ການສຳຫຣວດພື້ນທີ່ຂຸດຄົ້ນ ແຮ່ທາດ
2014.06.10
ເຈົ້າຫນ້າທີ່ ລາວ ເວົ້າວ່າ ປັດຈຸບັນ ມີສາມ ບໍຣິສັດ ເຂົ້າມາ ສຳຫຣວດ ພື້ນທີ່ ເພື່ອຂຸດຄົ້ນ ແຮ່ທາດຄຳ ແລະ ສັງກະສີ ໃນແຂວງ ອຸດົມໄຊ ໃນນັ້ນ ມີ ບໍຣິສັດ ລາວ ວຽດນາມ ແລະ ຈີນ. ທັງສາມ ບໍຣິສັດ ຈະໃຊ້ເວລາ ສຳຫຣວດ ຈົນຮອດ ປີ 2017 2018 ຈື່ງຈະໃຫ້ ຄຳຕອບວ່າ ຈະຕັ້ງ ໂຮງງານ ໃນການ ຂຸດຄົ້ນ ຫລືບໍ່:
"ເພິ່ນຢູ່ໃນ ຂັ້ນຕອນ ຂອງການ ຊອກຄົ້ນ ຢູ່ ບໍຣິສັດ ວຽດນາມ ຕໍ່ຮອດ ປີ 2017 ບໍຣິສັດ ຈີນ ຊອກຄົ້ນ ທອງຄຳ ຢູ່ເມືອງ ນ້ຳຫມໍ້ ນີ້ຮອດ 2017 ຄືກັນ ລະກະມີໂຕນີ້ ຫັ້ນຊອກຄົ້ນ ຢູ່ເມືອງ ປາກແບງ ນີ້ ຮອດປີ 2018".
ທ່ານກ່າວ ຕຶ່ມວ່າ ສຳລັບ ບໍຣິສັດ ລາວ ທີ່ເຂົ້າມາ ສຳຫຣວດ ພື້ນທີ່ ຢູ່ເມືອງ ປາກແບງ ນັ້ນ ຕ້ອງໃຊ້ ເວລາ ຫລາຍກວ່າ ບໍຣິສັດ ອື່ນ ເພາະເນື້ອທີ່ ທີ່ຂະເຈົ້າ ສຳຣວດ ນັ້ນມີ ແຮ່ທາດ ຫລາຍຊນິດ ແຕ່ ເຖິງຢ່າງໃດ ກໍຕາມ ການດຳເນີນ ງານ ຂອງ ສາມ ບໍຣິສັດ ດັ່ງກ່າວ ກໍຢູ່ພາຍໃຕ້ ການຕິດຕາມ ຂອງ ເຈົ້າຫນ້າທີ່ ຕຣອດ ເພາະຢ້ານວ່າ ບໍຣິສັດ ລະເມີດ ສັນຍາ ໄປສຳຫຣວດ ເກີນຂອບເຂດ ທີ່ ກຳນົດ ໃຫ້.
ທ່ານວ່າ ປັດຈຸບັນ ທີ່ແຂວງ ອຸດົມໄຊ ມີ ບໍຣິສັດ ຕ່າງຊາດ ຫລາຍ ບໍຣິສັດ ເຂົ້າມາ ຂຸດຄົ້ນ ແຮ່ທາດ ນອກຈາກ ບໍຣິສັດ ແລ້ວ ມີອີກ 3 ບໍຣິສັດ ຂຸດຄົ້ນ ແຮ່ທາດ ເຫລັກ, ສອງ ບໍຣິສັດ ຂຸດຄົ້ນ ແຮ່ທາດ ສັງກະສີ ແລະ ນື່ງ ບໍຣິສັດ ຂຸດຄົ້ນ ຄຳ ຊື່ງ ທັງຫມົດ ນີ້ ໄດ້ເຮັດ ການຂຸດຄົ້ນ ມາກອ່ນ ການປະກາດ ໂຈະ ການໃຫ້ ສຳປະທານ ຂອງ ຣັຖບານ.
ໃນຣະຍະ ທີ່ຜ່ານມາ ມີຂ່າວວ່າ ຣັຖບານ ລາວ ຈະຍົກເລີກ ຂໍ້ຫ້າມ ການສຳຫຣວດ ແຮ່ທາດ ແລະ ການ ສຳປະທານ ພື້ນທີ່ ປູກຕົ້ນໄມ້ ເສຖກິດ ເພື່ອການ ເຕີບໂຕ ຂອງ ເສຖກິດ ໃນ ອະນາຄົດ.