ບໍຣິສັດກໍ່ສ້າງຂນາດນ້ອຍໄປ ບໍ່ລອດ

ອຸ່ນແກ້ວ ສຸກສະຫວັນ
2015.03.19
f-image ບໍຣິສັດກໍ່ສ້າງຂນາດນ້ອຍ ຢູ່ລາວ ໄປບໍ່ລອດ
RFA

ປັດຈຸບັນ ບໍຣິສັດ ກໍ່ສ້າງ ຂນາດ ນ້ອຍ ທີ່ ຮັບເໝົາ ກໍ່ສ້າງ ເສັ້ນທາງ ຮ່ອມ ເຂົ້າບ້ານ ສ່ວນ ຫລາຍ ແມ່ນຕົກ ເປັນໜີ້ ເປັນສິນ. ເຈົ້າຂອງ ບໍຣິສັດ ກໍ່ສ້າງ ທ່ານນຶ່ງ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ: ກ່ອນທີ່ ຈະໄດ້ ສໍາປະທານ ກໍຕ້ອງ ຈ່າຍເງິນ ກ້ອງໂຕະ ໃຫ້ ເຈົ້າໜ້າທີ່ ຂັ້ນ ສູງ ຜູ້ ອະນຸມັດ ໂຄງການ ແລະ ອໍານາດ ການ ປົກຄອງ ຂັ້ນບ້ານ, ແລະ ຕ້ອງໄດ້ ຢືມເງິນ ທະນາຄານ ມາລົງທຶນ ກ່ອນ ໃນ ອັດຕຣາ ດອກເບັ້ຽ ບໍ່ຕໍ່າ ກວ່າ 15 ເປີເຊັນ. ແຕ່ ຫລັງຈາກ ເຮັດແລ້ວ ບາດວ່າ ໄປເກັບ ເງິນຈາກ ຣັຖບານ ພັດບໍ່ໄດ້ ໂດຍ ອ້າງວ່າ ງົບປະມານ ບໍ່ມີ.

ເຈົ້າຂອງ ທຸຣະກິດ ກ່າວ ອີກວ່າ ບໍຣິສັດ ກໍ່ສ້າງ ຂນາດນ້ອຍ ທີ່ ໄດ້ຮັບ ສໍາປະທານ ກໍ່ສ້າງ ເສັ້ນທາງ ໃນ ນະຄອນ ຫລວງ ວຽງຈັນ ແມ່ນໃຫ້ ປະຊາຊົນ ຈ່າຍ 30% ພາກຣັຖ 70% ສ່ວນຫລາຍ ແລ້ວ ຫລັງຈາກ ສໍາເຣັດ ການ ກໍ່ສ້າງ ແມ່ນ ເກັບ ເງິນນໍາ ປະຊາຊົນ ກໍບໍ່ໄດ້ ແລະ ຣັຖບານ ກໍຕິດໜີ້ ແກ່ຍາວ ເຖີງ 3 ປີ, ຈົນ ສຸດທ້າຍ ເຈົ້າຂອງ ທຸຣະກິດ ຕ້ອງຂາຍ ຊັບສິນ ໃຊ້ໜີ້ ທະນາຄານ.

ທ່ານກ່າວ ຕື່ມອີກວ່າ: ກົງກັນຂ້າມ ບໍຣິສັດ ກໍ່ສ້າງ ຂນາດ ໃຫຍ່ ທີ່ ໃກ້ຊິດ ກັບ ບັນດາ ການນໍາ ພັດໄດ້ ບູຣິມະສິດ ທີ່ ຣັຖບານ ຈະຕ້ອງ ຈ່າຍ ໜີ້ ໃຫ້ ທັນເວລາ ເປັນຕົ້ນ ບໍຣິສັດ ກໍ່ສ້າງ ແສງ ວິໄຊ, ບໍຣິສັດ ກໍ່ສ້າງ ເພັດຖາວອນ, ບໍຣິສັດ ກໍ່ສ້າງ ລືໄຊ ແລະ ບໍຣິສັດ ກໍ່ສ້າງ ຄໍາໄພຊະນະ. ຊຶ່ງ ສ່ວນຫລາຍ ພາກຣັຖ ຈະ ໃຊ້ໜີ້ ບໍຣິສັດ ດັ່ງກ່າວ ກ່ອນ ໝູ່ໝົດ ຍ້ອນ ມີຄວາມ ໃກ້ຊິດ ກັບ ຄອບຄົວ ການນໍາ ບາງ ທ່ານ ແບບ ພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.