ຣາຄາກາເຟຫຼຸດ ຊາວສວນ ຮັບຜົລກະທົບ
2019.11.14
ປີນີ້ ຣາຄາ ກາເຟໝາກແດງ ຫຼຸດລົງ ຄື ຂາຍໄດ້ພຽງ 1,800 ຫາ 2,500 ກີບຕໍ່ກິໂລກຣາມ ທຽບໃສ່ ປີກາຍ ທີ່ຂາຍໄດ້ ຣາຄາ 3,550 ຫາ 4,000 ກີບ ຕໍ່ກິໂລກຣາມ ສົ່ງຜົລ ໃຫ້ຊາວສວນປູກກາເຟ ໄດ້ຮັບ ຜົລກະທົບ ເນື່ອງຈາກວ່າ ມີຣາຍຮັບຫຼຸດລົງ ການຈ່າຍດອກເບັ້ຽ ໃຫ້ທະນາຄານ ກໍບໍ່ໄດ້ ຕາມເປົ້າໝາຍ ເພາະວ່າ ຊາວສວນ ປູກກາເຟ ສ່ວນໃຫຍ່ນັ້ນ ແມ່ນກູ້ຢືມ ເງິນທະນາຄານ ມາລົງທຶນ, ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ແຂວງເຊກອງ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ພຶສຈິການີ້ວ່າ:
"ຜົລກະທົບ ນຶ່ງ ຄ່າແຮງງານ ເຮົາສູງເນາະ ຄ່າແຮງງານນີ້ ເປັນຫຼັກ ຊີວິດການເປັນຢູ່ ບັດນີ້ ຄ່າຄອງຊີບສູງເນາະ ກູ້ຢືມເງິນ ທະນາຄານ ກໍສູງ ປັດຈຸບັນ ປະຊາຊົນ ປະກົດວ່າ ທີ່ວ່າຢືມ ເງິນທະນາຄານ ຜລິດ ເປັນສິນຄ້າ ປູກກາເຟ ຍັງຕິດໜີ້ ຜູ້ລະຫຼາຍ ຫຼາຍເຕີບຫັ້ນແຫຼະ ຄື ທະນາຄານ ນະໂຍບາຍ ເພິ່ນແຈ້ງມາ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ຊາວສວນ ປູກກາເຟ ຍັງປູກກາເຟ ເປັນອາຊີບຫຼັກ ແຕ່ປູກໜ້ອຍລົງ ແລະ ໄດ້ປູກພືດອື່ນ ໄປນໍາ ສໍາລັບສາເຫດ ທີ່ເຮັດໃຫ້ ຣາຄາກາເຟ ຫຼຸດລົງນັ້ນ ກໍຍ້ອນ ມີຫຼາຍປະເທດ ເລີ້ມປູກກາເຟ ສົ່ງອອກຫຼາຍຂຶ້ນ ເຮັດໃຫ້ ຣາຄາກາເຟ ຢູ່ລາວຫຼຸດລົງ ແລະ ບໍ່ໄດ້ ສົ່ງອອກຫຼາຍ, ດັ່ງທີ່ ທ່ານກ່າວວ່າ:
"ເພາະວ່າ ມັນກະອີງໃສ່ ຕລາດໂລກ ຫັ້ນແຫຼະເນາະ ກະມີ ປະເທດບຣາຊິວ ແມ່ນຫຍັງ ທີ່ເຂົາຜລິດກາເຟ ປີໃດ ທີ່ເຂົາຜລິດຫຼາຍ ພວກເຮົາ ກະບໍ່ມີຊັບ ບໍ່ໄດ້ ສົ່ງອອກຫຼາຍ ເພາະວຽດນາມ ກໍສົ່ງອອກຕໍ່ ໄທຍ ກໍສົ່ງຕໍ່ ກາເຟສ່ວນຫຼາຍ ເຂົາກໍສົ່ງໄປຕ່າງປະເທດ ປະເທດທີ 3 ສົ່ງໄປຕໍ່ ພວກເຮົານິ່ ສ່ວນຫຼາຍ ສົ່ງປະເທດ ທີ 2 ບໍ່ໄດ້ສົ່ງປະເທດທີ 3.”
ຜູ້ປະກອບການ ຂາຍກາເຟ ເວົ້າວ່າ ປັດຈຸບັນ ຣາຄາ ກາເຟດິບ ຫຼຸດລົງ ກໍໄດ້ຮັບ ຜົລກະທົບ ໃນເຣື່ອງຣາຍໄດ້ ໃນແຕ່ລະເດືອນຫຼຸດລົງ ໃນຂະນະທີ່ ໄດ້ຕ້ອງຈ່າຍ ຄ່າແຮງງານໃຫ້ພະນັກງານ ແລະ ຣາຍຈ່າຍ ອື່ນໆອີກ:
"ກະເຟດິບ ກະລົງ ຣາຍໄດ້ຣາຍຈ່າຍ ແຕ່ລະມື້ ມັນຫຼາຍ ເຂົ້າຕລາດຕະລີ ຄ່ານໍ້າ ຄ່າໄຟ ຄ່າພະນັກງານອີກ ທຸກຢ່າງກໍໜ້ອຍລົງ.”
ອີງຕາມ ຣາຍງານຂ່າວ ຂອງທາງການລາວ ໃນວັນທີ 11 ພຶສຈິກາ ຜ່ານມານີ້, ທ່ານ ສຸກພາວັນ ໄຊຍະວົງຄໍາດີ, ຮອງຫົວໜ້າ ຫ້ອງການ ບໍຣິຫານ ຜແນກອຸດສະຫະກັມ ແລະ ການຄ້າ ແຂວງເຊກອງ ເວົ້າວ່າ ການສົ່ງກາເຟອອກ ຂອງແຂວງ ເຊກອງ ຢູ່ທີ່ 1,008 ຕັນ ມູນຄ່າ 1,970,000 ໂດລາສະຫະຣັດ ສ່ວນກາເຟ ໝາກແດງ ຣາຄາ ປັດຈຸບັນ ຢູ່ທີ່ 2,200 ຫາ 2,400 ກີບ ຕໍ່ກິໂລກຣາມ ແລະ ຍັງມີທ່າອຽງ ຫຼຸດລົງ ເຮັດໃຫ້ ຊາວກະສິກອນ ຜູ້ປູກກາເຟ ຈໍານວນນຶ່ງ ຮື້ຖອນ ຕົ້ນກາເຟຖິ້ມ ແລ້ວຫັນໄປປູກ ມັນຕົ້ນ ໃສ່ແທນ.
ເຖິງຢ່າງໃດກໍຕາມ, ແຂວງຈໍາປາສັກ ກໍຣາຍງານວ່າ ໃນ 9 ເດືອນຕົ້ນປີ 2019 ສາມາດ ສົ່ງກາເຟເມັດ ອອກໄດ້ ທັງໝົດ ປະມານ 17,000 ຕັນ ໃນນັ້ນ ກາເຟນ້ອຍ ປະມານ 13,000 ຕັນ, ກາເຟກາງ ປະມານ 4,000 ຕັນ ເມື່ອທຽບໃສ່ ປີຜ່ານມາ ການສົ່ງກາເຟອອກ ຫຼຸດລົງ 28%.