ຊາວບ້ານຈະໄດ້ຮັບຄ່າຊົດເຊີຍ

ພິທີເປີດ ທາງແລ່ນຂຶ້ນລົງໃໝ່ ສນາມບິນສາກົນ ຫລວງພຣະບາງ ວັນທີ 20 ຕຸລາ 2011
ພິທີເປີດ ທາງແລ່ນຂຶ້ນລົງໃໝ່ ສນາມບິນສາກົນ ຫລວງພຣະບາງ ວັນທີ 20 ຕຸລາ 2011 (Luangprabang airport)

0:00 / 0:00

ກະຊວງ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຢືນຍັນ ວ່າ ຊາວບ້ານ ທີ່ ໄດ້ຮັບ ຜົນກະທົບ ຈາກ ໂຄງການ ເດີ່ນຍົນ ຫລວງພຣະ ບາງ ຈະໄດ້ຮັບ ຄ່າ ຊົດເຊີຍ. ຕາມຣາຍງານ ໜັງສືພິມ ທາງການ ລາວ ທີ່ ອ້າງຕາມ ຄໍາເວົ້າ ຂອງ ຮອງ ອະທິບໍດີ ກົມການ ປົກຄອງ ທີ່ດິນ ທ່ານ ອະໂນໄທ ຈັນທະລາສີ ທີ່ ຕອບ ຂໍ້ຂ້ອງໃຈ ຂອງ ຊາວບ້ານ ຜາຄົມ.

ຊາວບ້ານ ຜາຄົມ ເວົ້າວ່າ ພວກຕົນ ໄດ້ສະເໜີ ໄປຍັງ ພາກສ່ວນ ກ່ຽວຂ້ອງ ແຕ່ດົນແລ້ວ ເພື່ອ ຂໍໃຫ້ຈ່າຍ ຄ່າຊົດເຊີຍ ທີ່ດິນ ທີ່ໂຄງການ ກວມເອົາ ແຕ່ວ່າ ບັນຫາ ດັ່ງກ່າວ ບໍ່ຖືກ ແກ້ໄຂ ຈັກເທື່ອ ທັ້ງໆທີ່ ວຽກງານ ສ້າງເດີ່ນຍົນ ສໍາເຣັດ ລົງແລ້ວ. ທ່ານ ອະໂນໄທ ບອກ ຊາວບ້ານວ່າ ທາງກະຊວງ ໄດ້ ປະສານງານ ໄປຍັງ ພາກສ່ວນ ກ່ຽວຂ້ອງ ແລ້ວ ເພື່ອແກ້ໄຂ ບັນຫາ ຂອງ ຊາວບ້ານ ແລະວ່າ ອໍານາດ ການປົກຄອງ ຫລວງພຣະບາງ ໄດ້ຕັ້ງຄນະ ກັມການ ຮັບຜິດຊອບ ຂື້ນແລ້ວ. ທາງອໍານາດ ການປົກຄອງ ໄດ້ກໍານົດ ວ່າ ຄອບຄົວໃດ ທີ່ໄດ້ຮັບ ຜົນກະທົບ ໃນຈໍານວນ ທີ່ດິນ 667 ຕອນ ທີ່ໂຄງການ ກວມເອົາ ກໍຈະຈ່າຍ ຄ່າຊົດເຊີຍ ໃຫ້.

ໃນເບື້ອງຕົ້ນ ນັ້ນ ຈະຈ່າຍ ຄ່າຊົດເຊີຍ ໃຫ້ ຄອບຄົວ ທີ່ບໍ່ມີ ທີ່ດິນ ແລະ ເຮືອນຊານ ຢູ່ອາສັຍ ເສັຍກ່ອນ ສ່ວນຄອບຄົວ ທີ່ດິນເປົ່າວ່າງ ຖືກ ໂຄງການ ກວມເອົານັ້ນ ຈະຈ່າຍ ຕາມທີຫລັງ. ຄໍາຕອບ ຂອງ ທ່ານ ອາໂນໄທ ບໍ່ໄດ້ ກໍານົດວ່າ ເມື່ອໃດ ຊາວບ້ານ ຈະໄດ້ຮັບ ຄ່າຊົດເຊີຍ ມີແຕ່ເວົ້າວ່າ ຢາກຈະຈ່າຍ ໃຫ້ ໄວທີ່ສຸດ ແຕ່ຂາດ ງົບປະມານ.