ່ໄດ້ຮັບ ຜົລກະທົບຈາກໂຄງການ ແລະມີສິດໄດ້ຮັບ ການທົດແທນ ຄ່າເສັຍຫາຍ, ການຊ່ວຍເຫລືຶອໃນການໂຍກຍ້າຍ ຈັດສັນ ແລະ ການຟື້ນຟູຊີວິດ ການເປັນຢູ່ຂອງຂະເຈົ້າ.
ໂຄງການກໍ່ສ້າງສນາມບິນສາກົນ ໜອງຄ້າງ ກວມເອົາເນື້ອທີ່ 183 ເຮັກຕາ ຮວມທັງດິນນາຂອງປະຊາຊົນ ໃຊ້ງົບປະມານກໍ່ສ້າງປະມານ 80 ລ້ານໂດລາ ສະຫະຣັຖ ໂດຍບໍຣິສັດວຽດນາມ Hoang Anh Gai Lai ເປັນຜູ້ອອກໃຫ້ກ່ອນ ແລ້ວຣັຖບາລລາວ ຜ່ອນຊໍາຣະພາຍໃນ 5 ປີ ໃນຮູບແບບ ຫັກລົບກັບເງິນພາສີອາກອນ ແລະຄ່າທໍານຽມຕ່າງໆ ແລະຄາດວ່າ ໂຄງການນີ້ຈະສໍາເຣັດ ແລະເປີດໃຊ້ ໃນປີ 2015. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ລາວ.